ຂປລ
ອົດສະຕຣາລີ ໄດ້ບັນລຸ ຂໍ້ຕົກລົງ ຂາຍແຮ່ຢູເຣນຽມ ໃຫ້ແກ່ ອິນເດຍ ເພື່ອໃຊ້ ໃນການຜະລິດ ກະແສໄຟຟ້າ ເຊິ່ງເປັນ ຄັ້ງປະຫວັດສາດ ທີ່ ທັງສອງປະເທດ ໄດ້ລົງນາມ ຮ່ວມກັນ ແລະ ຂໍ້ຕົກລົງນີ້ ໄດ້ມີຂຶ້ນ ໃນລະຫວ່າງ ທ່ານ ນະເຣນທຣາ ໂມດີ (Narendra Modi) ນາຍົກ ລັດຖະມົນຕີແຫ່ງ ອິນເດຍ ເດີນທາງໄປຢ້ຽມຢາມ ນະຄອນ ເມລເບີນ ປະເທດ ອົດສະຕຣາລີ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ອົດສະຕຣາລີ ໄດ້ບັນລຸ ຂໍ້ຕົກລົງ ຂາຍແຮ່ຢູເຣນຽມ ໃຫ້ແກ່ ອິນເດຍ ເພື່ອໃຊ້ ໃນການຜະລິດ ກະແສໄຟຟ້າ ເຊິ່ງເປັນ ຄັ້ງປະຫວັດສາດ ທີ່ ທັງສອງປະເທດ ໄດ້ລົງນາມ ຮ່ວມກັນ ແລະ ຂໍ້ຕົກລົງນີ້ ໄດ້ມີຂຶ້ນ ໃນລະຫວ່າງ ທ່ານ ນະເຣນທຣາ ໂມດີ (Narendra Modi) ນາຍົກ ລັດຖະມົນຕີແຫ່ງ ອິນເດຍ ເດີນທາງໄປຢ້ຽມຢາມ ນະຄອນ ເມລເບີນ ປະເທດ ອົດສະຕຣາລີ.
ຂໍ້ຕົກລົງໃນຄັ້ງນີ້ ຖືເປັນ ຜົນສຳເລັດ ຂອງ ການເຈລະຈາ ໃນໄລຍະຍາວນານກວ່າ ໜຶ່ງທົດສະວັດ, ເຊິ່ງລວມທັງການເຈລະຈາ ກ່ຽວກັບ ມາດຕະການ ປ້ອງກັນ ຄວາມປອດໄພ ທາງດ້ານນິວເຄລຍ ເພື່ອສ້າງຄວາມໝັ້ນໃຈວ່າ ແຮ່ຢູເຣນຽມ ຈະບໍ່ຖືກນຳໄປໃຊ້ ໃນການ ຜະລິດອາວຸດ. ນອກຈາກນັ້ນ, ກະຊວງ ການຕ່າງປະເທດ ຂອງ ອິນເດຍ ໄດ້ລະບຸ ໃນຖະແຫລງການ ເມື່ອວັນທີ 9 ກໍລະກົດວ່າ: ອິນເດຍ ຈະຈັດຊື້ແຮ່ ຢູເຣນຽມ ເພື່ອເປົ້າໝາຍ ໃນທາງສັນຕິເທົ່ານັ້ນ. /
KPL