7406

dq ,8es];fd;f7q og0Q k{vvdg,n v' ]k;{dex6 g9p Ia fc|h odkorq ;ra oIj ;,,n lnj ,;o-q omqj ;xtgmf pq d]tfa [ma dlt dP,rh v,37ltokdko1vf;a d-y o3x]u 3v Iv[ 3 ,v[{Ia [ 37'dkoxa [x5 ' lt|k,dy ]kg9Q kvto5 ;q ' slr 8h v'oerkpq dl6 '[q f[kf c]t 75 ootrk[dkogxa oglokmy dko ]k;{s;Pfok, ]q 'ok,Ij ;,,n ra fmtok-q oot[q f w]pt 2026-2030 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 12.11.2026 ປີທີ 25 ສະບັບທີ 6.561ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K c9h 'dko0v'dt-;' dko8j k'xtgmf csj ' lxx ]k; ທ່ານ ທອງສະລິດ ມັງໜໍ່ເມກ (ຜູ້ທີ 6 ນັບຈາກຂວາຫາຊ້າຍ) ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ okpq d]a f4t,q o8u 8h voIa [vklklt\a dpuj x5j o ສະຫາຍ ວິໄລ ຫລ້າຄໍາຟອງ (ຜູ້ທີ 3 ນັບຈາກຂວາຫາຊ້າຍ ແຖວໜ້າ) ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ພ້ອມຄະນະ (ຂວາ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ 37'dkow22h k 500 kV ]k;{9u o pq d]tfa [7;k,\A o7q 'fh kort]a ''ko F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສຸລິວັນ ທຳມະວົງ ຂປລ. ເມື່ອບໍ່ດົນມານີ້, ຢູ່ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ, ກົມ ພັດທະນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກົມ ພາຍໃນ ແຫ່ງລາຊະອານາຈັກກໍາປູ ເຈຍ ຈັດຂຶ້ນໃນວັນທີ 11 ພະຈິກ 2026 ທີ່ນະຄອນຫລວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫລວດ ກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູ ເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດ ສະນາ ຫົວໜ້າກົມໃຫຍ່ຕໍາຫລວດກວດ ຄົນເຂົ້າ-ອອກເມືອງ ໂດຍມີພາກສ່ວນ ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພັນເອກ ເພັດ ດາວົງ ແກ້ວກັນຍາ ໄດ້ຍົກໃຫ້ເຫັນຜົນ ສໍາເລັດການຮ່ວມມືຂອງສອງຝ່າຍ ໃນໄລຍະ 2 ປີຜ່ານມາ ແລະ ທິດທາງ ຂປລ. ກົມສື່ມວນຊົນຄະນະໂຄ ສະນາອົບຮົມສູນກາງພັກ ຮ່ວມກັບອົງ ການອຸຍນີເຊບ (UNICEF) ປະຈໍາ ຂປລ. ໃນໂອກາດເຂົ້າຮ່ວມ ກອງ ປະຊຸມໃຫຍ່ອົງຄະນະພັກຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະ ນະເລຂາທິການສູນກາງພັກ ເນັ້ນໃຫ້ ຫ້ອງວ່າການສູນກາງພັກ(ຫສພ) ເອົາ ໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບ ຜິດຊອບໃນການເປັນເສນາທິການ ຊ່ວຍວຽກການນຳແຕ່ລະຂັ້ນ ຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ. ຢາກເຮັດໄດ້ຄື ແນວນັ້ນພະນັກງານ, ສະມາຊິກພັກ ຕ້ອງເປັນຜູ້ທີ່ມີຄວາມຮູ້-ຄວາມສາ ມາດ ໃນການຄົ້ນຄວ້າ, ສັງຮວມ, ກັ່ນ ກອງບັນຫາຕ່າງໆຢ່າງລະອຽດ ແລະ ເລິກເຊິ່ງ, ໃຫ້ຂໍ້ຄິດເຫັນ, ໃຫ້ສະທັດ ຂປລ. ໂຄງການເຊື່ອມຈອດຕາ ໜ່າງໄຟຟ້າ 500 kV ລາວ-ຈີນ ເປັນ ບາດກ້າວສຳຄັນທາງຍຸດທະສາດໃນ ການພັດທະນາຂະແໜງພະລັງງານ ຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍ ເພີ່ມຂີດຄວາມສາມາດໃນການສົ່ງໄຟ ຟ້າຂ້າມແດນ ແຕ່ຍັງຊ່ວຍຍົກລະດັບ ຄວາມໝັ້ນຄົງດ້ານການສະໜອງ ໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາ ບຸກຄະລາກອນ ໃນ ສປປ ລາວ ໃຫ້ມີ ຄວາມສາມາດໃນການຄຸ້ມຄອງລະບົບ ຕາໜ່າງໄຟຟ້າແຮງສູງດ້ວຍຕົນເອງ. ທ່ານ ສຸລິວັນ ທຳມະວົງ ຮອງຜູ້ ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສົມເດັດ ໂນໂລດົມ ສີຫາ ໂມນີ(NorodomSihamoni) ເຈົ້າຊີວິດແຫ່ງລາຊະອະນາຈັກກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດ ຍອດຝຣັງໂກໂຟນີ ຄັ້ງທີXX(Le 20eSommet de La Francophonie/the 20th Francophonie Summit) ແລະ ຖືໂອກາດຢ້ຽມຢາມ ລາຊະອານາຈັກ ກໍາປູເຈຍ ໃນວັນທີ 15-16 ພະຈິກ 2026 ທີ່ ນະຄອນຫລວງ ພະນົມເປັນ. ເປັນເສນາທິການ ໃຫ້ແກ່ສູນກາງພັກ ດ້ານເນື້ອໃນ, ການປະສານງານ ແລະ ການບໍລິຫານຮັບໃຊ້ການນໍໍາ, ການປັບ ປຸງກົງຈັກຈັດຕັ້ງ; ການກໍ່ສ້າງພັກແລະ ພະນັກງານ; ການຄຸ້ມຄອງ, ກວດກາ ແລະ ປ້ອງກັນພາຍໃນ; ການພັດທະນາ zq oleg]a f0v'dv'xt-5 ,.spj z6h cmovq '7totra d slr 7A 'mu VIII ພື້ນຖານວັດຖຸ-ເຕັກນິກ ແລະ ການຫັນ ເປັນທັນສະໄໝ; ວຽກງານອົງການ ເສດຖະກິດຮ່ວມມື ແລະ ພັດທະນາຊົນ ນະບົດ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ສສ ຫວຽດນາມ ໄດ້ລົງນາມໃນ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ນະຕໍ່ການແກ້ໄຂບັນຫາຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນການຊ່ວຍການນຳ ເພື່ອເຮັດໃຫ້ການຕົກລົງແກ້ໄຂບັນຫາ ຂປລ. ກອງປະຊຸມພົບປະແລກ ປ່ຽນລະຫວ່າງ ກົມຕໍາຫລວດກວດຄົນ ເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫລວດ ກວດຄົນເຂົ້າ-ອອກເມືອງ ກະຊວງ ສປປ ລາວ ແລະ ກະຊວງສາທາລະນະ ສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານ ເຕັກນິກ ແຫ່ງຊາດລາວ ຈຳກັດ (EDL-T) ໃຫ້ ສຳພາດ ໃນວັນທີ 10 ພະຈິກ 2026 ທ່ານ ສົມສະຫວາດ ພົງສາ (ຊ້າຍ) ຂປລ. ພິທີ ມອບ-ຮັບ ໂຄງການປັບ ປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶ ຂປລ. ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງ ຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງ ຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະ ທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ, ພິຈາ ລະນາ ແລະ ຮັບຮອງເອົາລາຍງານ ການເມືອງ, ແຜນພັດທະ ນາຫ້ອງວ່າ ການສູນກາງພັກ ຊຶ່ງໄດ້ຕີລາຄາຜົນ ການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ VII ໃນ 5 ປີຜ່ານມາຢ່າງຮອບ ດ້ານ ໂດຍສະເພາະແມ່ນຜົນສໍາເລັດ ໃນການປະຕິບັດພາລະບົດບາດ, ໜ້າທີ່ ມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະທານຄະນະ ທ່ານ ສະເຫລີມໄຊ ກົມມະສິດ (ກາງ ແຖວໜ້າ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ

@ 0j k; c]t gsfdko j 12/11/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ...ົັົີ ສປປ ລາວ... ລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມື ສາກົນຍີ່ປຸ່ນ(JICA)ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ ເດີນທາງມາຢ້ຽມຢາມ ແລະ ຕິດຕາມ ສະພາບການຊ່ວຍເຫລືອຂອງລັດຖະ ບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ. ໃນໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ກ່າວສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວ ພັນຮ່ວມມືຂອງສອງປະເທດບົນພື້ນ ຖານຂອບ “ການເປັນຄູ່ຮ່ວມຍຸດທະ ສາດຮອບດ້ານ” ແລະ ສາຍພົວພັນມິດ ຕະພາບອັນແໜ້ນແກ່ນ ໂດຍສະເພາະ ແມ່ນການປະຕິບັດໜ້າທີ່ຂອງອາສາ ສະໝັກຍີ່ປຸ່ນ ຢູ່ ສປປ ລາວ ຊຶ່ງໄດ້ປະ ກອບສ່ວນສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ການພັດທະ ນາຊົນນະບົດລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ຕະຫລອດໄລຍະ 60 ປີທີ່ຜ່ານມາ, ເຮັດໃຫ້ໄມຕີຈິດມິດຕະ ພາບ, ຄວາມສາມັກຄີຮັກແພງ ແລະ ໝາກຜົນຂອງການຮ່ວມມື ທັງລັດຖະ ບານ ແລະ ປະຊາຊົນ ສອງປະເທດນັບ ມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນ ເປັນກ້າວໆ. ພ້ອມນັ້ນ, ທ່ານນາຍົກ ລັດຖະມົນຕີ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການ ຊ່ວຍເຫລືອຢ່າງມີປະສິດທິຜົນ ໃນ ຂົງເຂດກະສິກຳ, ການພັດທະນາຊົນ ນະບົດ, ສາທາລະນະສຸກ, ການສຶກສາ, ແລະ ຂົງເຂດອຶ່ນໆ ຊຶ່ງການຊ່ວຍ ເຫລືອດັ່ງກ່າວ ໄດ້ກາຍເປັນທ່າແຮງ ອັນສຳຄັນ ໃຫ້ແກ່ການສ້າງສາພັດທະ ນາ ສປປ ລາວ ຢ່າງແທ້ຈິງ, ທັງສ້າງ ກາລະໂອກາດໃຫ້ປະຊາຊົນທັງສອງ ຊາດ ລາວ-ຍີ່ປຸ່ນ ສາມາດເຂົ້າໃຈທາງ ດ້ານພາສາ, ວັດທະນະທຳ, ຮີດຄອງ ປະເພນີ. ນອກນັ້ນ, ຍັງໄດ້ສະເໜີທ່ານ ເອກອັກຄະລັດຖະທູດ ກໍຄື ລັດຖະບານ ຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຕາມ ຂະແໜງການ ທີ່ ສປປ ລາວ ມີຄວາມ ຈຳເປັນ ແລະ ຮຽກຮ້ອງຕ້ອງການ ໃນ ປັດຈຸບັນ ກໍຄື ອະນາຄົດ ໂດຍເລືອກ ເຟັ້ນເອົາອາສາສະໝັກທີ່ມີບົດຮຽນ, ປະສົບການ ແລະ ມີຄວາມຮູ້ຄວາມ ສາມາດສະເພາະດ້ານ ເພື່ອມາຊ່ວຍຂະ ແໜງການ ແລະ ທ້ອງຖິ່ນຕ່າງໆ; ສືບ ຕໍ່ໃຫ້ຄວາມຮ່ວມມື ແລະ ຖ່າຍທອດ ຄວາມຮູ້ຄວາມສາມາດ ແລະ ເຕັກໂນ ໂລຊີ ໃຫ້ແກ່ວິຊາການຂອງລາວ; ຮ່ວມ ເຮັດວຽກກັບອົງການປົກຄອງທ້ອງ ຖິ່ນຮຽນຮູ້ວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມ ເພື່ອປະກອບສ່ວນ ເຮັດໃຫ້ສາຍພົວພັນມິດຕະພາບຂອງ ສອງປະເທດ ນັບມື້ນັບໄດ້ຮັບການ ພັດທະນາຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ ຍັງໄດ້ສະແດງຄວາມຮູ້ສຶກປະທັບໃຈ ຕໍ່ການເສຍສະລະ, ການອຸທິດສະຕິປັນ ຍາ, ເຫື່ອແຮງຂອງບັນດາອາສາສະ ໝັກຍີ່ປຸ່ນ ຕະຫລອດໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ບັນດາອາສາສະໝັກ ຈະສືບຕໍ່ນຳເອົາຄວາມຊົງຈຳ, ຄວາມ ຮູ້ສຶກທີ່ດີ ໄປຖ່າຍທອດ ໃຫ້ປະຊາຊົນ ຍີ່ປຸ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ. ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ຕາງໜ້າຄະນະທີ່ເຂົ້າຢ້ຽມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກ ລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ຂອງ ສປປ ລາວ, ພ້ອມທັງຕີລາ ຄາສູງການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃນໄລຍະຜ່ານ ມາ ແລະ ສະແດງຄວາມຂອບໃຈຕໍ່ລັດ ຖະບານລາວ ທີ່ໄດ້ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະ ດວກດ້ານຕ່າງໆ ໃຫ້ແກ່ອາສາສະໝັກ ຍີ່ປຸ່ນ ໃນການເຄື່ອນໄຫວປະຕິບັດໜ້າ ທີ່ຂອງຕົນເອງ ເຮັດໃຫ້ມີຜົນສໍາເລັດທີ່ ພົ້ນເດັ່ນຫລາຍດ້ານ. ນັບແຕ່ປີ 1965 ເປັນຕົ້ນມາ, ອົງການ JICA ໄດ້ຈັດສົ່ງ ອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ ຫລາຍກວ່າ 1.133 ຄົນ, ປັດຈຸບັນ ມີ ອາສາສະໝັກຍີ່ປຸ່ນ ຈຳນວນ 40 ທ່ານ ທີ່ປະຈໍາການຢູ່ຂະແໜງການຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອແລກ ປ່ຽນ, ຖ່າຍທອດບົດຮຽນທາງດ້ານ ເຕັກນິກວິຊາການ ໃຫ້ພະນັກງານທີ່ ກ່ຽວຂ້ອງຂອງສປປລາວ ເປັນຕົ້ນຂະ ແໜງສຶກສາທິການ ແລະ ກິລາ, ສາທາ ລະນະສຸກ, ກະສິກຳ ແລະ ປ່າໄມ້, ການ ພັດທະນາຊົນນະບົດ ແລະ ອື່ນໆ. ພາບ: ທະນູທອງ ຈັດຕັ້ງມະຫາຊົນ; ວຽກງານພິພິທະພັນ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ; ວຽກງານປະຕິຮູບລັດວິສາຫະກິດ ແລະ ວຽກງານການພົວພັນຮ່ວມມືກັບ ຫ້ອງວ່າການປະເທດເພື່ອນມິດ; ໄດ້ສໍາ ເລັດການປະຕິບັດແຜນພັດທະນາ ຫ້ອງ ວ່າການສູນກາງພັກ ທີ່ປະກອບດ້ວຍ 4 ແຜນງານໃຫຍ່, 24 ໂຄງການຈຸດສຸມ ແລະ 81 ກິດຈະກໍາ ຊຶ່ງສາມາດບັນລຸ ໄດ້ ສະເລ່ຍ 79,1% ຂອງແຜນການ. ກອງປະຊຸມໃຫຍ່ ໄດ້ກໍານົດທິດ ທາງ, ຄາດໝາຍສູ້ຊົນ ແລະ ວຽກງານ ຈຸດສຸມໄລຍະປີ 2026-2030 ເພື່ອ ສ້າງໃຫ້ມີການຫັນປ່ຽນຢ່າງແຂງ ແຮງເລິກເຊິ່ງ ແລະ ຮອບດ້ານ ເພື່ອຕໍ່ ຍອດບັນດາຜົນສໍາເລັດທີ່ເປັນພື້ນຖານ ໃນໄລຍະຜ່ານມາ ເຂົ້າໃນການຍົກສູງ ບົດບາດ ແລະ ຄວາມສາມາດໃນການ ນໍາພາ ຂອງຫ້ອງວ່າການສູນກາງພັກ ເພື່ອຊ່ວຍສູນກາງພັກ ນໍາພາ-ຊີ້ນໍາ, ອໍານວຍຄວບຄຸມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ XII ຂອງພັກ ໃຫ້ໄດ້ຮັບຜົນສໍາ ເລັດຢ່າງເປັນຮູບປະທຳ, ບົນພື້ນຖານ ນັ້ນ ໄດ້ຮັບຮອງເອົາ 5 ທິດທາງລວມ, 7 ຄາດໝາຍສູ້ຊົນ, 8 ແຜນວຽກຈຸດ ສຸມ ຕົ້ນຕໍ ແລະ ຫັນເປັນ 7 ແຜນງານ ແລະ 42 ໂຄງການ. ພ້ອມນີ້, ກອງປະຊຸມໃຫຍ່ ໄດ້ພິຈາ ລະນາການສໍາຫລວດກວດກາການ ເຄື່ອນໄຫວນໍາພາລວມ ຂອງຄະນະບໍລິ ຫານງານພັກ ສະໄໝທີ VII (20212025). ຄະນະບໍລິຫານງານພັກຫ້ອງ ວ່າການສູນກາງພັກ ຍາມໃດກໍເປັນ ຫລັກແຫລ່ງ, ເປັນຄັນທຸງນໍາໜ້າ ໃນ ການເສີມຂະຫຍາຍມູນເຊື້ອຄວາມສາ ມັກຄີ, ມີຄວາມເປັນເອກະພາບ, ເປັນ ປຶກແຜ່ນໃນທົ່ວອົງຄະນະພັກ; ຕັ້ງໜ້າ ນໍາພາ-ຊີ້ນໍາການປະຕິບັດໜ້າທີ່ການ ເມືອງ ຕາມກົດລະບຽບຂອງພັກ ດ້ວຍ ຄວາມຮັບຜິດຊອບສູງ, ປະດິດສ້າງ ແລະ ຍາດໄດ້ຜົນສໍາເລັດເປັນຢ່າງດີ. ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກ ຕັ້ງເອົາຄະນະບໍລິຫານງານພັກ ຫ້ອງ ວ່າການສູນກາງພັກ ຊຸດໃໝ່ ສະໄໝ ທີ VIII, 15 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະ ນະບໍລິຫານງານພັກ ໄດ້ເລືອກຕັ້ງເອົາ ຄະນະປະຈໍາພັກ 5 ສະຫາຍ, ຍິງ 0 ສະຫາຍ, ກອງປະຊຸມໄດ້ເລືອກເອົາ ສະຫາຍ ເພັດ ພົມພີພັກ ກໍາມະການກົມ ການເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ຫົວໜ້າຫ້ອງວ່າການສູນ ກາງພັກ ສືບຕໍ່ເປັນເລຂາຄະນະພັກ ອີກ ສະໄໝໜຶ່ງ, ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກ ເປັນຮອງເລ ຂາຄະນະພັກ, ສະຫາຍ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ ເປັນ ປະທານກວດກາພັກ; ເລືອກຕັ້ງເອົາ ສະຫາຍ ວອນສາລີ ຂັດທິຍະ ແລະ ສະ ຫາຍ ນາງ ສີສະໄໝ ນາມແກ່ນທ້າວ ເປັນຮອງປະທານກວດກາ. ໃນໂອກາດນີ້, ສະຫາຍ ວິໄລ ຫລ້າ ຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ ໄດ້ຕີລາຄາສູງຕໍ່ ຜົນງານທີ່ຍາດມາໄດ້, ພ້ອມທັງສະ ແດງຄວາມເປັນຫ່ວງເປັນໃຍ ຕໍ່ການ ນຳພາ-ຊີ້ນຳປະຕິບັດໜ້າທີ່ການເມືອງ ຂອງຫ້ອງວ່າການສູນກາງພັກ ແລະ ໄດ້ຊີ້ທິດເຍືອງທາງ, ຝາກຄວາມຫວັງຄວາມເຊື່ອໝັ້ນໄວ້ນໍາຄະນະບໍລິຫານ ງານພັກ, ສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສູນກາງພັກສືບຕໍ່ເສີມ ຂະຫຍາຍຜົນສໍາເລັດ, ມູນເຊື້ອ ແລະ ບົດຮຽນ, ປັດໄຈໃໝ່ຂອງອົງຄະນະພັກ ທີ່ຜ່ານມານັ້ນ ເຂົ້າໃນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ສ້າງໃຫ້ມີການຫັນປ່ຽນຢ່າງແຂງ ແຮງເລິກເຊິ່ງ ຮອບດ້ານ ແລະ ມີປະສິດ ທິຜົນຫລາຍຂຶ້ນກວ່າເກົ່າ ໃນການເປັນ ເສນາທິການ ທີ່ຈົງຮັກພັກດີ, ຮັບປະ ກັນຄຸນນະພາບ, ວ່ອງໄວ ແລະ ຫັນທັນ ສະໄໝ ເປັນກ້າວໆ. ໄດ້ຢ່າງຖືກຕ້ອງຄົບຖ້ວນ, ຊັດເຈນ ແລະ ສາມາດປະຕິບັດໄດ້. ພ້ອມນີ້, ໃຫ້ຄະນະພັກ ຫ້ອງວ່າ ການສູນກາງພັກ ເອົາໃຈໃສ່ໃນການ ນໍາພາ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃຫ້ ສະມາຊິກພັກ ກຳແໜ້ນເນື້ອໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າ ການສູນກາງພັກ ໂດຍຫັນເປັນແຜນ ພັດທະນາ, ແຜນງານ, ໂຄງການ ແລະ ກິດຈະກຳລະອຽດ; ຄະນະພັກຕ້ອງເອົາ ໃຈໃສ່ ເປັນເຈົ້າການນໍາພາວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການກໍ່ສ້າງພັກ-ກໍ່ສ້າງພະ ນັກງານ ກໍຄື ພະນັກງານເສນາທິການ ແລະ ເປັນລະບົບຕໍ່ເນື່ອງ ເປັນຕົ້ນ ທັດ ສະນະຫລັກໝັ້ນ ກໍຄື ຄຸນທາດການ ເມືອງ ແລະ ຄຸນສົມບັດສິນທຳປະຕິ ວັດ, ມີສະຕິລະວັງຕົວຕໍ່ກົນອຸບາຍ ຫັນ ປ່ຽນໂດຍສັນຕິຂອງສັດຕູ, ມີຄວາມ ຊື່ສັດບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ຕິດພັນກັບລະບອບແບບແຜນວິທີການ ເຮັດວຽກ ດ້ວຍບາດກ້າວບຸກທະລຸທັງ 4 ດ້ານ; ໃຫ້ຄະນະພັກ ຫ້ອງວ່າການ ສູນກາງພັກ ສືບຕໍ່ເອົາໃຈໃສ່ນໍາພາ ປັບປຸງການຈັດຕັ້ງທັງເບື້ອງພັກ ແລະ ເບື້ອງລັດໃຫ້ມີຄວາມເຂັ້ມແຂງ; ເອົາ ໃຈໃສ່ຄົ້ນຄວ້າການຜັນຂະຫຍາຍມະຕິ ສອຈ ແລະ ປະຕິບັດນະໂຍບາຍຕໍ່ ພະ ນັກງານ-ລັດຖະກອນ ຫ້ອງວ່າການ ສູນກາງພັກ ໃຫ້ແທດເໝາະກັບສະ ພາບເງື່ອນໄຂໃນແຕ່ລະໄລຍະ ກໍຄື ສອດຄ່ອງຄ່າຄອງຊີບ ເຮັດໃຫ້ການດໍາ ລົງຊີວິດຂອງພະນັກງານ-ລັດຖະກອນ ດີຂຶ້ນ, ຮັບປະກັນມີແນວຄິດ ອຸ່ນອ່ຽນທຸ່ນທ່ຽງ ແລະ ຕັ້ງໜ້າປະຕິບັດໜ້າທີ່ ວຽກງານ; ເອົາໃຈໃສ່ສືບຕໍ່ປັບປຸງບັນ ດາອົງການຈັດຕັ້ງມະຫາຊົນ ໃຫ້ເຂັ້ມ ແຂງ, ເປັນກຳລັງແຮງສໍາຄັນໃຫ້ແກ່ ການປະຕິບັດໜ້າທີ່ວິຊາສະເພາະ ຂອງ ຫ້ອງວ່າການສູນກາງພັກ ໂດຍມອບ ໃຫ້ບັນດາອົງການຈັດຕັ້ງມະຫາຊົນ ຊ່ວຍຕິດຕາມ-ກວດກາ ການປະຕິບັດ ໜ້າທີ່ວິຊາສະເພາະຂອງສະມາຊິກ ພັກ, ພະນັກງານ-ລັດຖະກອນ ໃຫ້ເປັນ ປົກກະຕິຕໍ່ເນື່ອງ ພ້ອມທັງຕ້ານ ແລະ ສະກັດກັ້ນ ບໍ່ໃຫ້ເກີດມີສະພາບຫຍໍ້ທໍ້ ຕ່າງໆ ຢູ່ຫ້ອງວ່າການສູນກາງພັກ ຂອງພວກເຮົາ. ສະນັ້ນ, ຄະນະພັກ ຫ້ອງວ່າການສູນກາງພັກ ຕ້ອງນໍາພາ ບັນດາອົງການຈັດຕັ້ງມະຫາຊົນ ເຄື່ອນ ໄຫວວຽກງານຂະບວນການ ໃຫ້ແຂງ ແຮງ ບົນພື້ນຖານສ້າງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດ ພັນກັບການປະຕິບັດໜ້າທີ່ວິຊາສະ ເພາະ ແລະ ການປະຕິບັດລະບຽບກົດໝາຍ; ຕ້ອງເອົາໃຈໃສ່ພັດທະນາ ຫ້ອງການຂອງຕົນເອງ ມີຄວາມກ້າວ ໜ້າທັນສະໄໝຂຶ້ນເລື້ອຍໆ ເພື່ອຮັບມື ກັບຄວາມຮຽກຮ້ອງ ຕ້ອງການຂອງ ໜ້າທີ່ວຽກງານ ກໍຄື ໃນເງື່ອນໄຂເຊື່ອມ ໂຍງ-ເຊື່ອມຈອດກັບສາກົນ; ຕ້ອງຍົກ ສູງຄວາມສາມາດ ໃນການຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະ ຕິບັດບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການແລະຄຳແນະນຳຕ່າງໆ ເພີື່ອ ສະຫລຸບລາຍງານ ແລະ ຂໍທິດຊີ້ນຳ ຈາກຂັ້ນເທິງຢ່າງທັນການ; ເພີ່ມທະວີ ການພົວພັນຮ່ວມມືກັບພາຍນອກຢ່າງ ກວ້າງຂວາງ ເປັນຕົ້ນແມ່ນບັນດາ ປະເທດເພື່ອນມິດຍຸດທະສາດ ເພື່ອ ຍາດແຍ່ງການຮ່ວມມື ແລະ ການຊ່ວຍ ເຫລືອທາງດ້ານທຶນຮອນແລະ ເຕັກນິກ ວິຊາການ ກໍຄື ບົດຮຽນດ້ານຕ່າງໆ ເພື່ອນຳມາພັດທະນາ ຫ້ອງວ່າການ ໃຫ້ນັບມື້ທັນສະໄໝຂຶ້ນເລື້ອຍໆ. ຂ່າວ: ກິດຕາ ກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ກິ່ງມະໂນ ພົມ ມະຫາໄຊ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຂຶ້ນກ່າວຮັບ ໂຄງການ ໂດຍໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານຍີ່ປຸ່ນ ກໍຄື ອົງການ JICA ທີ່ໃຫ້ການສະໜັບສະໜູນທຶນ ຊ່ວຍເຫລືອລ້າ ເພື່ອປັບປຸງສະໜາມ ກິລາແຫ່ງນີ້ ໃຫ້ມີຄວາມທັນສະໄໝ ແລະ ສາມາດຮອງຮັບການຝຶກຊ້ອມ ແລະ ການແຂ່ງຂັນກິລາໃນລະດັບ ຕ່າງໆ, ພ້ອມທັງຢືນຍັນວ່າ ຈະເອົາໃຈ ໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ນຳ ໃຊ້ສະໜາມກິລາແຫ່ງນີ້ ໃຫ້ເກີດປະ ໂຫຍດສູງສຸດ, ມີປະສິດທິຜົນ ແລະ ມີ ຄວາມຍືນຍົງ. ພ້ອມນີ້, ສະໜາມກິລາ ເຈົ້າອະນຸວົງ ຍັງຈະເປັນພື້ນຖານສໍາ ຄັນໃນການພັດທະນານັກກິລາລາວ ໃຫ້ມີຄວາມສາມາດສູງຂຶ້ນ, ຍົກລະດັບ ມາດຕະຖານການຝຶກຊ້ອມ ແລະ ການ ແຂ່ງຂັນ ເພື່ອກຽມພ້ອມຮອງຮັບການ ຈັດງານກິລາລະດັບພາກພື້ນ ແລະ ສາ ກົນໃນອະນາຄົດ ໂດຍສະເພາະການ ກະກຽມເປັນເຈົ້າພາບຈັດການແຂ່ງ ຂັນກິລາຊີເກມ ຄັ້ງທີ 36 ແລະ ອາ ຊຽນພາຣາເກມ ຄັ້ງທີ 16 ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2031. ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າ ກົມກິລາລະດັບສູງ ກະຊວງສຶກສາທິ ການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ໂຄງການ ປັບປຸງສະໜາມກິລາເຈົ້າອະນຸວົງ, ໄດ້ ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານ ຍີ່ປຸ່ນ ຜ່ານອົງການ JICA ລວມມູນ ຄ່າໂຄງການທັງໝົດ 4.171 ລ້ານເຢນ ຫລື ປະມານ 27,50 ລ້ານໂດລາສະ ຫະລັດ. ການປັບປຸງສ້ອມແປງສະ ໜາມກິລາແຫ່ງນີ້, ໄດ້ປັບປຸງ ລູ້ແລ່ນລານ ແລະ ສະໜາມບານເຕະ ດ້ວຍ ຫຍ້າທຳມະຊາດ ຂະໜາດ 105x68 ແມັດ, ພ້ອມລະບົບລະບາຍນໍ້າ, ບ່ອນ ນັ່ງຊົມ ສາມາດ ບັນຈຸໄດ້ 4.300 ຄົນ. ນອກຈາກນີ້, ຍັງມີສິ່ງອໍານວຍຄວາມ ສະດວກຕ່າງໆ ເປັນຕົ້ນ ຫ້ອງປະຊຸມ, ຫ້ອງສື່ມວນຊົນ, ຫ້ອງນ້ຳ, ຫ້ອງອາ ຫານທີ່ຮັບໄດ້ 100 ຄົນ, ຫ້ອງອອກ ກຳລັງກາຍ, ຫ້ອງເກັບມ້ຽນອຸປະ ກອນ, ຫ້ອງປ່ຽນເຄື່ອງ, ຫ້ອງແພດ ແລະ ຫ້ອງຝຶກຊ້ອມ. ພ້ອມກັນນັ້ນ, ຍັງໄດ້ຕິດຕັ້ງລະບົບໄຟສ່ອງສະຫວ່າງ ລະດັບສູງ, ປ້າຍໄຟ LED ສຳລັບ ສະແດງຄະແນນ ແລະ ລະບົບເຕືອນ ໄຟ ພ້ອມອຸປະກອນໄຟຟ້າອື່ນໆຢ່າງ ຄົບຖ້ວນ. ຈຸດເດັ່ນທີ່ສຳຄັນທີ່ສຸດຂອງ ການປັບປຸງຄັ້ງນີ້ ແມ່ນການອອກແບບ ໃຫ້ເປັນສະໜາມກິລາແບບລວມສູນ ແຫ່ງທຳອິດຂອງລາວ ທີ່ສາມາດຮອງ ຮັບໄດ້ນັກກິລາທົ່ວໄປ ແລະ ນັກກິລາ ຄົນພິການ ໄດ້ຢ່າງສະດວກ ແລະ ສາ ມາດເຂົ້າເຖິງໄດ້ຢ່າງເທົ່າທຽມກັນ ປະກອບມີລະບົບລິຟ ສຳລັບລໍ້ເລື່ອນ ຄົນພິການ ແລະ ບ່ອນນັ່ງສຳລັບຄົນ ພິການ. ຜົນສຳເລັດຂອງໂຄງການນີ້, ມີ ຄວາມໝາຍສໍາຄັນຫລາຍຕໍ່ ສປປ ລາວ ທາງດ້ານກິລາ ແລະ ການພັດທະ ນາຊັບພະຍາກອນມະນຸດ, ສະໜາມ ກິລາແຫ່ງນີ້ ຈະເປັນສູນກາງການຝຶກ ຊ້ອມ ແລະ ການແຂ່ງຂັນຂອງນັກກິ ລາທີມຊາດລາວ ແລະ ນັກກິລາຮຸ່ນ ຕ່າງໆ, ຄາດຄະເນຜູ້ໃຊ້ບໍລິການຈະ ເພີ່ມຂຶ້ນຈາກ 100.000 ຄົນຕໍ່ປີ ເປັນ 140.000 ຄົນຕໍ່ປີ. ພ້ອມນີ້, ຍັງມີແຜນ ຈະບັນຈຸເອົາສະໜາມກິລາເຈົ້າອະນຸ ວົງ ເປັນໜຶ່ງໃນສະໜາມຫລັກ ສຳລັບ ການເປັນເຈົ້າພາບຈັດການແຂ່ງຂັນ ກິລາຊີເກມ ຄັ້ງທີ 36 ແລະ ອາຊຽນ ພາຣາກມ ຄັ້ງທີ 16 ທີ່ ສປປ ລາວ ຈະ ເປັນເຈົ້າພາບໃນປີ 2031. ຂ່າວ: ທະນູມອງ; ພາບ: ເກດສະໜາ ແຜນການຮ່ວມມືກັນໃນຕໍ່ໜ້າ ຊຶ່ງໄລ ຍະຜ່ານມາ, ທັງສອງຝ່າຍໄດ້ອໍານວຍ ຄວາມສະດວກໃຫ້ແກ່ພົນລະເມືອງ ຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ, ຄົນຕ່າງປະເທດ, ຄົນ ບໍ່ມີສັນຊາດ ເດີນທາງເຂົ້າ-ອອກ ຜ່ານ ດ່ານຊາຍແດນ ດ້ວຍຈຸດປະສົງທ່ອງ ທ່ຽວ, ຢ້ຽມຢາມ, ຊື້-ຂາຍ-ແລກປ່ຽນ ສິນຄ້າ, ເຮັດທຸລະກິດ ແລະ ອື່ນໆ ມີ ຄວາມສະດວກຄ່ອງຕົວ, ປອດໄພ, ມີ ຄວາມສະຫງົບ, ເປັນລະບຽບຮຽບ ຮ້ອຍ, ປະຕິບັດຖືກຕ້ອງຕາມກົດໝາຍລະບຽບການໃນການເດີນທາງເຂົ້າ- ອອກ ບົນພື້ນຖານການປະຕິບັດສັນ ຍາຂ້າມແດນສອງຝ່າຍ, ກໍລະນີມີເຫດ ການສຸກເສີນຮີບດ່ວນເກີດຂຶ້ນຢູ່ບໍລິ ເວນຊາຍແດນ, ການເຂົ້າ-ອອກ ບໍ່ຖືກ ຕ້ອງ ແມ່ນໄດ້ມີການປະສານສົມທົບ ກັນແກ້ໄຂຕາມກົດໝາຍ-ລະບຽບ ການຂອງແຕ່ລະປະເທດ ຢ່າງທັນ ການ, ໄດ້ເອົາໃຈໃສ່ເພີ່ມທະວີການ ສຶກສາອົບຮົມພົນລະເມືອງຂອງສອງ ຝ່າຍ ໂດຍສະເພາະພົນລະເມືອງ ທີ່ອາ ໄສຢູ່ລຽບຕາມຊາຍແດນ ໃຫ້ມີຄວາມ ເຂົ້າໃຈເຖິງລະບຽບການ, ຂໍ້ກຳນົດ ຕ່າງໆກ່ຽວກັບຊາຍແດນທີ່ລັດຖະ ບານຂອງ ສປປ ລາວ ແລະ ລາຊະ ອາ ນາຈັກກຳປູເຈຍ ໄດ້ລົງນາມ ຮ່ວມກັນ ໂດຍສະເພາະແມ່ນສັນຍາ ວ່າດ້ວຍການຜ່ານແດນ ສະບັບລົງ ວັນທີ 28 ມີນາ 2008, ບົນພື້ນຖານ ຫລັກການເຄົາລົບອຳນາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນເຊິ່ງກັນ ແລະ ກັນ, ບໍ່ເຂົ້າ-ອອກ ຫລື ຍົກຍ້າຍຕັ້ງ ຖິ່ນຖານພູມລໍາເນົາແບບເສລີ. ພ້ອມກັນນັ້ນ, ຍັງໄດ້ສຸມໃສ່ໂຄ ສະນາມູນເຊື້ອຄວາມສາມັກຄີ ໃຫ້ພະ ນັກງານ ກໍຄື ປະຊາຊົນລຽບຕາມຊາຍ ແດນ ຮູ້ໄດ້ເຖິງມູນເຊື້ອຄວາມສາມັກ ຄີ, ຄວາມຮັກແພງ, ຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ຂອງສອງຊາດ ລາວກຳປູເຈຍ, ກຳປູເຈຍ-ລາວ, ເຈົ້າໜ້າທີ່ ຕໍາຫລວດກວດຄົນເຂົ້າ-ອອກເມືອງ ປະຈຳຢູ່ດ່ານເຂົ້າ-ອອກ ລາວ-ກຳປູ ເຈຍ ໄດ້ມີການພົວພັນ,ຮ່ວມມື,ປະສານ ສົມທົບກັນ ເພື່ອແລກປ່ຽນຂໍ້ມູນ-ຂ່າວ ສານ, ສະພາບການຕ່າງໆ ທີ່ກ່ຽວພັນ ເຖິງຄວາມສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍຕາມບໍລິເວນ ຊາຍແດນ, ໄດ້ຈັດຕັ້ງປະຕິບັດຢ່າງ ເຂັ້ມງວດໃນການກວດກາ ແລະ ຫ້າມ ນໍາເອົາອາວຸດ, ທາດລະເບີດທີ່ບໍ່ໄດ້ຮັບ ອະນຸຍາດເຂົ້າມາໃນດິນແດນຂອງອີກ ຝ່າຍ, ແຕ່ລະຝ່າຍບໍ່ໄດ້ນໍາເອົາກໍາລັງ ຂອງຕົນມາເຄື່ອນໄຫວລາດຕະເວນ ເລິກເຂົ້າໃນດິນແດນຂອງອີກຝ່າຍ, ໄດ້ ມີການຮ່ວມມື ແລະ ໃຫ້ອໍານວຍຄວາມ ສະດວກເຊິ່ງກັນ ແລະ ກັນໃນການຜັກ ດັນ ພົນລະເມືອງຂອງແຕ່ລະຝ່າຍບໍ່ໃຫ້ ເຂົ້າມາເຄື່ອນໄຫວຜິດກົດໝາຍໃນດິນ ແດນຂອງອີກຝ່າຍ, ພ້ອມທັງຮ່ວມມື ກັນ ໃນການສົ່ງຜູ້ຮ້າຍຂ້າມແດນລະ ຫວ່າງສອງຝ່າຍຕາມສົນທິສັນຍາວ່າ ດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະ ຫວ່າງ ສອງລັດຖະບານ. ໃນໂອກາດດັ່ງກ່າວ, ສອງຝ່າຍ ກໍໄດ້ມີຄໍາເຫັນແລກປ່ຽນບົດຮຽນ ວຽກງານວິຊາສະເພາະ ກໍຄື ວຽກງານ ກວດຄົນເຂົ້າ-ອອກເມືອງຮ່ວມກັນ ຢ່າງກົງໄປ-ກົງມາ ແລະ ເຫັນດີເປັນ ເອກະພາບຮ່ວມມືກັນເພື່ອສືບຕໍ່ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນ ແກ້ໄຂບັນຫາຂໍ້ຄົງຄ້າງໃນຂົງເຂດ ວຽກງານກວດຄົນເຂົ້າ-ອອກເມືອງ ຂອງສອງປະເທດ ໃຫ້ນັບມື້ໄດ້ຮັບປະ ສິດທິຜົນສູງ ແລະ ຖືກຕ້ອງສອດຄ່ອງ ກັບຕາມຫລັກການລະບຽບກົດໝາຍ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ ຮ່ວມກັນລົງນາມເຊັນບົດບັນທຶກ ວ່າ ດ້ວຍການຮ່ວມມືກັນ ປະຈໍາປີ 2026. ພາບ-ຂ່າວ: ແກ້ວອຸເພັດ ຜົນສຳເລັດ...ົັ ຫສພ... ມອບ-ຮັບ...ັ ກົມຕຳຫລວດ...ົ ຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030 ໂດຍການຮ່ວມລົງ ນາມຂອງ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ແລະ ທ່ານ ເລ ດຶກ ທິງ ຫົວໜ້າກົມເສດຖະກິດ ຮ່ວມມື ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສສ ຫວຽດນາມ ໂດຍມີພາກສ່ວນ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນ ສັກຂີພິຍານ. ບົດບັນທຶກຄວາມເຂົ້າໃຈສະບັບ ນີ້, ເປັນການສ້າງຕັ້ງການຮ່ວມມືລະ ຫວ່າງສອງຝ່າຍ ເພື່ອເພີ່ມທະວີແລກ ປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບ ການ ແລະ ສົ່ງເສີມການຮ່ວມມືໃນ ບັນດາຂົງເຂດການພັດທະນາຊົນນະ ບົດ, ເສດຖະກິດຮ່ວມມື, ສະຫະກອນ, ການຈັດຕັ້ງການຜະລິດ, ການພັດທະ ນາຊີວິດການເປັນຢູ່, ການຫລຸດຜ່ອນ ຄວາມທຸກຍາກແບບຍືນຍົງ ສອດຄ່ອງ ກັບພາລະບົດບາດ, ໜ້າທີ່ຄວາມຮັບ ຜິດຊອບ ແລະ ຂອບເຂດສິດອຳນາດ ຂອງແຕ່ລະຝ່າຍ. ຂອບການຮ່ວມມືນີ້, ສອງຝ່າຍມີຈຸດປະສົງເພີ່ມທະວີການ ປະສານງານ, ເຊື່ອມໂຍງກັບອົງການ, ການຈັດຕັ້ງ ແລະ ຄູ່ຮ່ວມພັດທະນາທີ່ ກ່ຽວຂ້ອງ; ສົ່ງເສີມການຈັດຕັ້ງປະ ຕິບັດກິດຈະກຳຕົວຈິງຮ່ວມກັນ ແລະ ມີຜົນປະໂຫຍດຮ່ວມກັນ ໃນໄລຍະ 2026-2030 ບົນພື້ນຖານຕາມກົດ ໝາຍຂອງແຕ່ລະປະເທດ ແລະ ຊັບພະ ຍາກອນທີ່ມີຢູ່ຂອງສອງຝ່າຍ. ສໍາລັບຂອບເຂດການຮ່ວມມືມີຄື: ພັດທະນາຊົນນະບົດ; ເສດຖະກິດຮ່ວມ ມື, ສະຫະກອນ; ຈັດຕັ້ງການຜະລິດ ແລະ ການເຊື່ອມໂຍງການຜະລິດຕາມ ເສດຖະກິດຕ່ອງໂສ້; ພັດທະນາຊີວິດ ການເປັນຢູ່; ແກ້ໄຂຄວາມທຸກຍາກ; ພັດທະນາຫັດຖະກຳ, ຫັດຖະກຳພື້ນ ບ້ານ ແລະ ຂົງເຂດຂະແໜງການທີ່ ກ່ຽວຂ້ອງ. ນອກຈາກນີ້, ຍັງພັດທະ ນາເສດຖະກິດຮ່ວມມືແລະຈັດຕັ້ງການ ຜະລິດແລກປ່ຽນບົດຮຽນ, ຊ່ວຍເຫລືອ ທາງດ້ານເຕັກນິກ ແລະ ການປະສານ ງານ, ທົດລອງບັນດາຮູບແບບກຸ່ມ, ສະຫະກອນ, ເຊື່ອມໂຍງການຜະລິດ ຕາມເສດຖະກິດຕ່ອງໂສ້, ພັດທະນາ ຜະລິດຕະພັນ, ຫັດຖະກຳພື້ນບ້ານ ແລະ ປັບປຸງຊີວິດການເປັນຢູ່ແບບ ຍືນຍົງ ທີ່ແທດເໝາະກັບເງື່ອນໄຂ ຂອງແຕ່ລະປະເທດ ແລະ ພັດທະນາ ຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ການຍົກຍ້າຍຖິ່ນຖານຂອງປະຊາຊົນ ແລກ ປ່ຽນບົດຮຽນ ກ່ຽວກັບການ ພັດທະນາຊົນນະບົດຮອບດ້ານ, ຫລຸດ ຜ່ອນຄວາມທຸກຍາກດ້ວຍຫລາຍຮູບ ແບບ, ພັດທະນາຊີວິດການເປັນຢູ່ແບບ ຍືນຍົງ, ການຍົກຍ້າຍ, ຈັດສັນພື້ນທີ່ ທີ່ຢູ່ອາໄສແບບຖາວອນ, ຄວາມສ່ຽງ ຈາກໄພພິບັດທາງທຳມະຊາດ ແລະ ຂົງເຂດທີ່ເໝາະສົມອື່ນໆ; ແລກປ່ຽນ ບົດຮຽນກ່ຽວກັບ ຮູບແບບການພັດທະ ນາຊົນນະບົດ, ການປັບປຸງຊີວິດການ ເປັນຢູ່ ແລະ ຫລຸດຜ່ອນຄວາມທຸກຍາກ ໃຫ້ແທດເໝາະກັບເງື່ອນໄຂຂອງແຕ່ ລະປະເທດ; ພັດທະນາຊັບພະຍາກອນ ມະນຸດ ແລະ ການແລກປ່ຽນບົດຮຽນ ຈັດຕັ້ງບັນດາຄະນະຜູ້ແທນເຮັດວຽກ, ສຳຫລວດ, ຮຽນຮູ້ຈາກປະສົບການ, ກອງປະຊຸມ, ສຳມະນາ, ການພັດທະນາ ກຸ່ມ, ຝຶກອົບຮົມ, ແລກປ່ຽນຊ່ຽວຊານ ແລະ ບັນດາໂຄງການສຶກສາ, ການ ຝຶກອົບຮົມທີ່ແທດເໝາະກັບຄວາມ ຕ້ອງການ ແລະ ຄວາມສາມາດ ຂອງ ສອງຝ່າຍ; ການກໍ່ສ້າງ, ການທົດລອງ ແລະ ຂະຫຍາຍຮູບການ, ເຊື່ອມສານ ແລະ ຂົນຂວາຍບຸກຄະລາກອນປະ ສານງານ ເພື່ອກໍ່ສ້າງ, ທົດລອງ ແລະ ຂະຫຍາຍຮູບແບບທີ່ເໝາະສົມກັບ ບັນດາຂົງເຂດການຮ່ວມມື, ເຊື່ອມໂຍງ ກັບອົງການ, ໜ່ວຍງານ, ທ້ອງຖິ່ນ, ການຈັດຕັ້ງ, ທຸລະກິດ, ສະຫະກອນ, ສະຖາບັນຝຶກອົບຮົມ ແລະ ຄູ່ຮ່ວມ ພັດທະນາຂອງແຕ່ລະປະເທດ; ຄົ້ນຫາ, ປຸກລະດົມຊັບພະຍາກອນ ທີ່ຖືກຕ້ອງ ຕາມກົດໝາຍ ເພື່ອຈັດຕັ້ງປະຕິບັດບັນ ດາໂຄງການ ແລະ ກິດຈະກຳຮ່ວມກັນ ສະເພາະ. ຂ່າວ-ພາບ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ.

RkJQdWJsaXNoZXIy MTc3MTYxMQ==