ຂປລ
ທະນາຄານແຫ່ງ ສ.ເກົາຫລີ (BOK) ຫລື ທະນາຄານກາງ ຂອງ ສ.ເກົາຫລີ ລາຍງານວ່າ: ທະນະບັດປອມ ທີ່ ຖືກກວດພົບ ໂດຍ ທະນາຄານກາງ ຫລື ໄດ້ຮັບແຈ້ງເຫດ ຈາກບຸກຄົນ ແລະ ສະຖາບັນ ການເງິນຕ່າງໆ ໃນໄລຍະ ເດືອນມັງກອນ-ມິຖຸນາ ຂອງ ປີ 2026 ມີຈຳນວນທັງໝົດ 41 ໃບ, ຫລຸດລົງ 33,9%
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ທະນາຄານແຫ່ງ ສ.ເກົາຫລີ (BOK) ຫລື ທະນາຄານກາງ ຂອງ ສ.ເກົາຫລີ ລາຍງານວ່າ: ທະນະບັດປອມ ທີ່ ຖືກກວດພົບ ໂດຍ ທະນາຄານກາງ ຫລື ໄດ້ຮັບແຈ້ງເຫດ ຈາກບຸກຄົນ ແລະ ສະຖາບັນ ການເງິນຕ່າງໆ ໃນໄລຍະ ເດືອນມັງກອນ-ມິຖຸນາ ຂອງ ປີ 2026 ມີຈຳນວນທັງໝົດ 41 ໃບ, ຫລຸດລົງ 33,9% ເມື່ອທຽບກັບ ໄລຍະດຽວກັນ ຂອງ ປີກາຍ ທີ່ມີ ຈຳນວນ 62 ໃບ.
ຕົວເລກຫລຸດລົງ ດັ່ງກ່າວ ເນື່ອງຈາກ ຄວາມນິຍົມ ໃນການຊຳລະເງິນ ແບບບໍ່ໃຊ້ເງິນສົດ ໃນການເຮັດ ທຸລະກຳ ແບບເຊິ່ງໜ້າ ທີ່ເພີ່ມຂຶ້ນ, ປະກອບກັບ ປະຊາຊົນ ມີຄວາມຕື່ນຕົວ ແລະ ມີຄວາມຮູ້ ໃນການ ກວດສອບ ທະນະບັດປອມ ຫລາຍຂຶ້ນ. ໃນໄລຍະ 6 ເດືອນຕົ້ນປີນີ້ ລວມມີມູນຄ່າ ພຽງ 473.000 ວອນ . ໂດຍທະນະບັດປອມ ທີ່ກວດພົບ ສາມາດ ແຍກຕາມ ປະເພດ ມູນຄ່າໄດ້: ໃບ 5.000 ວອນ: ຈຳນວນ 22 ໃບ; ໃບ 10.000 ວອນ ຈຳນວນ 11 ໃບ ແລະ ໃບ 50.000 ວອນ ຈຳນວນ 5 ໃບ./
KPL