ຂປລ
ລາຄາ ອາຍແກັສ ທຳມະຊາດ ໃນ ເອີຣົບ ໄດ້ຫລຸດລົງ ຕ່ຳກວ່າ 40 ເອີໂຣ (42,9 ໂດລາ ສະຫະລັດ) ໃນຮອບກວ່າ 1 ປີ, ເນື່ອງຈາກ ວ່າ ສະພາບ ອາກາດ ບໍ່ອຳນວຍ ຄວາມສະດວກ ແລະ ລະດັບ ສຳຮອງໄດ້ເພີ່ມສູງຂຶ້ນ.

ຂປລ.ສຳນັກຂ່າວສານ ຫວຽດນາມ, ວັນທີ 20 ມີນາ, ລາຄາ ອາຍແກັສ ທຳມະຊາດ ໃນ ເອີຣົບ ໄດ້ຫລຸດລົງ ຕ່ຳກວ່າ 40 ເອີໂຣ (42,9 ໂດລາ ສະຫະລັດ) ໃນຮອບກວ່າ 1 ປີ, ເນື່ອງຈາກ ວ່າ ສະພາບ ອາກາດ ບໍ່ອຳນວຍ ຄວາມສະດວກ ແລະ ລະດັບ ສຳຮອງໄດ້ເພີ່ມສູງຂຶ້ນ. ໃນການບັນລຸ ຂໍ້ຕົກລົງ ໃນນະຄອນຫລວງ ລອນດອນ ຂອງ ອັງກິດ ລາຄາອາຍແກັສ TTP ຂອງ ໂປໂລຍລວມມີ 39,65 ເອີໂຣ ຕໍ່ເມກາວັດ ຕໍ່ຊົ່ວໂມງ (42, 53 ໂດລາ ສະຫະລັດ ຕໍ່ເມກາວັດ ຕໍ່ຊົ່ວໂມງ) ຊຶ່ງເປັນ ລາຄາ ຄັ້ງສຸດທ້າຍ ທີ່ບັນທຶກ ໃນເດືອນກໍລະກົດ ປີ 2021. ຕົວເລກນີ້ ເປັນພຽງ 1 ໃນ9 ເມື່ອທຽບກັບ ລະດັບສູງສຸດ ທີ່ບັນທຶກ ເປັນປະຫວັດການ, ຫລັງຈາກ ເກີດວິກິດການ ຄວາມຂັດແຍ້ງ ອູແກຣນ ເມື່ອປີກາຍນີ້. ຢ່າງໃດກໍ່ຕາມ ລາຄາ ພະລັງງານ ຍັງສືບຕໍ່ເພີ່ມຂຶ້ນ ສຳລັບ ຄົວເຮືອ ແລະ ທຸລະກິດ./
KPL