ສຽງແຄນ ຂອງຄົນເຊື້ອຊາດລາວ

26/06/2023 11:44
Email Print 3450
ຂປລ *ແຄນ ເປັນເຄື່ອງດົນຕີທີ່ມີສຽງອັນອອນຊອນ ເມື່ອຟັງແລ້ວຕ້ອງສະແດງອາການມ່ວນຊື່ນອອກມາ ນັ້ນສະແດງໃຫ້ເຫັນວ່າ ແຄນ ແມ່ນຜູກພັນກັບສາຍເລືອດລາວ ມາແຕ່ບູຮານມາແລ້ວ ຊຶ່ງສະແດງອອກຄື: ເມື່ອເວົ້າເຖິງແຄນ ຫລື ໄດ້ຍິນສຽງແຄນ ບໍ່ມີຄົນລາວຜູ້ໃດທີ່ຈະບໍ່ຮູ້ຈັກ , ແຄນ ກາຍເປັນດົນຕີປະຈໍາຊາດລາວ ອັນມີເອກະລັກສະເພາະມາແຕ່ເຫິງນານແລ້ວ ເພາະ ແຄນໄດ້ເຊື່ອມຊືມເຂົ້າໃນຊີວິດວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຊຶ່ງບັນດາຂັບລໍາທ້ອງຖິ່ນ ຕ່າງໆ ນັບແຕ່ເໜືອຈົນຮອດໃຕ້ ກໍແມ່ນມີແຄນເປັນດົນຕີຫລັກ ເຊັ່ນ: ທາງພາກ ເໜືອ ແລະ ພາກກາງ ມີຂັບຊໍາເໜືອ , ຂັບຊຽງ ຂວາງ , ຂັບງື່ມ ແລະ ສິລະປະການເປົ່າແຄນຂອງຊົນເຜົ່າມົ້ງ...

*ແຄນ ເປັນເຄື່ອງດົນຕີທີ່ມີສຽງອັນອອນຊອນ ເມື່ອຟັງແລ້ວຕ້ອງສະແດງອາການມ່ວນຊື່ນອອກມາ ນັ້ນສະແດງໃຫ້ເຫັນວ່າ ແຄນ ແມ່ນຜູກພັນກັບສາຍເລືອດລາວ ມາແຕ່ບູຮານມາແລ້ວ ຊຶ່ງສະແດງອອກຄື: ເມື່ອເວົ້າເຖິງແຄນ ຫລື ໄດ້ຍິນສຽງແຄນ ບໍ່ມີຄົນລາວຜູ້ໃດທີ່ຈະບໍ່ຮູ້ຈັກ , ແຄນ ກາຍເປັນດົນຕີປະຈໍາຊາດລາວ ອັນມີເອກະລັກສະເພາະມາແຕ່ເຫິງນານແລ້ວ ເພາະແຄນໄດ້ເຊື່ອມຊືມເຂົ້າໃນຊີວິດວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຊຶ່ງບັນດາຂັບລໍາທ້ອງຖິ່ນຕ່າງໆ ນັບແຕ່ເໜືອຈົນຮອດໃຕ້ ກໍແມ່ນມີແຄນເປັນດົນຕີຫລັກ ເຊັ່ນ: ທາງພາກ ເໜືອ ແລະ ພາກກາງ ມີຂັບຊໍາເໜືອ , ຂັບຊຽງຂວາງ , ຂັບງື່ມ ແລະ ສິລະປະການເປົ່າແຄນຂອງຊົນເຜົ່າມົ້ງ...ສ່ວນທາງພາກໃຕ້ມີ ລໍາມະຫາໄຊ, ລໍາຕັງຫວາຍ, ລໍາພູໄທ, ລໍາສາລະວັນ, ລໍາບ້ານຊອກ, ລໍາສີພັນດອນ ແລະ ອື່ນໆອີກຢ່າງຫລວງຫລາຍ.

ແຕ່ເປັນຕາໜ້າເສຍດາຍອີກຢ່າງໜຶ່ງ ທີ່ໄວໜຸ່ມລາວໃນປັດຈຸບັນໃຫ້ຄວາມສົນໃຈ ແຄນ ແລະ ສຽງແຄນ ອັນເປັນເຄື່ອງດົນຕີທີ່ຮຽກວ່າ ເປັນເອກະລັກປະຈໍາຊາດລາວນັ້ນໜ້ອຍເກີນໄປ ຊຶ່ງນີ້ເປັນສິ່ງທີ່ພວກເຮົາຕ້ອງຄິດຫາວິທາງສົ່ງເສີມ ເພື່ອເຮັດໃຫ້ສຽງແຄນແດນຈໍາປາ ທີ່ບັນພະບຸ ລຸດປະດິດສ້າງຂຶ້ນນັ້ນ ໃຫ້ຍືນຍົງຕະຫລອດໄປ. ດັ່ງນັ້ນ, ຄໍລຳຊີວິດວັດທະນະທຳ ມື້ນີ້ຈຶ່ງຂໍນໍາສະເໜີ ບັນດາຄວາມຮູ້ກ່ຽວກັບແຄນລາວແບບສັງເຂບ ໃຫ້ແກ່ບັນດາທ່ານໄດ້ຮັບຮູ້ ເພື່ອເປັນກະບອກສຽງປະກອບສ່ວນ ໃນການສ້າງຄວາມສົນໃຈ ໃຫ້ເກີດແນວຄິດຮັກຫອມແຄນ ແລະ ສຽງແຄນ ລາວ.

ແຄນ ແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຊະນິດໜຶ່ງໃນດົນຕີພື້ນເມືອງລາວສີ່ປະເພດຄື : ດີດ , ສີ , ຕີ ແລະ ເປົ່າ ເປັນເຄື່ອງດົນຕີທີ່ໄດ້ຮັບຄວາມນິຍົມ ແລະ ນໍາໃຊ້ຢ່າງກວ້າງຂວາງ ໃນກຸ່ມຄົນເຊື້ອຊາດລາວ ນັບເປັນເວລາຫລາຍພັນປີມາແລ້ວ ບັນດານັກປາດອາຈານໃນສະໄໝ ບູຮານ ເພິ່ນໄດ້ຂຽນເປັນບົດນິຍາມໄວ້ວ່າ: “ຄົນລາວ ຢູ່ເຮືອນຮ້ານ ປາກເປົ່າແຄນ ມືປັ້ນເຂົ້າໜຽວ”. ຕາມຫລັກວິທະຍາສາດ ຍັງບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນຂອງແຄນ ວ່າແມ່ນໃຜເປັນຜູ້ສ້າງຂຶ້ນມາ. ແຕ່ແນ່ນອນວ່າ ແຄນລາວ ແມ່ນຄົນລາວສ້າງຂຶ້ນ ເພາະສຽງດົນຕີກົມກືນກັບສຽງຂັບ ລໍາ ຂອງສໍານຽງສຽງເວົ້າພາສາລາວແທ້ໆ, ເມື່ອເອົາໄປເປົ່າກັບສໍານຽງພາສາອື່ນກໍໄດ້ຢູ່ ແຕ່ມັນກໍຂາດໆເຂີນໆ ບໍ່ມ່ວນຊື່ນອອນຊອນ ຄືກັບສຽງຂັບລໍາພາສາລາວ.

ຕາມຂໍ້ມູນທີ່ສາມາດຢັ້ງຢືນໄດ້ວ່າ: ແຄນລາວ ມີຕົ້ນກໍາເນີດຢູ່ໃນກຸ່ມຄົນລາວ ( ໄຕລາວ ) ຢູ່ລຸ່ມແມ່ນໍ້າຂອງ ແພ່ກະຈາຍອອກໄປສູ່ທ້ອງຖິ່ນອື່ນໆທີ່ໃກ້ຄຽງ ໂດຍມີຂໍ້ມູນຫລັກຖານຈາກການຄົ້ນພົບຄ້ອງບັ້ງບູຮານ ທີ່ມີຮູບສະຫລັກຄົນເປົ່າແຄນ ຈຶ່ງສາມາດສັນນິຖານໄດ້ວ່າ ແຄນ ລາວ ອາດກໍາເກີດມາໄດ້ຫລາຍກວ່າ 2.500 ປີແລ້ວ. ແຄນລາວ ປະກອບມີຫລາຍຮູບແບບດັ່ງນີ້ : ແຄນລາວລຸ່ມ ມີ 4 ຊະນິດຄື : ແຄນ 5 ຄູ່, ແຄນ 6 ຄູ່, ແຄນ 7 ຄູ່, ແຄນ 8 ຄູ່. ແຄນລາວໃນສະໄໝກ່ອນ ແມ່ນມັກໃຊ້ເປົ່າຂັບລໍາຕ່າງໆ ສ່ວນຫລາຍແມ່ນແຄນ 5 ຄູ່ , 6 ຄູ່ ແລະ 7 ຄູ່ ເທົ່າ ນັ້ນ ແຕ່ຕໍ່ມາອີງໃສ່ສະພາບຄວາມຕ້ອງການ ຂອງຍຸກສະໄໝໃໝ່ ນັກປະດິດແຄນຈຶ່ງໄດ້ເພີ່ມສຽງແຄນຂຶ້ເປັນ 8 ຄູ່ ເພື່ອສາມາດຫລິ້ນກັບເຄື່ອງດົນຕີອື່ນໆໄດ້. ແຄນຂະມຸ ມີ 2 ຊະນິດຄື: ເຂດພາກເໜືອ, ກາງ ແລະ ໃຕ້ ນິຍົມໃຊ້ແຄນ 5 ຄູ່ ແລະ 6 ຄູ່ ຄືກັບລາວລຸ່ມ ໃຊ້ໃນການເປົ່າປະ ກອບ ສຽງຂັບລໍາ. ເຜົ່າຂະມຸ ເຂດສາລະວັນ, ເຊກອງ, ອັດຕະປື ເຂົາເຈົ້າປະດິດແຄນນໍ້າເຕົ້າຂຶ້ນ ເປັນເອກະລັກສະເພາະຂອງຕົນ ໃຊ້ເປົ່າສະແດງປະກອບກັບ ເຄື່ອງດົນຕີພື້ນເມືອງຊະນິດຕ່າງໆ ຫາກບໍ່ແມ່ນໃຊ້ເປົ່າໃນການຂັບລໍາ. ແຄນເຜົ່າມົ້ງ: ສ່ວນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ, ຄວາມສາ ມາດ ແລະ ພະລະກໍາລັງຄວາມກ້າຫານຂອງຜູ້ເປົ່າ, ບໍ່ໄດ້ປະກອບໃຫ້ກັບການຂັບລໍາພື້ນເມືອງແຕ່ຢ່າງໃດ.

ຕໍ່ກັບການອະນຸລັກສົ່ງເສີມແຄນລາວນັ້ນ, ມີບັນດາທ່ານຜູ້ນໍາ ແລະ ນັກປາດອາຈານ ໄດ້ສັ່ງສອນໄວ້ວ່າ “ເສຍວັດທະນະທໍາແມ່ນເສຍຄວາມເປັນຊາດ” ປະເທດໃດໜຶ່ງຖ້າລູກຫລານຊາວໜຸ່ມ ຍິງ-ຊາຍ ຜູ້ສືບທອດອະນາຄົດຂອງປະເທດຊາດ ຫາກຖືເບົາ, ບໍ່ເອົາໃຈໃສ່, ປ່ອຍປະລະ ເລີຍຕໍ່ສິລະປະວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດຕົນ ພາກັນໄປນິຍົມ, ຍົກຍ້ອງວັດທະນະທໍາຂອງຊາດອື່ນ ບໍ່ດົນນານຊາດຂອງຕົນກໍ່ຈະຖືກປ່ຽນແປງ ແລະ ຖືກຊາດອື່ນກືນກິນ ແລະ ເສື່ອມຫາຍໄປໃສທີ່ສຸດ. ດັ່ງນັນຈຶ່ງຂໍໃຫ້ຄົນລາວທຸກໆຄົນ ບໍ່ວ່າໜຸ່ມນ້ອຍຍິງ-ຊາຍ ເຖົ້າແກ່ ທີ່ມີນໍ້າໃຈຮັກຊາດ ແລະ ຮັກວັດທະນະທໍາ ທີ່ເປັນມູນເຊື້ອຂອງຊາດລາວ ຈົ່ງພ້ອມກັນຫັນມາອະນຸລັກຮັກສາ ແລະ ສົ່ງເສີມຄົນລາວໃຫ້ຮູ້ຈັກເປົ່າແຄນ ຈົ່ງເລີ່ມແຕ່ມື້ນີ້ ບໍ່ມີຄໍາວ່າແກ່ເກີນຮຽນ ພ້ອມກັນສືບຕໍ່ກ້າວໄປແຕ່ລະຂັ້ນ ດ້ວຍຄວາມເຊື່ອໝັ້ນ “ຄວາມພະຍາຍາມຢູ່ບ່ອນໃດ ຄວາມສໍາ ເລັດຢູ່ບ່ອນນັ້ນ” ແມ່ນສັດຈະທໍາທີ່ຖືກຕ້ອງຕະຫລອດການ./.


ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top