ຂປລ
ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ
ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ ເຊິ່ງກັນ ແລະ ກັນ ໃຫ້ດິີຂຶ້ນກວ່າເກົ່າ.

ການແຂ່ງຂັນບານເຕະມິດຕະພາບ ໃນຄັ້ງນີ້, ມີທັງໝົດ 4 ທີມ ໃນນັ້ນ ມີທີມອົງການປົກຄອງເມືອງໄຊທານີ, ທີມຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ, ທີມສະມາຄົມ ນັກທຸລະກິດຮ້ານອາຫານລາວ ແລະ ທີມສື່ມວນຊົນສາຍກິລາລາວ ເຊິ່ງກັນແຂ່ງຂັນເຕັມໄປດ້ວຍໄມຕີຈິດມິດຕະພາບ, ຮັກສາໄດ້ຄວາມສາມັກຄີ, ສະຫງົບ, ປອດໄພ ແລະ ມີຄວາມຄຶກຄື້ນມ່ວນຊື່ນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ທີມທີ່ໄດ້ຊະນະເລີດ ໄດ້ແກ່ທີມອົງການປົກຄອງເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຂັນລາງວັນໄປຄອງ. ສ່ວນອັນດັບທີສອງ ທີມສະມາຄົມ ນັກທຸລະກິດຮ້ານອາຫານລາວ ແລະ ອັນດັບ 3 ຮ່ວມ ແມ່ນ ທີມຝ່າຍການຂາຍ ແລະ ການຕະຫລາດ ຊ່ອງທາງຈໍາໜ່າຍຜະລິດຕະພັນ ບໍລິສັດເບຍລາວ ຈໍາກັດ ແລະ ທີມສື່ມວນຊົນ ສາຍກິລາລາວ ເຊິ່ງການແຂ່ງຂັນ ໃນຄັ້ງນີ້, ໄດ້ຮັບການສະໜັບສະໜູນຫລັກຈາກ ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບຝ່າຍການຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ໃຫ້ການສະໜັບສະ ໜູນຂັນລາງວັນ.
KPL