ເຄນຍາ ເປີດໂຕສະຖານີ ສາກລົດໂດຍສານໄຟຟ້າແຫ່ງທຳອິດ

25/05/2023 18:11
Email Print 415
ຂປລ ເຄນຍາ ເປີດໂຕສະຖານີ ສາກໄຟຟ້າ ສຳລັບ ລົດໂດຍສານ ສາທາລະນະ ແຫ່ງທຳອິດ ພາຍໃຕ້ ຄວາມພະຍາຍາມ ສົ່ງເສີມ ການປ່ຽນຜ່ານ ສູ່ການສັນຈອນ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ ຂອງ ປະເທດ.

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ​ວັນທີ 24 ເດືອນພຶດສະພາ, ເຄນຍາເປີດໂຕສະຖານີ ສາກໄຟຟ້າສຳລັບ ລົດໂດຍສານ ສາທາລະນະແຫ່ງທຳອິດ ພາຍໃຕ້ ຄວາມພະຍາຍາມ ສົ່ງເສີມ ການປ່ຽນຜ່ານ ສູ່ການສັນຈອນ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ ຂອງ ປະເທດ. ​​ທ່ານ ຈິດ ບັດຕາຈາຍາ ປະທານ ບາຊີໂກ (BasiGo) ເປັນ ບໍລິສັດ​ສະຕາຣອັບ ສັນຊາດ​ເຄນ​ຍາ ກ່າວ​ວ່າ ສະຖານີ​ ສາກຖ່ານ​ແບບ​ໄວ ດ້ວຍ​​ກະ​ແສ​​ໄຟຟ້້າແຮງ​ສູງ ຊຶ່ງ​ມີ ​ຂີດຄວາມ ສາມາດ ໃນການສາກ ​ລົດ​ໂດຍສານ ພ້ອມ​ກັນ ຈຳນວນ 6 ຄັນ ​ໄດ້​ຮັບ​ການ​ພັດທະນາ ​ໂດຍ​ການ ​ສະໜັບ ສະໜູນ ຂອງ​ ເຄນ​ຍາ ພາວ​ເວີຣ (Kenya Power) ເປັນໜ່ວຍ​ງານ​ ດ້ານ​ພະລັງງານ​ ຂອງ​ລັດ.

​​ທ່ານ ຈິດ ບັດຕາຈາຍາ ກ່າວວ່າ: ສະຖານີ ​ສາກ​ໄຟຟ້າ ດັ່ງກ່າວ ​ເປັນ​ສະຖານີ ​ແຫ່ງ​ທຳ​ອິດ​ ທີ່​ເຊື່ອມ​ຕໍ່ ກັບ ​ແນວທາງ ການ​ຂັບ​ເຄື່ອນ ​ດ້ວຍ​ລະບົບ ​ໄຟຟ້າ ​ແບບ​ໃໝ່ ​ຂອງ ​ເຄນ​ຍາ ທີ່​ໄດ້​ຮັບການ ​ອະນຸມັດ ​ເມື່ອ​ເດືອນ​ມີນາ , ຊຶ່ງ​ຈັດ​ສັນ​ ພະລັງງານ​ ຕົ້ນ​ທຶນ​ຕໍ່າ ສຳລັບ ການ​ສາກ ຍານພາຫະນະ​ ໄຟຟ້າ ​ໃນ​ເວລາ​ກາງ​ຄືນ ອັນ​ເປັນ​ໄລຍະ ​ທີ່​ ປະ​ເທດ ມີ​ຊັບພະຍາກອນ ພະລັງງານ​ ໝູນວຽນ ຢ່າງຫລວງຫລາຍ.

          ນອກຈາກນັ້ນ, ທ່ານ ຈິດ ບັດຕາຈາຍາ ກ່າວວ່າ: ປັດຈຸບັນ, ຂະແໜງການຂົນສົ່ງ ພາຍໃນປະເທດ ມີສ່ວນ ໃນການປ່ອຍແກັສ ເຮືອນແກ້ວ 12% ຂອງ ການປ່ອຍແກັສ ເຮືອນແກ້ວ ທັງໝົດ ໂດຍຄາດວ່າ: ການປ່ອຍແກັສ ຂອງ ພາກສ່ວນນີ້ ຈະເພິ່ມຂຶ້ນ 17% ໃນປີ 2030 ຈຶ່ງຄວນມີການສະໜັບສະໜູນ ໃນຂະແໜງການຂັບເຄື່ອນ ດ້ວຍລະບົບໄຟຟ້າ ໃຫ້ຈະເລີນເຕີບໂຕ ແລະ ກ້າວໜ້າ ເພື່ອຮັບມືກັບທ່າອຽງດັ່ງກ່າວ./.

KPL

ຂ່າວອື່ນໆ

ads
ads

Top