ຂະແໜງບໍລິການ ນູແວນເຊລັງ ມີການຈ້າງງານ ເພີ່ມຂຶ້ນ 12.196 ຕຳແໜ່ງ

09/06/2023 16:08
Email Print 415
ຂປລ ສຳນັກງານ ສະຖີຕິແຫ່ງຊາດ ນູແວນເຊລັງ ລາຍງານວ່າ: ຂະແໜງບໍລິການ ທີ່ພັກອາໄສ ແລະ ອາຫານ ຂອງ ນູແວນເຊລັງ ໄດ້ມີການຈ້າງງານ ເພີ່ມຂຶ້ນ 12.196 ຕຳແໜ່ງ ຫລື ກວມເອົາ 8,9% ເມື່ອທຽບໃສ່ປີຕໍ່ປີ ໃນສົກປີງົບປະມານ ທີ່ສິ້ນສຸດ ເມື່ອເດືອນມີນາ ປີ 2023 ຜ່ານມາ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 8 ເດືອນມິຖຸນາ, ສຳນັກງານ ສະຖີຕິແຫ່ງຊາດ ນູແວນເຊລັງ ລາຍງານວ່າ: ຂະແໜງບໍລິການ ທີ່ພັກອາໄສ ແລະ ອາຫານ ຂອງ ນູແວນເຊລັງ ໄດ້ມີການຈ້າງງານ ເພີ່ມຂຶ້ນ 12.196 ຕຳແໜ່ງ ຫລື ກວມເອົາ 8,9% ເມື່ອທຽບໃສ່ປີຕໍ່ປີ ໃນສົກປີງົບປະມານ ທີ່ສິ້ນສຸດ ເມື່ອເດືອນມີນາ ປີ 2023 ຜ່ານມາ.

ເຈົ້າໜ້າທີ່ ກ່ຽວຂ້ອງ ລະບຸວ່າ: ການຈ້າງງານ ເພີ່ມຂຶ້ນ ໃນພາກ ທຸລະກິດ ບໍລິການ ແມ່ນສອດຄອງກັບ ການເປີດ ຊາຍແດນຂອງ ນູແວນເຊລັງ ແລະ ຈຳນວນ ຊາວຕ່າງ ປະເທດ ເດີນທາງ ເຂົ້າມາຢ້ຽມຢາມ ເພີ່ມຂຶ້ນ ນັບແຕ່ ໄລຍະກາງປີ 2022 ຜ່ານມາ. ດ້ານຈຳນວນ ການຈ້າງງານ ຂອງ ທຸກຂະແໜງ ອຸດສາຫະກຳ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີນີ້ ໄດ້ເພີ່ມຂຶ້ນ 2,8% ເມື່ອທຽບໃສ່ ໄຕມາດດຽວກັນ ຂອງປີກາຍນີ້./..

KPL

ຂ່າວອື່ນໆ

ads
ads

Top