ກວດກາຄວາມສອດຄ່ອງດ້ານກົດໝາຍ ຂອງຮ່າງດຳລັດ ວ່າດ້ວຍປ່າສະຫງວນ

01/02/2023 16:42
Email Print 495
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກົມກົດໝາຍ ກະຊວງຍຸຕິທຳ ຈັດກອງປະຊຸມກວດກາ ຄວາມສອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງດຳລັດ ວ່າດ້ວຍປ່າສະຫງວນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີທ່ານ ສຸລິຍາ ສີດາວົງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ສົມຫວັງ ພິມມະວົງ ຮອງຫົວໜ້າກົມປ່າໄມ້ ພ້ອມດ້ວຍຄະນະຮັບຜິດຊອບ ສ້າງຮ່າງດຳລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກົມກົດໝາຍ ກະຊວງຍຸຕິທຳ ຈັດກອງປະຊຸມກວດກາ ຄວາມສອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງດຳລັດ ວ່າດ້ວຍປ່າສະຫງວນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີທ່ານ ສຸລິຍາ ສີດາວົງ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ທ່ານ ສົມຫວັງ ພິມມະວົງ ຮອງຫົວໜ້າກົມປ່າໄມ້ ພ້ອມດ້ວຍຄະນະຮັບຜິດຊອບ ສ້າງຮ່າງດຳລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອກວດກາຄວາມສອດຄ່ອງ ທາງດ້ານເນື້ອໃນ, ຫລັກການ ແລະ ມາດຕະການ ຂອງຮ່າງດຳລັດ ໃຫ້ມີຄວາມຖືກຕ້ອງສອດຄ່ອງຄົບຖ້ວນ, ສົມບູນ ແລະ ຮັດກຸມ ກ່ອນນໍາສະເໜີເຂົ້າກອງປະຊຸມລັດຖະບານ ປະຈໍາປີ 2023 ແລະ ເພື່ອເຮັດໃຫ້ດຳລັດດັ່ງກ່າວ ສາມາດນໍາໃຊ້ໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ກໍານົດໄວ້ ​ເຊິ່ງຮ່າງດໍາລັດວ່າດ້ວຍປ່າສະຫງວນ ປະກອບມີ 9 ພາກ, 9 ໜວດ ແລະ 77 ມາດຕາ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ສົນທະນາ ແລະ ແລກປ່ຽນຄວາມຄິດເຫັນທາງດ້ານຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າສະຫງວນ ແລະ ທີ່ດິນປ່າສະຫງວນ ໃຫ້ມີຄວາມຍືນຍົງຕາມທິດສີຂຽວ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ.

KPL

ຂ່າວອື່ນໆ

ads
ads

Top