ເຂົ້າ​ຊອຍຮ້ານ​​ແມ່​ສຸກຕົ້ນສະບັບຈາກກລວງນໍ້າທາ

25/05/2023 10:48
Email Print 795
ຂປລ *ເມື່ອ​ເອີຍ​ເຖິງ ຮ້ານ​ເຂົ້າ​ຊອຍ​ແຊບ​ຂອງ​ເມືອງສີສັດຕະ​ນາກ ​ແລ້ວ​ກໍ​ມີ​ຫລາຍໆຮ້ານ ທີ່​ຄົນ​ນິຍົມ​ຊົມ​ຊອບ ​​ແລະ ໜຶ່ງ​ໃນນັ້ນ​ກໍ​ຕ້ອງ​ມີ​ຮ້ານ​ແມ່​ສຸກ​ເຂົ້າ​ຊອຍ​ແຊບ ຕົ້ນ​ຕໍາ​ລັບ​ຈາກ​ເມືອງ​ສິງ ​​ແຂວງ​ຫລວງ​ນໍ້າ​ທາ ດ້ວຍ​ຄວາມ​ແຊບ, ຄວາມ​ເຂັ້ມ​ຂຸ້ນ​ຂອງ​ນໍ້າໜ້າ​ເຂົ້າ​ຊອຍ​ທີ່​ຜ່ານ​ການ​ປຸງ ​ດ້ວຍ​ສູດ​ສະ​ເພາະ​ທີ່​ເປັນ​ເອກະລັກ​ຂອງ​ທາງ​ຮ້ານ,​ ເສັ້ນ​ເຂົ້າ​ຊອຍ​ທີ່​ອ່ອນ​ນຸ່ມ​ ບວກ​ກັບ​​ວັດຖຸ​ດິບ​ທີ່​ສົດ​​ໃໝ່​ໃນ​ແຕ່​ລະ​ມື້​​ ຍິ່ງ​ເພີ່ມ​ຄວາມ​ແຊບ​ໄດ້​​ເປັນ​ຢ່າງ​ດີ.




*ເມື່ອ​ເອີຍ​ເຖິງ ຮ້ານ​ເຂົ້າ​ຊອຍ​ແຊບ​ຂອງ​ເມືອງ ສີສັດຕະ​ນາກ ​ແລ້ວ​ກໍ​ມີ​ຫລາຍໆຮ້ານ ທີ່​ຄົນ​ນິຍົມ​ຊົມ​ຊອບ ​​ແລະ ໜຶ່ງ​ໃນນັ້ນ​ກໍ​ຕ້ອງ​ມີ​ຮ້ານ​ແມ່​ສຸກ​ເຂົ້າ​ຊອຍ​ແຊບ ຕົ້ນ​ຕໍາ​ລັບ​ຈາກ​ເມືອງ​ສິງ ​​ແຂວງ​ຫລວງ​ນໍ້າ​ທາ ດ້ວຍ​ຄວາມ​ແຊບ, ຄວາມ​ເຂັ້ມ​ຂຸ້ນ​ຂອງ​ນໍ້າໜ້າ​ເຂົ້າ​ຊອຍ​ທີ່​ຜ່ານ​ການ​ປຸງ ​ດ້ວຍ​ສູດ​ສະ​ເພາະ​ທີ່​ເປັນ​ເອກະລັກ​ຂອງ​ທາງ​ຮ້ານ,​ ເສັ້ນ​ເຂົ້າ​ຊອຍ​ທີ່​ອ່ອນ​ນຸ່ມ​ ບວກ​ກັບ​​ວັດຖຸ​ດິບ​ທີ່​ສົດ​​ໃໝ່​ໃນ​ແຕ່​ລະ​ມື້​​ ຍິ່ງ​ເພີ່ມ​ຄວາມ​ແຊບ​ໄດ້​​ເປັນ​ຢ່າງ​ດີ. ນອກ​ນີ້, ​ ສິ່ງ​ທີ່​ມັດ​ໃຈ​ລູກ​ຄ້າ​​​ອີກ​ຢ່າງໜຶ່ງ ກໍ​ຄື​ການ​ບໍລິການທີ່​ດີ ມີ​ຄວາມ​ຍິ້ມ​ແຍ່​ມ​ແຈ່ມ​ໃສ, ຄວາມວ່ອງ​ໄວ​ທັນ​ໃຈ ກໍ​ຄືໝາກຫົວ​ໃຈ​ສໍາຄັນ​​ທີ່​ຈະ​ເຮັດ​​ໃຫ້ປະສົບ​ຜົນ​ສໍາ​ເລັດ​ໃນ​ອາ​ຊີບ​ການບໍລິ​ການ​ໄດ້.

ທ່ານນາງ ຈັນສຸກ ສີມະຫາໂນ  ເຈົ້າຂອງຮ້ານເຂົ້າຊອຍແມ່ສຸກໄດ້ໃຫ້ຮູ້ວ່າ:   ຮ້ານ​ເຂົ້າ​ຊອຍ​ແມ່​ສຸກ​ເກີດ​ຈາກ​ຄວາມ​ມັກ​​ໃນ​ການ​ກິນ​ເຂົ້າ​ຊອຍ ​ແລະ ​ໄດ້​ໄປ​ກິນ​ຫລາຍ​ບ່ອນ​ແລ້ວ​ກໍ​ບໍ່​ຖຶກ​ໃຈ ຈຶ່ງ​ມັກ​ເຮັດ​ກິນ​​ເອງ ພາຍໃນຄອບຄົວເທົ່ານັ້ນ ດ້ວຍລົດຊາດທີ່ມີຄວາມແຊບ ຈຶ່ງໄດ້ຮັບສຽງສະໜັບສະໜຸນຈາກຄົນອ້ອມຂ້າງ ໃຫ້ເປີດຮ້ານເພື່ອຂາຍເມນູດັ່ງກ່າວ ໃຫ້ ສັງຄົມໄດ້ຮັບປະທານນຳດ້ວຍ,​ ຂ້າພະເຈົ້າຈຶ່ງຕັດສິນໃຈເປີດຮ້ານເຂົ້າຊອຍ ແມ່ສຸກແຫ່ງນີ້ເປັນທາງການມາ​ແຕ່​ທ້າຍ​ປີທີ່ຜ່ານມາ ໂດຍເປັນສູດເຂົ້າຊອຍຕົ້ນຕຳລັບເມືອງສິງ ແຂວງຫລວງນ້ຳທາ ທີ່ເສີບໃຫ້ລູກຄ້າໄດ້ຮັບປະທານຄຽງຄູ່ ກັບຜັກນ້ຳທີ່ເປັນຜັກພື້ນເມືອງ ທີ່ມີລົດຊາດເປັນເອກະລັກ​, ໂດຍ​ປັດຈຸບັນ ນອກຈາກຈຳໜ່າຍເມນູເຂົ້າຊອຍ ທີ່ເປັນເຂົ້າ ຊອຍນ້ຳແລ້ວ, ທາງຮ້ານໄດ້ມີການ ຜະລິດໜ້າເຂົ້າຊອຍແບບບັນ ຈຸພັນໃນແບບສຳເລັດຮູບນຳດ້ວຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ກຸ່ມລູກຄ້າທີ່ມີຄວາມຕ້ອງການ ໃນການຮັບປະທານເຂົ້າຊອຍ ໃນເຂດຫ່າງໄກສາມາດເຂົ້າເຖິງຜະລິດ ຕະພັນເຂົ້າຊອຍແມ່ສຸກໄດ້ກວ້າງຂວາງຂຶ້ນ  ເຊິ່ງປັດຈຸບັນມີໜ້າເຂົ້າຊອຍ ແບບສຳເຮັດຮູບມີ ຂະໜາດ  300 ກຣາມ ເຖິງສາມລົດຊາດໃຫ້ລູກຄ້າໄດ້ເລືອກຄື : ໜ້າເຂົ້າຊອຍໝູ,ໄກ່ ແລະ ງົວ ທີ່ປາສະຈາກສານກັນບູດ ສາມາດຊື້ເປັນເຄື່ອງຕ້ອນຂອງຝາກ​ໄດ້. ນອກ​ນີ້​, ສິ່ງ​ທີ່​ມັດ​ໃຈ​ລູກ​ຄ້າ​ກໍ​ຄື​ການ ​ ຮັກສາມາດຕະຖານ ຂອງຜະລິດຕະພັນເຂົ້າຊອຍພາຍໃນຮ້ານ ໃຫ້ດີທີ່ສຸດໂດຍຈະເອົາໃຈໃສ່ຄວາມສະອາດ, ວັດດຸດິບສົດໃໝ່, ລົດຊາດອາຫານມີຄວາມແຊບ, ການບໍລິ ການປະທັບໃຈມາເປັນອັນດັບທຳອິດ.





 ທ່ານນາງ ຈັນສຸກ ​ເວົ້າ​ຕື່ມ​ວ່າ:  ​ເພື່ອ​ຮອງ​ຮັບລູກ​ຄ້າ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ ກໍ​ມີແຜນການຂະຫຍາຍຮ້ານເຂົ້າຊອຍແມ່ສຸກ ໃຫ້ມີສີສັນອັນໂດດເດັ່ນຂຶ້ນດ້ວຍການຕົບແຕ່ງ ແບບເອກະລັກຫລວງພະບາງ, ເພີ່ມເມນູໃຫ້ຫລາກຫລາຍຂຶ້ນ ເພື່ອຕອບໂຈດຄວາມຕ້ອງການຂອງລູກຄ້າ ແລະ ມີແຜນຈະເພີ່ມເມນູກາເຟ ແລະ ເຄື່ອງດື່ມເພື່ອສຸຂະພາບເຂົ້າຕື່ມ ພິເສດໃນ ໄວໆນີ້ ຈະມີການເພີ່ມເມນູເຂົ້າຊອຍຜັດແຫ້ງ ແລະ ເມນູໝີ່ກອບເຂົ້າຊອຍເຂົ້າຕື່ມ. ເຖິງແມ່ນວ່າໃນເວລານີ້ທຸລະກິດຮ້ານເຂົ້າຊອຍ ຈະມີການແຂ່ງຂັນກັນສູງໃນນາມຮ້ານເຂົ້າຊອຍແມ່ສຸກເອງ ແມ່ນມີການຕະຫລາດດຶງດູດລູກຄ້າເຂົ້າມາຮ້ານ ໃຫ້ຫລາຍທີ່ສຸດດ້ວຍການໝູນໃຊ້ຄຳວ່າ ຄວາມຄຸ້ມຄ່າກັບລາຄາໃຫ້ກັບລູກຄ້າທຸກໆທ່ານ ຄືທາງຮ້ານຈະກຳນົດ ລາຄາອາຫານທີ່ບໍ່ແພງ ລູກຄ້າທຸກກຸ່ມສາມາດເຂົ້າເຖິງໄດ້ ແທດເໝາະກັບສະພາບເສດຖະກິດໃນຍຸກປະຈຸບັນ ພ້ອມທັງຮັບປະລິມານອາຫານ ທີ່ຄຸ້ມຄ່າກວ່າລາຄາທີ່ລູກຄ້າຈ່າຍໄປນຳດ້ວຍ ສິ່ງນີ້ຄືຄວາມປະທັບໃຈທີ່ເປັນການຕະຫລາດ ທີ່ສາມາດຄອງໃຈລູກຄ້າຂອງຮ້ານເຂົ້າຊອຍ ແມ່ສຸກດ້ວຍດີຕະຫລອດມາ.
ຮ້ານເຂົ້າຊອຍແມ່ສຸກເປີດບໍລິການໃນວັນຈັນ - ວັນເສົາ (ປິດທຸກວັນອາທິດ) ໃນເວລາ 07:00ໂມງ - 16:00ໂມງ, ສະຖານທີ່ຕັ້ງຢູ່ບ້ານສະພານທອງໃຕ້, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ຂຽນໂດຍ:ມາລີດາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top