ປະທານປະເທດ ແຫ່ງ ສປປ ລາວ ພົບປະ ນາຍົກລັດຖະມົນຕີ ຍີ່ປຸ່ນ

26/05/2023 14:04
Email Print 2346
ຂປລ ຂປລ. ໃນວັນທີ 25 ພຶດສະພາ 2023 ນີ້, ທ່ານ ທອງລຸນ ສິສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28

 

     ຂປລ. ໃນວັນທີ 25 ພຶດສະພາ 2023 ນີ້, ທ່ານ ທອງລຸນ ສິສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະກັບ ທ່ານ ກິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 28 ໃນລະຫວ່າງ 25-26 ພຶດສະພາ 2023 ທີ່ປະເທດຍີ່ປຸ່ນ.
   ໃນໂອກາດນີ້
, ທ່ານ ກິຊິດະ ຟຸມິໂອະ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງທ່ານ ທອງລຸນ ສີສຸລິດ ໃນຄັ້ງນີ້ ໂດຍສະເພາະ ການເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 28, ເຊິ່ງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
   ໂອກາດດຽວກັນ ທ່ານ ທອງລຸນ ສິສຸລິດ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ທີ່ໄດ້ໃຫ້ການຕ້ອນຮັບທີ່ອົບອຸ່ນ ພ້ອມທັງຖືໂອກາດນີ້
, ສະແດງຄວາມຊົມເຊີຍ ລັດຖະບານຍີ່ປຸ່ນ ທີ່ໄດ້ສໍາເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ກຸ່ມຜູ້ນໍາ G7 ຢູ່ ແຂວງ ຮິໂຣຊິມະ ໃນທ້າຍອາທິດຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງບົດບາດອັນພົ້ນເດັ່ນຂອງຍີ່ປຸ່ນໃນເວທີສາກົນ ໃນການວາງທິດທາງ ແລະ ນະໂຍບາຍ ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ເປັນບັນຫາໜັກໜ່ວງສໍາລັບປະເທດຕ່າງໆໃນທົ່ວໂລກ; ສປປ ລາວ ຢືນຢັນຄືນຄວາມໝາຍໝັ້ນຂອງຕົນໃນການເຮັດວຽກຮ່ວມກັບປະເທດ ຍີ່ປຸ່ນ ຢ່າງໃກ້ຊິດ ແລະ ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໃນການສົ່ງເສີມການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ;  ຂ້າພະ ເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງເປັນກ້າວໆມາ; ການພົວພັນຮ່ວມມື ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແມ່ນ ດໍາເນີນໄປຢ່າງເປັນປົກກະຕິ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງ ລັດຖະ ບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຕະຫລອດມາ; ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ແຜນງານການຮ່ວມມື ລາວ-ຍີ່ປຸ່ນ (Action Plan Lao-Japan) ທີ່ສອງປະເທດໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມານັ້ນ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຈາກພາກສ່ວນກ່ຽວຂ້ອງຂອງສອງຝ່າຍ, ເຊິ່ງໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງເຂັ້ມແຂງ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ລວມທັງການປະຕິບັດ 2 ວາລະແຫ່ງຊາດ (ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ) ຂອງ ສປປ ລາວ; ການເປັນປະທານ ໝູນວຽນ ອາຊຽນ ຂອງ ສປປ ລາວ ໃນປີ 2024 (ເປັນເທື່ອທີ 3 ທີ່ ລາວເປັນປະທານ), ລວມທັງໄດ້ເປັນການກະກຽມທີ່ສໍາຄັນເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ (05 ມີນາ 1955) ໃນປີ 2025 ທີ່ຈະມາເຖິງ.

ຂໍ້ມູນ-ພາບ: ທີມງານໂທລະພາບແຫ່ງຊາດລາວ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top