ໂບອິງຄາດວ່າ ຕະຫລາດເງິນທຶນດ້ານເຮືອບິນການຄ້າ ເລີ່ມຟື້ນຕົວຄືນ

21/03/2023 22:26
Email Print 553
ຂປລ ປີ 2023, ຕະຫລາດການເງິນ ດ້ານເຮືອບິນການຄ້າ (CAFMO) ມີທ່າອຽງຟື້ນຕົວຄືນ. ໃນຂະນະທີ່ ຄວາມຕ້ອງການ ຈາກ ນັກການເງິນ ແລະ ນັກລົງທຶນ ດ້ານເຮືອບິນເພີ່ມຂຶ້ນ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ບໍລິສັດໂບອິງ (Boeing) ລາຍງານວ່າ: ປີ 2023, ຕະຫລາດການເງິນ ດ້ານເຮືອບິນການຄ້າ (CAFMO) ມີທ່າອຽງຟື້ນຕົວຄືນ. ໃນຂະນະທີ່ ຄວາມຕ້ອງການ ຈາກ ນັກການເງິນ ແລະ ນັກລົງທຶນ ດ້ານເຮືອບິນເພີ່ມຂຶ້ນ.

ທ່ານ ຣີດ ແຮມມອນ ຮອງປະທານຝາຍການເງິນລູກຄ້າຂອງໂບອີງ ກ່າວວ່າ ສິນເຊື່ອ ເພື່ອການຈັດຫາເຮືອບິນ ໃນປີ 2023 ຈະຕ້ອງເພີ່ມຂຶ້ນ ໄປສູ່ລະດັບ ກ່ອນເກີດ ການແພ່ ລະບາດ ຂອງ ພະຍາດ ໂຄວິດ-19.  ໃນຂະນທີ່ ການຜະລິດ ແລະ ການສົ່ງມອບ ເພີ່ມຂຶ້ນ ລວມທັງ ການເປີດ ດຳເນີນງານ ຂອງ ຕະຫລາດ ລະດັບ ພາກພື້ນ ບາງແຫ່ງ. ໂດຍສະເພາະ ທ່າອຽງ ຕະຫລາດ ການເງິນ ເພື່ອເຮືອບິນ ການຄ້າ ໃນປີ 2023 ໄດ້ມີການ ພິຈາລະນາ ສະໜັບ ສະໜູນ ທາງການ ເງິນ ດ້ານເຮືອບິນ ແລະ ການປະເມີນ ສະພາບ ຕະຫລາດ ແລະ ແຫລ່ງເງິນທຶນ ເພື່ອການ ສົ່ງມອບ ເຮືອບິນ ການຄ້າລຳໃໝ່ ໃນໄວໆນີ້./.

KPL

ຂ່າວອື່ນໆ

ads
ads

Top