ຮອງນາຍົກລັດຖະມົນຕີ ຕ້ອນຮັບ ສະພາທຸລະກິດອາຊຽນ-ອາເມລິກາ ເຂົ້າຢ້ຽມຂ່ຳນັບ

01/06/2023 17:11
Email Print 17441
ຂປລ ຂປລ. ຕອນເຊົ້າວັນ​ທີ 1 ມິຖຸນາ 2023 ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງນາຍົກ​ລັດ​ຖະ​ມົນຕີ​, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ Michael W. Michalak ຮອງປະທານອາວຸ​ໂສສະພາທຸລະກິດອາຊຽນ-ອາເມລິກາ

 

ຂປລ. ຕອນເຊົ້າວັນ​ທີ 1 ມິຖຸນາ 2023 ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງນາຍົກ​ລັດ​ຖະ​ມົນຕີ​, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ Michael W. Michalak ຮອງປະທານອາວຸ​ໂສສະພາທຸລະກິດອາຊຽນ-ອາເມລິກາ, ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍມີສຳນັກ ງານຕັ້ງຢູ່ປະ​ເທດສິງກະໂປ, ພ້ອມດ້ວຍບັນດາຜູ້ບໍລິຫານບໍລິສັດທີ່ມີຊື່ສຽງຈາກ ສ ອາເມລິກາ ຕັ້ງຢູ່ ສປປ ລາວ ເຊັ່ນ: ບໍລິສັດ RMA ນຳເຂົ້້າລົດ Ford, ບໍລິສັດ Coca-Cola, Visa, ບໍລິສັດທາງກົດໝາຍ, ບໍລິສັດການຢາ ແລະ ອື່ນໆຈາກຂະແໜງການຜະລິດສິນຄ້າ, ດ້ານເຕັກໂນໂລຊີ-ຂໍ້ມູນຂ່າວ ສານ, ດ້ານການບໍລິການການເງິນ, ດ້ານກົດໝາຍ ແລະ ດ້ານສາທາລະນະສຸກ.
  ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ໂດຍໄດ້ຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງ ສະພາທຸລະກິດອາຊຽນ-ອາເມລິກາ ໃນໄລ ຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃນຂະແໜງ ຕ່າງໆທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ພ້ອມນີ້, ທ່ານຍັງໄດ້ຊຸກຍູ້ໃຫ້ຄະນະສະ ພາທຸລະກິດອາຊຽນ-ອາເມລິກາ ເພີ່ມທະວີການພົວພັນ ແລະ ຮ່ວມມືກັບອາຊຽນ ກໍຄື ສປປ ລາວ ທີ່ຈະຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ໂດຍສະເພາະການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານຕ່າງໆ ແນໃສ່ການເສີມຂະຫຍາຍການຮ່ວມມື ທາງດ້ານການຄ້າແລະ ການລົງທຶນໃຫ້ສູງຂຶ້ນ.
  ໂອກາດນີ້, ທ່ານ ຮອງປະທານອາວຸ​ໂສ Michael W. Michalak ໄດ້ກ່າວແນະນຳບັນດາຜູ້ລິຫານລະດັບສູງຂອງບໍລິສັດ ສ ອາເມລິກາ ທີ່ເຂົ້້າມາລົງທຶນຢູ່ ສປປ ລາວ ແລະ ໄດ້ມີການແລກ ປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ໂດຍເນັ້ນໜັກການສ້າງຄວາມເຂັ້ມແຂງ ທາງດ້ານການພັດທະນາເສດຖະກິດດີຈິຕອນ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ພ້ອມ​ນີ້, ທ່ານຍັງແຈ້ງໃຫ້ຊາບວ່າ ຄະນະສະພາທຸລະກິດອາຊຽນ-ອາເມ ລິກາ ຍິນດີຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024, ພ້ອມທັງໄດ້ສະເໜີໃຫ້ລັດຖະບານ ສປປ ລາວ ສະໜັບສະໜູນບັນດາກິດຈະກຳຂອງສະພາທຸລະກິດອາຊຽນ-ອາເມລິກາ ໃຫ້ສາມາດປະກອບສ່ວນຫລາຍຂຶ້ນ ໂດຍສະເພາະໃນເວທີປຶກສາຫາລື ແລະ ແລກປ່ຽນທາງພາກທຸລະກິດ ໂດຍຜ່ານກົນໄກຂອງເສົາຄໍ້າເສດຖະກິດອາຊຽນ. ພ້ອມນີ້, ທ່ານຍັງໄດ້ແຈ້ງຕື່ມວ່າ ຈະມີການເຊື້ອເຊີນບັນດາລັດະມົນຕີເສດຖະກິດອາຊຽນ ໄປຢ້ຽມ ຢາມແລກປ່ຽນກັບ ສະພາທຸລະກິດອາຊຽນ-ອາເມລິກາ ທີ່ ສ ອາເມລິກາ ໃນໄລຍະທີ່ ສປປ ລາວເປັນປະທານອາຊຽນ ປີ 2024 ເພື່ອສົ່ງເສີມຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ອາຊຽນ ແລະ ສ ອາເມລິກາ.
   ​
ໃນຕອນທ້າຍ, ທ່ານຮອງປະທານສະພາທຸລະກິດອາຊຽນ-ອາເມລິກາ ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໂດຍຢືນຢືນວ່າຈະສືບຕໍ່ຮັດແໜ້ນ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງສະພາທຸລະກິດອາຊຽນ ແລະ ສະພາທຸລະກິດອາຊຽນ-ອາເມລິກາ ເພື່ອປະກອບສ່ວນໃນການສ້າງປະຊາຄົມອາຊຽນ ກໍຄື ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

ads
ads

Top