ປະ​ທານ​ປະ​ເທດ ລົງ​ຊຸກ​ຍູ້​ການ​ຜະ​ລິດ​ຢູ່​ເມືອງ​ໂຂງ

27/03/2023 15:37
Email Print 926
ຂປລ ຂປລ. ວັນ​ທີ 26 ມີ​ນາ 2023 ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ພ້ອມ​ດ້ວຍ​ການ​ນຳ​ຂັ້ນ​ສູນ​ກາງ, ການ​ນຳ​ແຂວງ​ຈຳ​ປາ​ສັກ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ ​ເ​ຄື່ອນ​ໄຫວ​ຢ້ຽມ​ຢາມ​ກຸ່ມ​ຜູ້​ຜະ​ລິດ​ເຂົ້າ​ເປັນ​ສິນ​ຄ້າ​ບ້ານນາ, ຜູ້​ປະ​ກອບ​ການ​ລ້ຽງ​ປານ້ຳ​ຂອງ ​ບ້ານ​ພຽງ​ດີ

 

          ຂປລ. ວັນທີ 26 ມີນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ລາວ ພ້ອມດ້ວຍການນຳຂັ້ນສູນກາງ, ການນຳແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງຄື່ອນໄຫວຢ້ຽມຢາມກຸ່ມຜູ້ຜະລິດເຂົ້າເປັນສິນຄ້າບ້ານນາ, ຜູ້ປະກອບການລ້ຽງປານ້ຳຂອງບ້ານພຽງດີ ແລະ ພົບປະ​​ໂອ້ລົມພໍ່ແມ່ປະຊາຊົນຊາວບ້ານໂພນສະອາດ ທີ່ເປັນ​​ເປົ້າໝາຍບ້ານພັດທະນາ ປະຊາຊົນຢູ່ດີກິນດີ ແລະ ກຸ່ມຜູ້ຜະລິດເຄື່ອງຈັກສານ ສິຄ້າໂອດັອບ ​ໂດຍ​ການຕ້ອນຮັບຈາກ ທ່ານນາງ ຄຳພູ ລິດທິສັກ ເຈົ້າເມື​ອງໆໂຂງ, ມີບັນດາການ​ນໍາ​ເມືອງ ​ແລະ ພໍ່ແມ່ປະຊາຊົນເຖົ້າແກ່ແນວໂຮມ​ເຂົ້າ​ຮ່ວມ​ຕ້ອນຮັບ.
         
ການ​ລົງ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ ຄຳພັນ ສິດມະນີ ນາຍບ້ານໆນາ ​ໄດ້​ໃຫ້​ຮູ້ວ່າ: ບ້ານນາ ປະກອບມີ 140 ຫລັງຄາເຮືອນ, ມີ 122 ຄອບຄົວ, ປະຊາຊົນປະກອບອາຊີບເຮັດນາເປັນຕົ້ນຕໍ, ຄ້າຂາຍເປັນອາຊີບສຳຮອງ, ປັດຈຸບັນພໍ່ແມ່ປະຊາຊົນ ໄດ້ທຳການຜະລິດເຂົ້າເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບໃຫ້ເຂັ້ມແຂງ ແລະຍືນຍົງ ໂດຍຫັນໄປສູ່ສັງຄົມການຜະລິດ, ໄດ້ສ້າງຕັ້ງກຸ່ມການຜະລິດເຂົ້າ ໂດຍມີການຜູກພັນສັນຍາສອງສົ້ນກັບບໍລິສັດ ໄອດີພີ ແລະ ບໍລິສັດ ພູເງິນ ສົ່ງເສີມການຜະລິດເຂົ້າເປັນສິນຄ້າມີ 4 ກຸ່ມ, ມີ 51 ຄອບຄົວ ​ເຊິ່ງການຜະລິດເຂົ້ານາປີຜ່ານມາ ປະຕິບັດໄດ້ 215 ເຮັກຕາ, ຜະລິດເຂົ້າເປັນສິນຄ້າມີ 90 ເຮັກຕາ, ສາມາດຜະລິດເຂົ້າໄດ້ 335,7 ໂຕນ, ຂາຍອອກໄດ້ຮັບເງິນ​ 1.779 ລ້ານກວ່າກີບ, ສະເພາະການຜະລິດເຂົ້ານາແຊງປີນີ້, ມີເນື້ອທີ່ 85 ເຮັກຕາ ໂດຍສະເພາະຜະລິດເຂົ້າເປັນສິນຄ້າມີ 63 ເຮັກຕາ, ຄາດຄະເນສະມັດຕະພາບ 4,5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດຈະໄດ້ຮັບທັງໝົດ 283,5 ໂຕນ ແລະ ຄາດຄະເນລາຍຮັບຈາກການຂາຍເຂົ້າ 1.732 ລ້ານກີບ.   ຈາກນັ້ນ ທ່ານ ທອງລຸນ ສີສຸລິດ ພ້ອມ​ຄະນະ ກໍໄດ້ໄປຢ້ຽມຢາມຄອບຄົວຕົວແບບເບິ່ງການລ້ຽງ ແລະ ຂະຫຍາຍພັນປານ້ຳຂອງ ຢູ່ບ້ານພຽງດີ ກໍ​ຄື ຄອບຄົວທ່ານ ຄຳຈັນ ໄຊສົມບັດ ​​ໃນສົກປີ 2017-2018 ໄດ້ລົງມືບຸກເບີກເນື້ອທີ່ຈຳນວນ 30 ເຮັກຕາໃນການເຮັດໜອງປາ ເພື່ອລ້ຽງປາ 50 ໜອງ, ໜອງສຳລັບປ່ອຍປາ 25 ໜອງ ແລະ ໜອງອະນຸບານລູກປາ 25 ໜອງ​, ປັດຈຸບັນພາຍໃນໜອງມີປາທັງໝົດ 17 ສາຍພັນ ເປັນຕົ້ນ ປາເຄິງ, ປາເພ້ຍ, ປາພອນ, ປາປື່ງ, ປາຍອນ, ປາສ້ອຍ, ປາກົດ, ປາຄໍ່, ປາເຂັງ, ປາປາກ, ປາດຸກ, ປານິນ, ປາເຈລະມິດ, ປາສະຫວາຍ, ປາຕອງ, ປາວ່າ ແລະ ປາໂຈກ, ລວມທັງໝົດປ່ອຍແລ້ວຈຳນວນ 1 ລ້ານກວ່າໂຕ, ໄລຍະຜ່ານມາສາມາດນຳປາຂຶ້ນໄປຈຳໜ່າຍທັງໝົດ 12 ໂຕນ, ໂດຍການຈຳໜ່າຍທັງຕະຫລາດພາຍໃນເມືອງ ແລະ ຕ່າງແຂວງ ຈໍານວນ​ໜຶ່ງ.               ​ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດກໍໄດ້ໄປຢ້ຽມຢາມພໍ່ແມ່ປະຊາຊົນບ້ານໂພນສະອາດ ເຊິ່ງເປັນຊົນເຜົາປາເລົາ, ບ້ານປະກອບມີ 286 ຫລັງຄາເຮືອນ, ມີ 272 ຄອບຄົວ, ພົນລະເມືອງ 1.893 ຄົນ, ຍິງ 986 ຄົນ, ​ເປັນບ້ານທີ່ມີເສັ້ນທາງຫລວງແຫ່ງຊາດເລກທີ 13 ໃຕ້ຜ່ານ, ມີເນື້ອທີ່ກວ້າງຂວາງ ເໝາະໃຫ້ແກ່ການປູກຝັງ-ລ້ຽງສັດໃຫຍ່, ເໝາສົມໃນການສ້າງເປັນເຂດທ່ອງທ່ຽວບ້ານວັດທະນະທຳຊົນເຜົ່າ, ຈາກຈຸດພິເສດ ແລະ ທ່າແຮງຫລາຍດ້ານ ເມືອງໄດ້ກຳນົດສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ສ້າງເປັນບ້ານພັດທະນາຢູ່ດີກິນດີ. ພິເສດ ບ້ານໂພນສະອາດ ມີສະຫະກອນຜະລິດເຄື່ອງຫັດຖະກຳຈັກສານໄມ້ປ່ອງ, ມີສະມາຊິກ 150 ຄອບຄົວ. ໃນໜຶ່ງປີຜ່ານມາ, ສາມາດຂາຍຜະລິດຕະພັນ ເປັນຕົ້ນ ຫວດ 52 ພັນໜ່ວຍ, ກະບຽນ 20 ພັນກວ່າໃບ, ກະຕ່າ 13 ພັນກວ່າໜ່ວຍໄດ້ຮັບເງິນທັງໝົດ 754 ລ້ານກວ່າກີບ.

ຂ່າວ-ພາບ: ພຸດທະສິນ

 

 

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງການເມືອງ

      ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

      7/26/2024 6:33:55 PM

      ຂປລ. ໃນວັນທີ 26 ກໍລະກົດ 2024, ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະ ຄອນຫລວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

    • ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:21:46 PM

      ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

    • ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:15:15 PM

      ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      7/26/2024 6:04:01 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.

    • ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດການເມືອງ

      ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

      7/26/2024 6:02:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024

ads
ads

Top