ສຳມະນາ ແຜນພັດທະນາເສດຖະກິດ ດີຈິຕອນ ຂອງ ສປປ ລາວ ຢູ່ແຂວງໄຊຍະບູລີ

22/02/2023 15:38
Email Print 11547
ຂປລ ຂປລ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສຳມະນາກ່ຽວກັບ ແຜນພັດທະນາ ເສດຖະກິດດີຈິຕອນ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 21 ກຸມພາ 2023 ຢູ່ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ

ຂປລ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສຳມະນາກ່ຽວກັບ ແຜນພັດທະນາ ເສດຖະກິດດີຈິຕອນ ຂອງ ສປປ ລາວ ຈັດຂຶ້ນໃນວັນທີ 21 ກຸມພາ 2023 ຢູ່ແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີການ​ນຳ​ແຂວງ​ໄຊ​ຍະ​ບູ​ລີ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ ແລະ ໄດ້ຮັບຟັງ ການສະເໜີກ່ຽວກັບ ການຫັນເປັນດີຈິຕອນ ຂອງ ສປປ ລາວ ໃນຍຸກອຸດສາຫະກໍາ 4.0, ສະເໜີກ່ຽວກັບການຫັນເປັນ ດີຈິຕອນທາງສັງຄົມ, ວຽກງານຫັນບໍລິການລັດ ເປັນດີຈິຕອນ ແລະ ການຫັນດີຈິຕອນທາງເສດຖະກິດ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ອົງການປົກຄອງຂັ້ນຕ່າງໆ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໂດຍສະເພາະ ວຽກງານການ ຫັນເປັນດີຈິຕອນ ແມ່ນເປັນວຽກງານໜຶ່ງ ທີ່ລັດຖະບານແຫ່ງ ສປປ ລາວ ໃຫ້ຄວາມສຳຄັນ ແລະ ຖືເປັນວຽກບຸລິມະສິດ ໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງໃນກອງປະຊຸມສະພາແຫ່ງຊາດ ໃນເດືອນພະຈິກ 2021 ທີ່ຜ່ານມາ ໄດ້ເຫັນດີຮັບຮອງເອົາ ວິໄສທັດການພັດທະນາ ເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາ ເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ຊຶ່ງປະກອບມີ 8 ຍຸດທະສາດ ແລະ 14 ແຜນງານ.

ສຳລັບແຂວງໄຊຍະບູລີ ໃນໄລຍະຜ່ານ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ລົງເຄື່ອນໄຫວເຜີຍແຜ່, ພ້ອມທັງຈັດຕັ້ງຝຶກອົບຮົມການນໍາໃຊ້ ICT ໃຫ້ແກ່ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງ ແຂວງ ແລະ ບັນດາເມືອງ 11 ເມືອງ ເປັນຕົ້ນ ການນຳໃຊ້ໂປແກຣມລາວສູ້ສູ້ (Lao KYC), ລະບົບກອງປະຊຸມທາງໄກ (Video Conference) ແມ່ນໄດ້ນຳໃຊ້ຢ່າງກວ້າງຂວາງ ຢູ່ພາຍໃນແຂວງ ໂດຍສະເພາະ ໃນໄລຍະມີການລະບາດ ພະຍາດໂຄວິດ-19 ລະບົບດັ່ງກ່າວ ສາມາດເຊື່ອມຕໍ່ລິ້ງ ຫາກັນໄດ້ຈາກສູນກາງ ຫາແຂວງ ແລະ ຈາກແຂວງຫາບັນດາເມືອງ. ສ່ວນລະບົບສື່ສານພາກລັດ ຈີແຊດ (G-Chat) ລະບົບເວັບໄຊຂອງພາກລັດ (G-Web Platform) ໄດ້ນໍາໃຊ້ຢູ່ພະແນກການຈໍານວນໜຶ່ງ ແລະ ລະບົບຫ້ອງການທັນສະໄໝ ອີອອຟ​ຟິດ (E-Office), ລະບົບຈັດເກັບ ເອກະສານ (G-Share, G-Drive), ລະບົບຈົດໝາຍເອເລັກໂຕຣນິກພາກລັດ (E-Mail) ແມ່ນໄດ້ທົດລອງນໍາໃຊ້ ຢູ່ພາຍໃນຂົງເຂດ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ.

ໃນໂອກາດມາເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມອບລະບົບເຄືອຂ່າຍພາຍໃນ G-Net (ຈີເນັດ), ລະບົບກອງປະຊຸມທາງໄກ (Video Conference), ລະບົບ E-office, ລະບົບ E-mail, ລະບົບ G-chat, ລະບົບ G-web ແລະ ລະບົບ G-share, ມູນຄ່າ 460 ກວ່າລ້ານກີບ ໃຫ້ແຂວງໄຊຍະບູລີ.

ຂ່າວ: ມະໄລວັນ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top