ສຳເລັດໂຄງການສ້າງຄວາມເຂັ້ມແຂງໃນການຜະລິດໃບຊາເປັນສິນຄ້າ

25/04/2024 13:38
Email Print 258
ຂປລ ຂປລ. ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ຈັດກອງປະຊຸມ ລາຍງານຜົນສໍາເລັດ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປິດໂຄງການສ້າງຄວາມເຂັ້ມແຂງ ໃນການຜະລິດໃບຊາເປັນສິນຄ້າ ໃນວັນທີ 24 ເມສາ 2024 ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ຟຣັງຊົວຊາເວຍດີວປໍສ ຫົວໜ້າອົງການຝຣັ່ງ



ຂປລ. ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້
, ຈັດກອງປະຊຸມ ລາຍງານຜົນສໍາເລັດ ຂອງການຈັດຕັ້ງປະຕິບັດໂຄງການ ແລະ ປິດໂຄງການສ້າງຄວາມເຂັ້ມແຂງ ໃນການຜະລິດໃບຊາເປັນສິນຄ້າ ໃນວັນທີ 24 ເມສາ 2024  ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ຟຣັງຊົວຊາເວຍດີວປໍສ ຫົວໜ້າອົງການຝຣັ່ງ ເພື່ອການພັດທະນາປະຈໍາລາວ, ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະ ຊວງກະສິກໍາ ແລະ ປ່າໄມ້, ມີກຸ່ມຜະລິດຊາບັນດາແຂວງເປົ້າໝາຍຂອງໂຄງການ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນຈັນ ກົມບຸນຍະສິດ ​ໄດ້​ໃຫ້​ຮູ້​ວ່າ: ໂຄງການສ້າງຄວາມເຂັ້ມແຂງ ໃນການຜະລິດໃບຊາເປັນສິນຄ້າ(Mekong Tea Project) ເປັນໂຄງການທີ່ໄດ້ຮັບທຶນ ການຊ່ວຍເຫລືອຈາກ ອົງການຝຣັ່ງເພື່ອການພັດທະນາ(AFD) ໃນມູນຄ່າ 1.500.000 ເອີໂຣ ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ກໍຄື ກົມປູກຝັງ ເປັນຜູ້ຈັດຕັ້ງປະຕິບັດຮ່ວມກັບອົງການທີ່ປຶກສາດ້ານກະສິກຳ ອົງການ GRET, ອົງການ AVSF ແລະ ອົງການ LCG  ຈັດຕັ້ງປະຕິບັດ ເລີ່ມແຕ່ເດືອນມີນາ 2019 ​ໂດຍໂຄງການໄດ້ກໍານົດພື້ນທີ່ຕົວແບບ ຈັດຕັ້ງປະຕິບັດຢູ່ 2 ແຂວງຄື: ເມືອງໄຊສະຖານ ແຂວງໄຊຍະບູລີ ແລະ ເມືອງເມິງ ແຂວງບໍ່ແກ້ວ ​ເຊິ່ງຈຸດປະສົງຫລັກຂອງໂຄງການ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ກະສິກອນຜູ້ຜະລິດຊາຂະໜາດນ້ອຍ ດ້ວຍການປັບປຸງຕ່ອງໂສ້ມູນຄ່າ ແລະ ການເຂົ້າເຖິງ ຕະຫລາດດ້ວຍ ການຢັ້ງຢືນຜະລິດຕະພັນ ທີ່ໄດ້ຄຸນນະພາບ ແລະ ໂຄງການດັ່ງກ່າວແມ່ນສິ້ນສຸດ ການຈັດຕັ້ງປະຕິບັດ ໃນເດືອນມີນາ 2024 ຜ່ານມານີ້.



ທ່ານ ບຸນຈັນ ກົມບຸນຍະສິດ  ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່ອົງການຝຣັ່ງເພື່ອການພັດທະນາ ແລະ ຄູ່ຮ່ວມພັດທະນາ ທີ່ກ່ຽວຂ້ອງທຸກພາກສ່ວນ ທີ່ຍາມ​ໃດກໍໄດ້ໃຫ້ການສະ​ໜັບ​ສະ​ໜູນ​ ທາງ​ດ້ານ​ວິ​ຊາ​ການ ແລະ ງົບ​ປະ​ມານ
, ຮຽກຮ້ອງອົງການຝຣັ່ງ ເພື່ອການພັດທະນາ ສືບຕໍ່ສະໜັບສະໜູນ ໂຄງການໃບຊາໃຫ້ຫລາຍຂຶ້ນ ແລະ ຄູ່ຮ່ວມມືອື່ນໆ ໃຫ້ມາສະໜັບສະໜູນ, ຮຽກຮ້ອງໃຫ້ແຂວງ, ເມືອງ, ຜູ້ປະກອບການພາຍໃນ ແລະ ຕ່າງປະເທດພ້ອມກັນຂຸດຄົ້ນທ່າແຮງຊາລາວ ໃຫ້ກ້າວສູ່ສາກົນ. 

ແຫລ່ງຂ່າວ: ປະຊາຊົນ

KPL

ຂ່າວອື່ນໆ

ads
ads

Top