ຂປລ
ວັນທີ 8 ມີນາ ເປັນທີ່ຮູ້ຈັກກັນ ໃນນາມວັນແມ່ຍິງສາກົນທີ່ເຮັດວຽກ (International Working Wo men’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາໃນແຕ່ລະປີ. ຈຸດປະສົງຂອງການສະເຫລີມສະຫລອງ ແມ່ນສະແດງຄວາມນັບຖື ແລະ ຄວາມຮັກແພງຕໍ່ແມ່ຍິງ ທີ່ມີຜົນສຳເລັດ ໃນການປະກອບສ່ວນທາງການເມືອງ, ເສດຖະກິດ ແລະ ສັງຄົມ.

(ຊົມເຊີຍວັນແມ່ຍິງສາກົນຄົບຮອບ 113 ປີ 8 ມີນາ1910- ມີນາ2023)
ວັນທີ 8 ມີນາ ເປັນທີ່ຮູ້ຈັກກັນ ໃນນາມວັນແມ່ຍິງສາກົນທີ່ເຮັດວຽກ (International Working Wo men’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາໃນແຕ່ລະປີ. ຈຸດປະສົງຂອງການສະເຫລີມສະຫລອງ ແມ່ນສະແດງຄວາມນັບຖື ແລະ ຄວາມຮັກແພງຕໍ່ແມ່ຍິງ ທີ່ມີຜົນສຳເລັດ ໃນການປະກອບສ່ວນທາງການເມືອງ, ເສດຖະກິດ ແລະ ສັງຄົມ. ສຳລັບ ຢູ່ ສປປ ລາວ ໃນທຸກໆກໍໄດ້ຈັດຫລາຍກິດຈະກຳ ເພື່ອສະຫລອງວັນສຳຄັນດັ່ງກ່າວ; ສະເພາະປີນີ້ ຊຶ່ງເປັນປີຄົບຮອບ 113 ປີພໍດີ (8 ມີນາ1910- ມີນາ2023)ການສະ ເຫລີມສະຫລອງ ແມ່ນຕິດພັນກັບຄຳຂວັນ: “ການ ນໍາ ໃຊ້ດີຈິຕອນ ສຳລັບທຸກຄົນ: ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ”.
ວັນແມ່ຍິງສາກົນ ເກີດຂຶ້ນຈາກກໍາມະກອນຍິງ ໃນໂຮງງານຕໍ່ແຜ່ນ ຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາ ລຸກຮືຂື້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ ຍ້ອນມີການລອບວາງ ເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ. ເຫດການທັງຫມົດເກີດຂຶ້ນໃນວັນທີ 8 ມີນາ 1857. ຫລັງຈາກນັ້ນ, ໃນປີ 1907, ກໍາມະກອນຍິງ ໃນໂຮງງນຕໍ່າແຜນ ທີ່ເມືອງຊິກາໂກ ສະຫະລັດອາເມລິກາ ບໍ່ສາມາດທົນ ຕໍ່ການຂົ່ມ ເຫັງ, ການກົດຂິ່, ການລ່ວງລະເມີດ ຂອງນາຍ ຈ້າງທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກວ່າແມ່ຍິງເຫລົ່ານີ້ ເຮັດວຽກຫນັກເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍ ແຕ່ກັບໄດ້ຮັບ ຄ່າແຮງງານ ພຽງເລັກນ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ. ດ້ວຍເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງ ໃຫ້ນາຍຈ້າງຫລຸດຜ່ອນ ເວລາເຮັດວຽກ ຂອງເຂົາເຈົ້າລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການ ຂອງເຂົາເຈົ້າທຸກຢ່າງ ແລະ ໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ ຈະບໍ່ສໍາເລັດແຮງງານ ຍິງຫລາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກ ສະໜັບສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວ ໂລກຮູ້ເຖິງສິດທິຂອງເຂົາ ເຈົ້າຫລາຍຂຶ້ນ.
ໃນວັນທີ 8 ມີນາ 1908, ແຮງງານຍິງຫລາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເຊົາໃຊ້ແຮງງານເດັກ ໂດຍມີຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງ ການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂຶ້ນ ນັ້ນເອງ. ຈົນມາຮອດ ວັນທີ 8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນຍິງກຸ່ມນີ້ ກໍ່ໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງຈາກ 17 ບັນດາປະເທດ ໄດ້ເຂົ້າຮ່ວມກອງປະຊຸມ ສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ເມືອງໂກເປນຮາກ ປະເທດດານ ມາກ, ໂດຍໃນທີ່ປະຊຸມໄດ້ປະກາດຮັບ ຮອງ ຂໍ້ຮຽກ ຮ້ອງຂອງບັນດາກໍາມະກອນຍິງ ຄື: ຕ້ອງອະນຸຍາດໃຫ້ພວກເຂົາລົດເວລາເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນ. ພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານ ຂອງ ແມ່ຍິງໃຫ້ເທົ່າກັບແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີແມ່ຍິງ ແລະ ແຮງງານເດັກ. ທັງນີ້ ຍັງໄດ້ຮັບຮອງຂໍ້ສະເໜີຂອງ Clara Setkin ດ້ວຍການກໍານົດໃຫ້ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.
ການສະເຫລີມສະຫລອງວັນແມ່ຍິງສາກົນປີນີ້, ສໍາລັບສູນກາງສະຫະພັນແມ່ຍິງລາວ ອີງຕາມຂໍ້ຕົກລົງ ຂອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການຈັດຕັ້ງພິທີສະເຫລີມສະຫລອງ ວັນແມ່ຍິງສາກົນໃນປີນີ້ ດັ່ງນີ້: ວັນທີ 9 ມີນາ 2023 ທີ່ສູນອົບຮົມແມ່ຍິງລາວ: ກວດສຸຂະພາບ ແລະ ກວດຕາ (ບໍ່ເສຍຄ່າ); ວັນທີ 10 ມີນາ 2023 ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC) ມີ: ກອງປະຊຸມສຳມະນາ ໃນຫົວຂໍ້ທີ່ຕິດພັນ; ເດີນແບບ ຊຸດຊົນເຜົ່າ ແລະ ຊຸດປະຈຳຊາດ ຮ່ວມກັບບັນ ດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ແລະ ບັນດາຄູ່ຮ່ວມມືຕ່າງໆ, ງານວາງສະແດງບຸດຜົນງານ ແລະ ສິນຄ້າຕ່າງໆ. ໃນວັນທີ 11 ມີມາ 2023 ທີ່ເດີນພະທາດຫລວງວຽງຈັນ ຈະມີການຈັດກິດຈະກຳ ຍ່າງເພື່ອສຸຂະພາບຄອບຄົວ ຄັ້ງທີ 3 ແລະ ແຂ່ງຂັນກິລາພື້ນບ້ານສາມັກຄີ ຊີງຂັນ ປະທານສູນກາງສະຫະພັນແມ່ຍິງລາວ.
KPL