ຂປລ
ເກາະບາຫລີ ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ລະດັບໂລກ ຂອງ ອິນໂດເນເຊຍ ໄດ້ເລີ່ມກໍ່ສ້າງ ໂຮງໄຟຟ້າ ພະລັງງານ ຂີ້ເຫຍື້ອ ເດນປາຊາ ຣາຍາ (Denpasar Raya) ເຊິ່ງເປັນ ກ້າວສຳຄັນ ໃນການ ຍົກລະດັບ ການຈັດການ ຂີ້ເຫຍື້ອ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 8 ກໍລະກົດ, ເກາະບາຫລີ ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ລະດັບໂລກ ຂອງ ອິນໂດເນເຊຍ ໄດ້ເລີ່ມກໍ່ສ້າງ ໂຮງໄຟຟ້າ ພະລັງງານ ຂີ້ເຫຍື້ອ ເດນປາຊາ ຣາຍາ (Denpasar Raya) ເຊິ່ງເປັນ ກ້າວສຳຄັນ ໃນການ ຍົກລະດັບ ການຈັດການ ຂີ້ເຫຍື້ອ ແລະ ຂະຫຍາຍ ການນຳໃຊ້ ພະລັງງານໝູນວຽນ ຢູ່ເກາະດັ່ງກ່າວ.
ໂດຍໂຄງການນີ້ ໄດ້ຮັບ ການລົງທຶນ ແລະ ກໍ່ສ້າງ ໂດຍ ບໍລິສັດ ເຈີ້ຈຽງ ເຫວີຍໝິງ ເອນໄວຣອນເມນທອນ ໂປຣເທັກຊັນ ຈຳກັດ (Zhejiang Weiming Environmental Protection) ຂອງ ຈີນ, ຊຶ່ງອອກແບບມາໃຫ້ສາມາດ ກຳຈັດ ຂີ້ເຫຍື້ອ ໃນເຂດຊຸມຊົນ ໃຫ້ໄດ້ຫລາຍກວ່າ 500.000 ໂຕນຕໍ່ປີ ແລະ ຜະລິດ ກະແສໄຟຟ້າ ໄດ້ພຽງພໍສຳລັບ ປະມານ 100.000 ຄົວເຮືອນ ຢູ່ທົ່ວເກາະບາຫລີ.
ທ່ານ ປັນດູ ຊະຣີຣ໌ (Pandu Sjahrir) ປະທານ ຝ່າຍການລົງທຶນ ຂອງ ດານັນຕາຣາ ອິນໂດເນເຊຍ (Danantara Indonesia) ເປັນໜ່ວຍງານ ບໍລິຫານ ຈັດການ ການລົງທຶນ ຂອງ ປະເທດ ໄດ້ກ່າວ ໃນລະຫວ່າງ ເຂົ້າຮ່ວມໃນພິທີວາງສີລາລຶກ ທີ່ຈັດຂຶ້ນ ຢູ່ເກາະບາຫລີ ຄາດການວ່າ ໂຮງໄຟຟ້າ ແຫ່ງນີ້ ຈະຊ່ວຍຫລຸດ ປະລິມານ ຂີ້ເຫຍື້ອ ໃນຂຸມຝັງກົບ ໄດ້ສູງເຖິງ 80%, ຫລຸດການປ່ອຍ ແກັສກາກໂບນິກ (CO₂) ລົງປະມານ 640.000 ໂຕນຕໍ່ປີ ແລະ ສ້າງຕຳແໜ່ງງານ ທີ່ເປັນມິດ ກັບ ສິ່ງແວດລ້ອມ ໄດ້ປະມານ 1.200 ຕຳແໜ່ງ.
ສ່ວນດ້ານ ທ່ານ ວາຍັນ ກອສເຕີ (Wayan Koster) ເຈົ້າແຂວງ ບາຫລີ ຄາດວ່າ ໂຮງງານແຫ່ງນີ້ ຈະກໍ່ສ້າງສຳເລັດ ໃນໄລຍະ ເວລາ 2 ປີ ເພື່ອຈະມີສ່ວນ ຊ່ວຍປັບປຸງ ສິ່ງແວດລ້ອມ ໃນເຂດຊຸມຊົນ ແລະ ເສີມສ້າງ ພາບພົດຂອງບາຫລີ ໃນຖານະ ຈຸດໝາຍ ປາຍທາງ ຊັ້ນນຳ ດ້ານການທ່ອງທ່ຽວ ໃຫ້ດີຂຶ້ນຕື່ມ./
KPL