ລາວ-ຣັດເຊຍ ສຳເລັດການຢ້ຽມຢາມ ຣັດເຊຍ

23/05/2023 15:19
Email Print 1201
ຂປລ ຂປລ.ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສະມາຄົມມິດຕະພາບ ຣັດເຊຍ-ລາວ, ສະຫາຍ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສະມາ ຄົມມິດຕະພາບ ລາວ-ຣັດເຊຍ

 

  ຂປລ.ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສະມາຄົມມິດຕະພາບ ຣັດເຊຍ-ລາວ,  ສະຫາຍ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສະມາ ຄົມມິດຕະພາບ ລາວ-ຣັດເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ກ່ຽວກັບ ປະເທດລາວ ພາຍໃຕ້ຄຳຂວັນ: "ປະເທດລາວ ປະເທດລ້ານຊ້າງ ແລະ ຄັນຮົ່ມສີຂາວ" ທີ່ ນະ ຄອນຫລວງມົດສະກູ, ສ ຣັດເຊຍ.
 
ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ຕີລາຄາສູງຕໍ່ການເອົາໃຈໃສ່ ແລະ ໃຫ້ກຽດ ຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ແລະ ກອງທຶນສັນຕິພາບຣັດເຊຍ ໂດຍສະເພາະ ການປະກອບສ່ວນອັນສຳ ຄັນຂອງ ທ່ານ ອາເລັກຊານເດີ ລະວົບ (
Alexander Lvov), ຊ່າງຖ່າຍຮູບຜູ້ມີຊື່ສຽງຂອງ ຣັດເຊຍ ທີ່ໄດ້ເດີນທາງຖ່າຍທໍາຮູບພາບສະຖານທີ່ສຳຄັນຕ່າງໆ ຂອງລາວ ນັບແຕ່ວັນທີ 4 ກຸມພາ-3 ມີນາ 2023 ຜ່ານມາ ແລະ ໄດ້ຖືກ ນໍາມາວາງສະແດງ ທີ່ ນະ ຄອນຫລວງມົດສະກູ ເພື່ອເປັນການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວສຳຄັນ ຂອງລາວ ໃຫ້ປະຊາ ຊົນຣັດເຊຍ ແລະ ບັນດານັກທ່ອງທ່ຽວທົ່ວໂລກ ໄດ້ຮັບຮູ້ ກ່ຽວກັບການທ່ອງທ່ຽວ ໃນລາວ.
  
ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຢາມສູນວິທະຍາສາດ ແລະ ວັດທະນະທຳລາວ ທີ່ນະຄອນ ຫລວງມົດສະກູ ແລະ ເຂົ້າຮ່ວມງານພິທີປະທັບຕາໃສ່ສະແຕັມໄປສະນີ ເນື່ອງໃນໂອກາດຄົບຮອບ 100 ປີ ຂອງບໍລິສັດ ມຽດສະດູນາໂຣດນາຢາ ຄະຍີກາ (
MK). ຈາກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຣັດເຊຍ ໄດ້ເດີນທາງຢ້ຽມຢາມສາຂາຂອງສະມາຄົມມິດຕະພາບ ຣັດເຊຍ-ລາວ ທີ່ ນະຄອນເຊັນປີເຕີສະເບີກ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ຊຸກຍູ້ໃຫ້ປະຊາຊົນສອງຊາດ ລາວ-ຣັດເຊຍ ມີຄວາມເຂົ້າໃຈອັນດີຕໍ່ກັນ ແລະ ໄປມາຫາສູ່ກັນຫລາຍຂຶ້ນ. ນອກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຣັດເຊຍ ຍັງໄດ້ຢ້ຽມຢາມລັດວິສາຫະກິດ ລຽນປາລິກຣາຟ໌ມັດສ໌(Lenpoligra fmash) ເພື່ອສຶກສາຄວາມເປັນໄປໄດ້ໃນການສົ່ງເສີມການຮ່ວມມືດ້ານການຄ້າ, ທຸລະກິດ Startup, ເຕັກໂນໂລຊີ ແລະ ນະວັດຕະກໍາ ພ້ອມທັງຊຸກຍູ້ໃຫ້ພາກທຸລະກິດ ຂອງ ນະຄອນເຊັນປີເຕີສະເບີກ ເພີ່ມທະວີການລົງທຶນໃນຂະແໜງ ການທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍສະເພາະແມ່ນ ຂະແໜງການທີ່ ສປປ ລາວ ມີທ່າແຮງ.

KPL

ຂ່າວອື່ນໆ

    • ໂທລະເລກເສົ້າສະຫລົດໃຈການເມືອງ

      ໂທລະເລກເສົ້າສະຫລົດໃຈ

      5/23/2025 6:43:56 PM

      ຂປລ ໃນວັນທີ 22 ພຶດສະພາ 2025 ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດລາວ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ເຖິງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດ ຫວຽດນາມ ຕໍ່ການເຖິງແກ່ມໍລະນະກໍາຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ເມື່ອວັນທີ 20 ພຶດສະພາ 2025 ຜ່ານມາ.

    • ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIIIການເມືອງ

      ເປີດກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII

      5/22/2025 7:50:51 PM

      ຂປລ. ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ”

    • ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມການເມືອງ

      ຜົນສຳເລັດການເຂົ້າຮ່ວມສວນສະໜາມ ວັນປົດປ່ອຍພາກໃຕ້ຫວຽດນາມ

      5/22/2025 7:27:52 PM

      ຂປລ. ກ້ອນກຳລັງ ກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫລາຍດ້ານ ເປັນຕົ້ນ ການສຶກສາອົບຮົມການ ເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ຄວາມໝາຍຄວາມສຳຄັນ ທີ່ເປັນມູນເຊື້ອ ລະຫວ່າງສອງກອງທັບລາວ-ຫວຽດນາມ

    • ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ IIການເມືອງ

      ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

      5/22/2025 6:39:27 PM

      ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫລວງວຽງຈັນ

    • ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທການເມືອງ

      ສະສາງລົດໃຫ້ ອະດີດພະນັກງານການນໍາ ແລະ ພະນັກງານບຳນານ ກະຊວງ ຖວທ

      5/21/2025 8:47:38 PM

      ຂປລ. ພິທີສະສາງລົດໃຫ້ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 20 ພຶດສະພາ 2025 ຢູ່ກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຊັບສິນກະຊວງການເງິນ, ມີບັນດາອະດີດພະນັກ ງານການນຳ ແລະ ພະນັກງານບຳນານ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເຂົ້າຮ່ວມ.

ads
ads

Top