ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ

28/04/2023 15:10
Email Print 1751
ຂປລ ຂປລ. ໃນວັນທີ 27 ເມສາ 2023 ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ

 

  ຂປລ. ໃນວັນທີ 27 ເມສາ 2023 ນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 26-27 ເມສາ 2023.
   ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ   ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ ລັດຖະມົນຕີ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເຊິ່ງຖືເປັນນິມິດໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ແລະ ມີໝາກຜົນ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລາວ-ຮົງກາລີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ອັນເປັນການຢືນຢັນຄືນອີກເທື່ອໜຶ່ງ ເຖິງສາຍພົວພັນສອງຝ່າຍທີ່ເປັນມູນເຊື້ອອັນຍາວນານ, ຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ, ພ້ອມທັງໄດ້ສະແດງຄວາມຍີນດີທີ່ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ທັງໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ. ພ້ອມນີ້, ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍໃນຫລາຍດ້ານໃນໄລຍະຜ່ານມາ ເປັນຕົ້ນ ແມ່ນການພົວພັນຮ່ວມມືທາງດ້ານການເມືອງ, ການທູດ, ການກະສິກໍາ, ການສຶກສາ ແລະ ການເງິນ ພາຍໃຕ້ເງິນກູ້ຢືມແບບມີເງື່ອນໄຂບໍ່ມີດອກເບ້ຍ (Tied Aid Credit). ລາວ-ຮົງກາຣີ ມີການພົວ ພັນຮ່ວມມືອັນດີນໍາກັນມາແຕ່ດົນນານ, ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດມາ ແລະ ໄດ້ຍົກລະ ດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2019, ລວມເຖິງການເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຮົງກາລີ ຄືນໃໝ່ ໃນເດືອນພະຈິກ ປີ 2022 ໃນໂອກາດສະເຫລີມສະຫລອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາລີ, ເຊິ່ງເປັນຂີດໝາຍສໍາຄັນ ແລະ ຢັ້ງຢືນເຖິງນະໂຍບາຍຂອງລັດຖະ ບານລາວ ໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບກັບ ຮົງກາລີ ກໍຄື ການສືບຕໍ່ຊຸກຍູ້ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ກ້າວຂຶ້ນສູ່ລະດັບໃໝ່.  ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນຂອງ ຮົງກາລີ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງ ແຈ້ງໃຫ້ ຝ່າຍຮົງກາລີ ຊາບກ່ຽວກັບສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ລວມເຖິງການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.
   ໂອກາດດຽວກັນນີ້
, ທ່ານ ລັດຖະມົນຕີ ປີເຕີ ຊີຢາໂຕ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການຢ້ຽມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນຂອງການພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງຝ່າຍ ສປປ ລາວ ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານ ລັດຖະມົນຕີ ປີເຕີ ຊີຢາໂຕ ກໍໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ຮົງກາລີ-ລາວ ໃນໄລຍະຜ່ານມາ ແລະ ເຫັນດີໃຫ້ມີການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ ສປປ ລາວ ໄດ້ເປີດຄືນ ສະຖານເອກອັກຄະລັດຖະທູດຂອງຕົນ ປະຈໍາ ຮົງກາລີ ໃນທ້າຍປີ 2022 ຜ່ານມາ, ເຊິ່ງເປັນນິມິດໝາຍສໍາຄັນປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ຮົງກາລີ-ລາວ ໃຫ້ສືບຕໍ່ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ.
    ໃນຕອນທ້າຍ
, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນໄປຍັງ ທ່ານ ວິກຕໍ ອໍບານ (Viktor Orban), ນາຍົກລັດຖະມົນີ ຮົງກາລີ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ ແລະ ເໝາະສົມ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top