ຍອດເອັຟດີໄອໃນ ມຽນມາ ບັນລຸ 1,6 ຕື້ໂດລາ ສະຫະລັດ

20/03/2023 14:34
Email Print 422
ຂປລ ມຽນມາ ດຶງດູດ ການລົງທຶນ ໂດຍກົງ ຈາກຕ່າງປະເທດ (ເອັຟດີໄອ) ຫລາຍກວ່າ 1,62 ຕື້ໂດລາ ສະຫະລັດ ໃນໄລຍະ 11 ເດືອນຂອງສົກປີ ງົບປະມານ 2022-2023

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 17 ເດືອນມີນາ, ຂໍ້ມູນຈາກ ຄະນະກຳມະການ ສົ່ງເສີມ ການລົງທຶນ ແລະ ການບໍລິຫານ ຈັດການ ຂອງ ມຽນມາ ລະບຸວ່າ: ມຽນມາ ດຶງດູດ ການລົງທຶນ ໂດຍກົງ ຈາກຕ່າງປະເທດ (ເອັຟດີໄອ) ຫລາຍກວ່າ 1,62 ຕື້ໂດລາ ສະຫະລັດ ໃນໄລຍະ 11 ເດືອນຂອງສົກປີ ງົບປະມານ 2022-2023 ໂດຍເລີ່ມແຕ່ ເດືອນເມສາ ເມື່ອປີກາຍ. ຄະນະກຳມະທິການ ການລົງທຶນ ອະນຸຍາດ ກິດຈະການ ທີ່ລົງທຶນ ໂດຍກົງ ຈາກຕ່າງປະເທດ ລວມ 73 ແຫ່ງ ລະຫວ່າງ ໃນວັນທີ 1 ເມສາ ປີ 2022 ເຖິງ 28 ກຸມພາ ປີ 2023.  

ໃນໄລຍະເວລາ ດັ່ງກ່າວ ພາກພະລັງງານ ດຶງດູດ ການລົງທຶນ ຈາກຕ່າງປະເທດ ຫລາຍທີ່ສຸດ ດ້ວຍເງິນລົງກວ່າ 820,27 ລ້ານໂດລາ ສະຫະລັດ ຖັດມາ ແມ່ນຂະແໜງ ບໍລິການ ຫລາຍກວ່າ 500,91 ລ້ານໂດລາ ສະຫະລັດ ແລະ ການຜະລິດ ກວ່າ 258,02 ລ້ານໂດລາ ສະຫະລັດ. ໂດຍ ສິງກະໂປ, ສປຈີນ ແລະ ໄທ  ເປັນຜູ້ລົງທຶນ ລາຍໃຫຍ່ສຸດ ໃນມຽນມາ./

KPL

ຂ່າວອື່ນໆ

ads
ads

Top