ລາວຟອດ ຊີຕີ ມໍເຕີ ມອບເງິນສະໜັບສະໜູນເກັບກູ້ ລະເບີດ ແລະ ຊ່ວຍເຫລືອໂຮງຮຽນທີ່ໄດ້ຮັບຜົນກະທົບ

25/04/2024 13:42
Email Print 240
ຂປລ ຂປລ. ບໍລິສັດ ລາວຟອດ ຊີຕີ ມໍເຕີ ໄດ້ມອບທຶນຊ່ວຍເຫລືອ ຈຳນວນ 20.000 ໂດລາສະຫະ ລັດ ໃຫ້ອົງກອນ UXO Clearance Solutions (ອົງກອນທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດ ທີ່ບໍ່ທັນແຕກ) ແລະ ບູລະນະໂຮງຮຽນ ບ້ານສ້າງໃໝ່ ທີ່ແຂວງຊຽງຂວາງ ​ໃນວັນທີ 24 ເມສາ 2024



ຂປລ. ບໍລິສັດ ລາວຟອດ ຊີຕີ ມໍເຕີ
ໄດ້ມອບທຶນຊ່ວຍເຫລືອ ຈຳນວນ 20.000 ໂດລາສະຫະ ລັດ ໃຫ້ອົງກອນ UXO Clearance Solutions (ອົງກອນທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດ ທີ່ບໍ່ທັນແຕກ) ແລະ ບູລະນະໂຮງຮຽນ ບ້ານສ້າງໃໝ່ ທີ່ແຂວງຊຽງຂວາງ ​ໃນວັນທີ 24 ເມສາ 2024 ​ເຊິ່ງມອບ ໂດຍ ທ່ານ ບີຈູ ນາລາຢານານ ຜູ້ອຳນວຍການ ບໍລິຫານທົ່ວໄປ ບໍລິສັດ ລາວຟອດຊີຕີ ແລະ ຮັບ​ໂດຍ​ຜູ້ຕາງໜ້າຈາກ ອົງກອນ UXO Clearance Solutions ປະກອບ​ມີ: ທ່ານ ເອລອນ ຮາເຢສ ຫົວໜ້າ​ຫ້ອງການ​ບໍລິຫານ, ທ່ານ ມິເຊວ ວີເຮມເຊັນ ຫົວໜ້າໂຄງການ ແລະ ທ່ານ ບຸນປະສິດ ໄຊຍະວົງ ທີ່ປຶກສາພາກສະໜາມ.

ໃນໄລຍະຜ່ານມາ ທາງບໍລິສັດ ຟອດ ມໍເຕີຊິຕີ ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫລືອສັງຄົມໃນດ້ານຕ່າງໆ ​ເປັນ​ຕົ້ນ ການຊ່ວຍເຫລືອນ້ຳຖ້ວມທີ່ ເມືອງຄູນຄຳ ເເຂວງຄຳມ່ວນ, ຊ່ວຍເຫລືອເດັກນ້ອຍພິການໃນໂຄງການຂອງ Hand of Hope. ພ້ອມນີ້,  ໃນເດືອນ ກຸມພາ ທີ່ຜ່ານມາ ບໍລິສັດ ລາວຟອດຊິຕີ ໄດ້ເດີນທາງໄປຊ່ວຍເຫລືອ ອຸປະກອນການຮຽນໃຫ້ນ້ອງນັກຮຽນ ທີ່ໂຮງຮຽນ ໜອງຈອງ ເມືອງຈອມເພັດ ແຂວງຫລວງພະບາງ ອີກດ້ວຍ.

ຂ່າວ-ພາບ: ວຽງສະຫວັນ.

KPL

ຂ່າວອື່ນໆ

ads
ads

Top