ປັບປຸງຮູບແບບເກມການຫລິ້ນ ແລະ ໂຄງປະກອບລາງວັນຂອງ ຫວຍລາສີ ແບບໃໝ່

13/05/2025 10:42
ຂປລ ຂປລ. ເມື່ອບໍ່ດົນມານີ້, ບໍລິສັດລັດ ວິສະຫະກິດ ຫວຍພັດທະນາ ຈັດງານຖະແຫລງຂ່າວ ກ່ຽວກັບການປັບປຸງຮູບແບບເກມການຫລິ້ນ ແລະ ໂຄງປະກອບລາງວັນ “ຫວຍລາສີ” ແບບໃໝ່ ໂດຍການເປັນປະທານຂອງ ທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ແລະ ທ່ານ ມະໂນທຳ ເພັດສີລີແສງ ຜູ້ອຳນວຍການ ບໍລິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ

ຂປລ. ເມື່ອບໍ່ດົນມານີ້, ບໍລິສັດລັດ ວິສະຫະກິດ ຫວຍພັດທະນາ ຈັດງານຖະແຫລງຂ່າວ ກ່ຽວກັບການປັບປຸງຮູບແບບເກມການຫລິ້ນ ແລະ ໂຄງປະກອບລາງວັນ ຫວຍລາສີແບບໃໝ່ ໂດຍການເປັນປະທານຂອງ ທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ແລະ ທ່ານ ມະໂນທຳ ເພັດສີລີແສງ ຜູ້ອຳນວຍການ ບໍລິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ ພ້ອມດ້ວຍແຂກຜູ້ມີກຽດທີ່ເຂົ້າຮ່ວມ.

ການປ່ຽນແປງຮູບແບບເກມການຫລິ້ນໃໝ່ ຂອງ ຫວຍລາສີ ໃນຄັ້ງນີ້ ເປັນການຄົ້ນຄວ້າຮ່ວມກັນລະຫວ່າງ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ແລະ ບໍລິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ ໂດຍໄດ້ຕົກລົງເຫັນດີຮ່ວມກັນ ປັບປຸງເກມການຫລິ້ນຫວຍລາສີ  ໃຫ້ມີຄວາມທັນສະໄໝ ແລະ ຊື້ງ່າຍຂຶ້ນ ສຳລັບຜູ້ທີ່ມັກສ່ຽງໂຊກ-ຊີງລາງວັນ ເຊິ່ງການປ່ຽນແປງຮູບແບບ ການອອກລາງວັນຫວຍສາລີ ແລະ ເກມຫລິ້ນ ແມ່ນການສ່ຽງຊື້ຫວຍລາສີ ບວກເລກ 6 ໂຕເພີ່ມໂຊກແຕ່ໝາຍເລກ 0-9 ເທົ່ານັ້ນ. 

ໂຄງປະກອບລາງວັນຂອງ ຫວຍລາສີ ແບບໃໝ່ ສາມາດລຸ້ນເງິນລາງວັນສູງສຸດເຖິງ 3 ຕື້ກີບ. ມູນຄ່າຊື້ຫວຍລາສີ+ເລກເພີ່ມໂຊກ 6 ໂຕລຽງ ຊື້ຂັ້ນຕ່ຳ 5.000 ກີບ/ຮູສຽງ, ສາມາດລຸ້ນໄດ້ເຖິງ 8 ລາງວັນ ປະກອບມີ: ລາງວັນທີ 1 ຕ້ອງຊື້ຖືກຫວຍລາສີ+ເລກເພີ່ມໂຊກ 6 ໂຕລຽງ ຈະໄດ້ເງິນລາງວັນ 3 ຕື້ກີບ; ລາງວັນທີ 2 (ບໍ່ຖືກ) ຫວຍລາສີ ແຕ່ຖືກເລກ ເພີ່ມໂຊກ 6 ໂຕລຽງຈະໄດ້ເງິນລາງວັນ 2 ຕຶ້ ກີບ; ລາງວັນທີ 3 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 6 ໂຕຂ້າງຄຽງ      ຈະໄດ້ເງິນລາງວັນ 10 ລ້ານກີບ; ລາງວັນທີ 4 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 5 ໂຕທ້າຍ ຈະໄດ້ເງິນລາງວັນ 4 ລ້ານກີບ; ລາງວັນທີ 5 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 5 ໂຕໜ້າ ຈະໄດ້ເງິນລາງວັນ 4 ລ້ານກີບ; ລາງວັນທີ 6 (ບໍ່ຖືກ)ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 4 ໂຕທ້າຍ       ຈະໄດ້ເງິນລາງວັນ 1 ລ້ານກີບ; ລາງວັນທີ7 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເລກເພີ່ມໂຊກ 4 ໂຕ ໜ້າຈະໄດ້ເງິນ ລາງວັນ 1 ລ້ານກີບ; ລາງວັນທີ 8 (ບໍ່ຖືກ) ຫວຍລາສີ, ແຕ່ຖືກເພີ່ມໂຊກ ສະຫລັບ 6 ໂຕ ຈະໄດ້ເງິນລາງວັນ  1 ແສນກີບ. ສຳລັບເລກເພີ່ມໂຊກ 3 ໂຕ ແລະ ເລກເພີ່ມໂຊກ 2 ໂຕ ແມ່ນຕ້ອງໄດ້ຊື້ສະເພາະ ຈະບໍ່ມີສິດລຸ້ນເລກຂ້າງຄຽງ ແລະ ເລກສະຫລັບ; ຊື້ຖືກເລກເພີ່ມໂຊກ 3 ໂຕລຽງ  ມູນຄ່າ 1.000 ກີບ ໄດ້ຮັບເງິນລາງວັນ 500.000 ກີບ; ຊື້ຖືກເລກເພີ່ມໂຊກ 2 ໂຕລຽງ  ມູນຄ່າ 1.000 ກີບ ໄດ້ຮັບເງິນລາງ ວັນ  60.000 ກີບ.

ໂອກາດນີ້, ທ່ານ ຄຳເຜັ່ນ ບຸບຜາວົງ ໄດ້ໃຫ້ຮູ້ວວ່າ: ໃນປັດຈຸບັນ, ຫວຍຕ່າງປະເທດ ແມ່ນມີການອອກທຸກມື້ ພາໃຫ້ເກີດມີການລັກຂາຍຫວຍເຖື່ອນພາຍໃນ ສປປ ລາວ ໂດຍອາໄສ ຜົນຫວຍ ຂອງຕ່າງປະເທດ ເປັນຫວຍບໍ່ໄດ້ຮັບອະນຸຍາດຈາກ ລັດຖະບານ ໂດຍທາງພາກລັດຖະບານ ບໍ່ໄດ້ຮັບຜົນປະໂຫຍດຫຍັງ. ສະນັ້ນ, ການອອກຫວຍເພີ່ມອີກ 2 ມື້ ຄື: ວັນອັງຄານ ແລະ ວັນພະຫັດ ຂອງຫວຍລາສີ ກໍຈະເປັນການສະກັດກັ້ນຫວຍເຖື່ອນໄປໃນຕົວ ໂດຍສະເພາະຖ້າເປັນຜະລິດຕະພັນໃໝ່ ຫວຍເຖື່ອນຈະບໍ່ສາມາດລັກລອບຂາຍນໍາ ເພາະເປັນຈໍານວນ ເກມທີ່ຫລາຍ. ພ້ອມກັນນັ້ນ, ກໍຍັງເປັນການຮວບຮວມເງິນເຂົ້າສູ່ລະບົບ ແລະ ສ້າງລາຍໄດ້ໃຫ້ລັດຖະບານ ຢ່າງເຕັມເມັດເຕັມໜ່ວຍ ແລະ ຍັງເປັນການກະຈາຍ ລາຍໄດ້ສູ່ຊຸມຊົນ ກໍຄື ການສ້າງວຽກເຮັດງານທໍາ ແລະ ເຮັດໃຫ້ການຂາຍຫວຍເປັນອາຊີບເສີມ ຫລື ສາມາດເປັນອາຊີບຫລັກ ໃຫ້ແກ່ປະຊາຊົນໄດ້.

ທ່ານ ຄຳເຜັ່ນ ບຸບຜາວົງ  ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະຜ່ານມາ, ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ທີ່ຂຶ້ນກັບກະຊວງການເງິນ, ພວກເຮົາແມ່ນໄດ້ອຸທິດ ຄວາມພະຍາຍາມ ທັງໝົດ ຂອງຕົນເຂົ້າໃນການພັດທະນາກົນໄກ ແລະ ມາດຕະການຕ່າງໆ. ​ເພື່ອ​ຮັບປະກັນ​ໃຫ້ ​ການ​ເຄື່ອນ​ໄຫວ​ຫວຍພັດ ທະນາ​ຢູ່​ ສປປ ລາວ ເປັນ​ໄປ​ດ້ວຍ​ຄວາມ​ໂປ່​ງ​ໃສ, ຍຸຕິ​ທຳ ​ແລະ ສາມາດກວດສອບໄດ້, ພວກ​ເຮົາ​ຮູ້​ວ່າ​ການຈຳໜ່າຍຫວຍ ​ເປັນ​ເລື່ອງ​ທີ່ໄດ້ຮັບຄວາມ​ສົນ​ໃຈ ​ຢ່າງເປັນວົງກວ້າງ ຂອງ​ຄົນ​ໃນສັງຄົມ. ດັ່ງນັ້ນ, ພວກເຮົາຈຶ່ງໄດ້ປັບຮູບ​ແບບ ​ການຫລິ້ນທີ່​ທັນ​ສະ​ໄໝ, ຫລາກ​ຫລາຍລາງວັນທີ່​ໜ້າ​ສົນ​ໃຈ ເຊິ່ງຮັບປະກັນເຖິງການຕອບສະໜອງ ກັບ​ຄວາມ​ຕ້ອງ​ການ​ທີ່​ມີ​ ການ​ປ່ຽນ​ແປງ​ຂອງ​ສັງ​ຄົມ ​ໃນປັດຈຸບັນ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top