ປະທານສານປະຊາຊົນສູງສຸດ ໂອ້ລົມ ພະນັກງານສານປະຊາຊົນເຂດ II ນວ

27/04/2023 18:26
Email Print 1118
ຂປລ ຂປລ. ໃນວັນທີ 26 ເມສາ ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ພົບປະໂອ້ລົມ ພະນັກງານຫລັກແຫລ່ງເມືອງໄຊທານີ, ເມືອງປາກງື່ມ ແລະ ພະນັກງານສານປະຊາ ຊົນເຂດ II ນະຄອນຫລວງວຽງຈັນ ​

 

   ຂປລ. ໃນວັນທີ 26 ເມສາ ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ພົບປະໂອ້ລົມ ພະນັກງານຫລັກແຫລ່ງເມືອງໄຊທານີ, ເມືອງປາກງື່ມ ແລະ ພະນັກງານສານປະຊາ ຊົນເຂດ II ນະຄອນຫລວງວຽງຈັນ ​ໂດຍ​ທ່ານ​ໄດ້​ເນັ້ນຫລາຍ​ບັນຫາ​ສຳຄັນ ເພື່ອຮັບປະກັນໃຫ້ແກ່ການດຳເນີນຄະດີຕາມຂະບວນຍຸຕິທໍາ ມີຄວາມວ່ອງໄວ, ໂປ່ງ​ໄສ, ພາວະວິໄສ ແລະ ຖືກຕ້ອງເປັນທຳ.
  ທ່ານ ນາງ ວຽງທອງ ສີພັນດອນ ​ໄດ້​ກ່າວ​ວ່າ: ເພື່ອຮັບປະກັນໃຫ້ແກ່ການດຳເນີນຄະດີຕາມຂະບວນຍຸຕິທໍາໃຫ້ມີຄວາມວ່ອງໄວ
, ໂປ່ງ​ໄສ, ພາວະວິໄສ ແລະ ຖືກຕ້ອງເປັນທຳ ບົນຈິດໃຈບຸກທະລຸ, ມີຈັນຍາບັນ-ຈັນຍາທຳ, ເສຍສະລະເພື່ອສ່ວນລວມ, ເຮັດແທ້ທໍາຈິງ ແລະ ເຄົາລົບຕໍ່ກົດໝາຍ ຈຶ່ງເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ບາງຈຸດອ່ອນຂໍ້ ຄົງຄ້າງຄື: ຄະນະພັກສານປະຊາຊົນເຂດ II ນະຄອນຫລວງວຽງຈັນ ຕ້ອງໄດ້ເດັດດ່ຽວ ແລະ ເຂັ້ມງວດທີ່ສຸດໃນການຕັດສິນ, ພິພາກສາຄະດີ ໃຫ້ສອດຄ່ອງຕາມຫລັກການນໍາພາຂອງພັກ, ຮັບປະກັນຄວາມເປັນເອກະພາບ, ນໍາພາເປັນໝູ່ຄະນະ, ຄົ້ນຄວ້າບັນຫາຄະດີຢ່າງພາວະວິໄສ, ມີຄວາມໂປ່ງ​ໄສໃນທຸກຂັ້ນຕອນ, ຖືກຕ້ອງຕາມຂໍ້ມູນຫລັກຖານ ແລະ ກົດໝາຍກໍານົດໄວ້; ສານປະຊາຊົນເຂດ  ຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ໄດ້ເປັນຜູ້ບໍລິການດີ, ບໍລິຫານທີ່ບໍລິສຸດໂປ່ງ​ໄສ, ຊື່ສັດບໍລິສຸດ ສັດຊື່ຕໍ່ວິຊາຊີບ; ເອົາ ໃຈໃສ່ບໍາລຸງສ້າງພະນັກງານຂອງສານ ໃຫ້ມີຄວາມຮູ້ຄວາມສາມາດ, ຈັນຍາບັນ-ຈັນຍາທໍາ  ແລະ ເປັນມືອາຊີບ ໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະຜູ້ພິພາກສາ ທີ່ເປັນຜູ້ຕັດສິນຊີ້ຂາດກ່ຽວກັບຄະດີ ຖືວ່າມີຄວາມສໍາຄັນຫລາຍ ເພາະການຕັດສິນ, ຊີ້ຂາດດັ່ງກ່າວແຕະຕ້ອງເຖິງຊີວິດ, ສຸຂະພາບ, ອິດສະລະພາບ, ກຽດສັກສີ ແລະ ສິດ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ; ເອົາໃຈໃສ່ປະສານສົມທົບ ແລະ ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງຂອງການດຳເນີນຄະດີຕາມຂະບວນຍຸຕິທຳ ເປັນ ຕົ້ນ ອົງການໄອຍະການປະຊາຊົນເຂດ, ຫ້ອງການຍຸຕິທຳເມືອງ, ເຈົ້າໜ້າທີ່ ປກສ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງກັບການພິຈາລະນາແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ, ສັບສົນ, ພົວພັບກັບຫລາຍບັນຫາ ຕ້ອງໄດ້ປະສານສົມທົບ ແລະ ປຶກສາຫາລືແກ້ໄຂບັນຫາຮ່ວມກັນ ເພື່ອຮັບປະກັນໃຫ້ການດໍາເນີນຄະດີ ມີຄວາມຮັດກຸມ, ເປັນທີ່ເຊື່ອຖື ແລະ ຍອມຮັບຂອງປະຊາຊົນ, ສ້າງຄວາມໂປ່ງ​ໄສໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທຳ, ນັບແຕ່ການສືບສວນ-ສອບສວນ, ການຄົ້ນຄວ້າກ່າວຟ້ອງ, ການຕັດສິນ-ພິພາກສາຄະດີ ຈົນເຖິງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ໃນນັ້ນ ຖືການຕັດສິນ-ພິພາກສາຄະດີຖືກຕ້ອງຕາມກົດໝາຍ ແລະ ຖືກຕາມຄວາມເປັນຈິງ, ເປັນໃຈກາງ ແລະ ຖືການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ສິ້ນສຸດຕາມກົດໝາຍ.
   ​ໂອກາດ​ນີ້, ທ່ານ  ສັກກຸນາ ຍະພິຈິດ ປະທານສານປະຊາຊົນເຂດ
II ນະຄອນຫລວງວຽງຈັນ  ໄດ້ລາຍງານ​ໃຫ້​ຮູ້ວ່າ: ສານປະຊາຊົນເຂດ II ນະຄອນຫລວງວຽງຈັນ ມີສຳນັກງານຕັ້ງຢູ່ບ້ານໄຊສົມບູນ ເມືອງໄຊທານີ ຖືເປັນສານປະຊາຊົນຂັ້ນທ້ອງຖິ່ນ ມີພາລະບົດບາດ ສິດ ແລະ ໜ້າທີ່ໃນການແກ້ໄຂຄະດີເປັນຂັ້ນຕົ້ນ, ​ໃນ 1 ປີຜ່ານມາ ມີຄະດີທັງ 451 ເລື່ອງ, ແກ້ໄຂໄດ້ 394 ເລື່ອງ ເທົ່າກັບ 87%, ຂໍອຸທອນ 17 ເລື່ອງ ເທົ່າກັບ 4%, ສືບຕໍ່ດຳເນີນ 57 ເລື່ອງ ໃນນີ້ເປັນຄະດີຂອງເມືອງໄຊທານີ 392 ເລື່ອງ ແລະ ເມືອງປາກງື່ມ 59 ເລື່ອງ, ຄະດີທີ່ພົ້ນເດັ່ນ​ແມ່ນ ຄະດີອາຍາ ປະກອບມີ: ລັກຊັບ, ສໍ້ໂກງ ແລະ ສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ, ຄະດີແພ່ງປະກອບມີ:  ບັນຫາທີ່ດິນ (ຂັດແຍ່ງທີ່ດິນ, ຂັດແຍ່ງມູນມໍລະດົກ, ໃບຕາດິນເສຍຫາຍ) ແລະ ໜີ້ສິນ ແລະ  ຄະດີຄອບຄົວ ແມ່ນການຢ່າຮ້າງ.ຂ່າວ: ອານຸພົນ

KPL

ຂ່າວອື່ນໆ

ads
ads

Top