ຂປລ
ນັກຂ່າວ ມຽນມາ ລາຍງານວ່າ: ທະນາຄານກາງ ມຽນມາ ໄດ້ຂະຫຍາຍ ໄລຍະເວລາ ອະນຸຍາດ ໃຫ້ຜູ້ສົ່ງອອກ ສາມາດເກັບລາຍໄດ້ ຈາກ ການສົ່ງອອກ ສ່ວນທີ່ຜູ້ສົ່ງອອກ ສາມາດ ນຳໄປໃຊ້ໄດ້ ຕາມການຕັດສິນໃຈ ຈາກເດີມ 30 ວັນ ເປັນ 45 ວັນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ມຽນມາ ລາຍງານວ່າ: ທະນາຄານກາງ ມຽນມາ ໄດ້ຂະຫຍາຍ ໄລຍະເວລາ ອະນຸຍາດ ໃຫ້ຜູ້ສົ່ງອອກ ສາມາດເກັບລາຍໄດ້ ຈາກ ການສົ່ງອອກ ສ່ວນທີ່ຜູ້ສົ່ງອອກ ສາມາດ ນຳໄປໃຊ້ໄດ້ ຕາມການຕັດສິນໃຈ ຈາກເດີມ 30 ວັນ ເປັນ 45 ວັນ, ໂດຍມີ ເປົ້າໝາຍ ຊ່ວຍສົ່ງເສີມ ການພັດທະນາ ຂະແໜງການຄ້າ ລວມທັງ ການເອື້ອ ອຳນວຍ ໃຫ້ຜູ້ສົ່ງອອກ ມີເວລາ ຈັດຕັ້ງ ປະຕິບັດ ທຸລະກຳເງິນຕາຕ່າງປະເທດ ທີ່ກ່ຽວຂ້ອງກັບ ການສົ່ງອອກ ແລະ ນຳເຂົ້າຫລາຍຂຶ້ນ.
ໃນຂະນະທີ່ ພາຍໃຕ້ ການປະກາດ ສະບັບ ກ່ອນໜ້າ ຊຶ່ງລົງວັນທີ 16 ສິງຫາ 2022, ທະນາຄານກາງ ມຽນມາ ອະນຸຍາດໃຫ້ ຜູ້ສົ່ງອອກ ເກັບລາຍໄດ້ ຈາກການສົ່ງອອກ ໄວ້ໃນບັນຊີ ເງິນຕາ ຕ່າງປະເທດ ສ່ວນບຸກຄົນ ໄດ້ເປັນເວລາ 30 ວັນ./
KPL