ສປຈີນ ຈະເລັ່ງສ້າງສະຖານີ 5 ຈີ ບັນລຸ 25.000 ແຫ່ງ

27/03/2023 22:06
Email Print 421
ຂປລ ແຜນການ ກໍ່ສ້າງ ສະຖານີ 5 ຈີ ໃນປີ 2023 ໃຫ້ບັນລຸ ຈຳນວນ 25.000 ແຫ່ງ ເພື່ອເລັ່ງລັດ ການກໍ່ສ້າງ ພື້ນຖານ ໂຄງລ່າງ ດ້ານຂໍ້ມູນ ແລະ ການສື່ສານ. ໄລ່ເຖິງທ້າຍປີ 2022

ຂປລ.ສຳນັກຂ່າວ ຊິນຮວາ ຂອງສປຈີນ, ສຳນັກ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານ ແຂວງຊານຊີ ທາງພາກເໜືອ ຂອງຈີນ ເປີດເຜີຍວ່າ: ແຜນການ ກໍ່ສ້າງ ສະຖານີ 5 ຈີ ໃນປີ 2023 ໃຫ້ບັນລຸ ຈຳນວນ 25.000 ແຫ່ງ ເພື່ອເລັ່ງລັດ ການກໍ່ສ້າງ ພື້ນຖານ ໂຄງລ່າງ ດ້ານຂໍ້ມູນ ແລະ ການສື່ສານ. ໄລ່ເຖິງທ້າຍປີ 2022, ແຂວງຊານຊີ ມີສະຖານີ 5ຈີ ຈຳນວນ 67.000 ແຫ່ງ, ຊຶ່ງປະຍຸກໃຊ້ງານ ຫລາກຫລາຍດ້ານ ເຊັ່ນ: ການຂົນສົ່ງ, ການຂຸດບໍ່ແຮ່ ຖ່ານຫີນ ແລະ ການທ່ອງທ່ຽວ. ໂດຍ ຈີນ ໄດ້ເລັ່ງພັດທະນາ ເຕັກໂນໂລຊີ ແລະ ເຄືອຂ່າຍ 5ຈີ ໃນບໍ່ເທົ່າໃດ ປີຜ່ານມາ ແລະ ຕັ້ງເປົ້າໝາຍ ໃຫ້ມີເຄືອຂ່າຍ 5ຈີ ຄວບຄຸມຕົວເມືອງ ແລະ ແຂວງທຸກແຫ່ງ ລວມເຖິງບ້ານ ສ່ວນໃຫຍ່ ພາຍໃນປີ 2025. /

KPL

ຂ່າວອື່ນໆ

ads
ads

Top