ສານປະຊາຊົນສູງສຸດ ປາຖະກະຖາຫວນຄືນວັນສຳຄັນຂອງຊາດ

08/06/2023 22:40
Email Print 718
ຂປລ ຂປລ. ສານປະຊາຊົນສູງສຸດ ຈັດປາຖະກະຖາ ຫວນຄືນວັນສຳຄັນຂອງຊາດຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 64 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ

   

     ຂປລ. ສານປະຊາຊົນສູງສຸດ ຈັດປາຖະກະຖາ ຫວນຄືນວັນສຳຄັນຂອງຊາດຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 64 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ໃນວັນທີ 7 ມິຖຸນາ 2023 ໂດຍການປາຖະກະຖາຂອງ ທ່ານ ພົຈວ ຄໍາໝັ້ນ ວັນນະວົງ ຮອງປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ມີ ທ່ານ  ອານົງ ຍອຍສາຍຄໍາ ຮອງປະທານສານປະຊາຊົນສູງສຸດ, ມີຄະນະພັກ, ຄະນະນໍາສານ, ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນສານປະຊາຊົນສູງສຸດ ເຂົ້າຮ່ວມຮັບຟັງ. ທັງນີ້ ກໍເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນສານປະຊາຊົນສູງສຸດ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນ ຂອງສອງເຫດການດັ່ງກ່າວ, ພ້ອມກັນຮ່ຳຮຽນເອົາເປັນແບບເປັນຢ່າງໃນການດຳລົງຊີວິດ, ການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດໃນຕໍ່ໜ້າ  ແລະ ຍາວນານ.
   ໂອກາດນີ້, ທ່ານ ພົຈວ ຄໍາໝັ້ນ ວັນນະວົງ ໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງສອງເຫດການດັ່ງກ່າວ
, ຊຶ່ງເປັນຄວາມສະຫລ່ຽວສະຫລາດຂອງການນຳພັກ ແລະ ແນວລາວຮັກຊາດ ຊຶ່ງໄດ້ຊີ້ນຳຢ່າງໃກ້ຊິດຕໍ່ກຳລັງປະຕິວັດທີ່ຢູ່ແນວໜ້າ ແລະ ມີໄຫວພິບ, ຄວາມຕັດສິນໃຈຢາງເດັດຂາດຂອງພະນັກງານປະຕິວັດ ແລະ ຄວາມເປັນອັນໜຶ່ງອັນດຽວຂອງປະຊາຊົນບັນດາເຜົ່າ ຈຶ່ງສາມາດເຮັດໃຫ້ກອງພັນທີສອງ ຜ່າວົງປິດລ້ອມອັນແໜ້ນໜາຂອງສັດຕູໄປໄດ້ ຊຶ່ງມັນສ້າງຄວາມງຶດງໍ້ ແຕກຕື່ນໃຫ້ພວກມັນຢ່າງໃຫຍ່ຫລວງ. ຕໍ່ມາ, ບໍ່ພໍເທົ່າໃດເດືອນເຫດການທີສອງກໍເກີດຂຶ້ນ ຊຶ່ງຜູ້ນຳຝ່າຍແນວລາວຮັກຊາດຂອງພວກເຮົາ ຈຳນວນ 16 ທ່ານ ທີ່ຖືກພວກສັດຕູຈັບຕົວໄປຂັງທີ່ຄຸກໂພນເຄັງ ກໍໄດ້ໂຕນອອກຈາກຄຸກຂຶ້ນໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ.
    ສອງເຫດການນີ້
, ເປັນການສ້າງຄວາມແຕກຕື່ນຢ້ານກົວໃຫ້ແກ່ພວກສັດຕູຢ່າງໃຫຍ່ຫລວງ ໂດຍແມ່ນໄຊຊະນະທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ, ອັນນີ້ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້, ໄຊຊະນະອັນພິລະອາດຫານໃນວິລະກຳຄັ້ງມະຫັດສະຈັນນີ້ ໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ, ພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳອອກຈາກຄຸກໄດ້ ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດ ທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ.

ຂ່າວ-ພາບ: ອານຸພົນ

KPL

ຂ່າວອື່ນໆ

ads
ads

Top