ຂປລ
ແຟງລັງ ເປີດໂຄງການ ທ່ອງທ່ຽວ ແບບບໍ່ເສຍຄ່າ ໃຫ້ຊາວຕ່າງປະເທດ ໄດ້ຮຽນຮູ້ ວິຖີ ຊີວິດ ຂອງປະເທດ ທີ່ມີຄວາມ ສຸກ ທີ່ສຸດ ໃນໂລກ ຫລັງຈາກ ຕິດອັນດັບ ແຖວໜ້າ ຂອງໂລກ ຕິດຕໍ່ກັນ 6ປີຊ້ອນ ຈາກການ ຈັດອັນດັບຂອງ ສະຫະ ປະຊາຊາດ

ຂປລ.ຕາມຂ່າວຈາກ businessinsider.com, ວັນທີ23ມີນານີ້, ແຟງລັງ ເປີດໂຄງການ ທ່ອງທ່ຽວ ແບບບໍ່ເສຍຄ່າ ໃຫ້ຊາວຕ່າງປະເທດ ໄດ້ຮຽນຮູ້ ວິຖີ ຊີວິດ ຂອງປະເທດ ທີ່ມີຄວາມ ສຸກ ທີ່ສຸດ ໃນໂລກ ຫລັງຈາກ ຕິດອັນດັບ ແຖວໜ້າ ຂອງໂລກ ຕິດຕໍ່ກັນ 6ປີຊ້ອນ ຈາກການ ຈັດອັນດັບຂອງ ສະຫະ ປະຊາຊາດ ໂດຍໂຄງການນີ້ ມີຊື່ວ່າ Masterclass of Happiness ເພື່ອຮັບ ຊາວຕ່າງປະເທດ ເຂົ້າມາ ທ່ອງທ່ຽວ ແລະ ຮຽນຮູ ້ວິຖີຊີວິດ ແບບທ້ອງຖິ່ນ ໂດຍບໍ່ມີ ຄ່າໃຊ້ຈ່າຍ ເປັນເວລາ 4ວັນ ຄາດວ່າ ຈະເລີ່ມຕົ້ນ ໃນເດືອນ ມິຖຸນານີ້ ໃນສະຖານທີ່ ພັກຜ່ອນ ທີ່ສວຍງາມ ຊຶ່ງຜູ້ເຂົ້າຮ່ວມ ໂຄງການນີ້ ຈະສາມາດ ທ່ອງທ່ຽວ ແລະ ເຂົ້າພັກ ຕາມສະຖານທີ່ ຈັດໃຫ້ ໂດຍບໍ່ຕ້ອງ ເສຍຄ່າ ໃຊ້ຈ່າຍ ແລະ ບໍ່ມີການຈຳກັດ ສິດທິ ໃຊ້ງານ ບໍລິການ ພິເສດ ເຊັ່ນ: ຫ້ອງsauna ແລະ ຫ້ອງ spa ແບບສ່ວນຕົວ.ນອກນີ້ ຍັງຈະໄດ້ຮຽນຮູ້ ກ່ຽວກັບ ອາຫານ,ການເບິ່ງແຍງ ສຸຂະພາບ ແລະ ການເຮັດວຽກ ແບບໃຊ້ວັດຖຸ ທຳມະຊາດ ໂດຍຜູ້ເຂົ້າຮ່ວມ ໂຄງການ ຕ້ອງອະນຸຍາດ ໃຫ້ມີການ ເກັບຮູບຖ່າຍ ແລະ ຖ່າຍວິດີໂອ ເພື່ອນຳໄປໃຊ້ ໃນການໂຄສະນາ ການທ່ອງທ່ຽວ ຂອງແຟງລັງ.ເຈົ້າໜ້າທີ ທາງງການ ແຟງລັງ ຈະເປີດຮັບສະໝັກ ຜູ້ເຂົ້າຮ່ວມ ໂຄງການນີ້ ໄປຈົນຮອດ ວັນທີ2 ເມສານີ້ ຜ່ານການສະໝັກ ທາງອິນເຕີເນັດ ຫລື ສາມາດ ສະໝັກ ດ້ວຍຕົວເອງ ຕາມສະຖານທີ່ ກຳນົດໄວ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL