ລາວ-ໄທ ສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື

25/04/2024 13:31
Email Print 277
ຂປລ ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກ ທີ່ຣາຊະອານາຈັກໄທ ແລະ ເຂົ້າຮ່ວມງານບຸນປີໃໝ່ລາວທີ່ ສະຖານທູດລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ ແລະ ເຂົ້າຮ່ວມພິທີ ເປີດຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພຸນໍ້າຮ້ອນ ອໍາເພີດ່ານຊ້າງ, ຈັງຫວັດສຸພັນບູຣີ

ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກ ທີ່ຣາຊະອານາຈັກໄທ ແລະ ເຂົ້າຮ່ວມງານບຸນປີໃໝ່ລາວທີ່ ສະຖານທູດລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ ແລະ ເຂົ້າຮ່ວມພິທີ ເປີດຫໍວັດທະນະທໍາຄົນໄທເຊື້ອສາຍລາວຄັ່ງ ທີ່ວັດພຸນໍ້າຮ້ອນ ອໍາເພີດ່ານຊ້າງ, ຈັງຫວັດສຸພັນບູຣີ ໃນວັນທີ 22-25 ເມສາ 2024.



ໃນວັນທີ
24 ເມສາ 2024, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຢ້ຽມຢາມເຮັດວຽກທີ່ ຣາຊະອານາຈັກໄທ ແລະ ພົບປະສອງຝ່າຍ ກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ. ການພົບປະຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະອີກຄັ້ງ ເຊິ່ງສະແດງໃຫ້ເຫັນເຖິງການພົວພັນ ທີ່ໃກ້ຊິດສະໜິດສະໜົມ ແລະ ເປັນການປະກອບສ່ວນສຳຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄື ຊຸກຍູ້ ແລະ ຜັນຂະຫຍາຍແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ 2022-2026 ໃຫ້ໄດ້ຮັບການຈັດຕັ້ງປິບັດ ຢ່າງເປັນຮູບປະທໍາ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.



ໂອກາດນີ້
, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ສອງຝ່າຍຈະສືບ ຕໍ່ປຶກສາຫາລືກັນ ເພື່ອເພີ່ມບໍລິມາດທາງດ້ານ ການຄ້າສອງຝ່າຍໃຫ້ຫລາຍຂຶ້ນຕື່ມ, ການເຊື່ອມຈອດຂົວ-ທາງ ແລະ ທາງລົດໄຟ ກໍຄື ການສ້າງຂົວລົດໄຟສະເພາະ ການທ່ອງທ່ຽວ ລວມທັງການທ່ອງທ່ຽວຕາມຕົວ​ເມືອງ​ນ້ອຍ ແລະ ບັນດາແຂວງຕາມຊາຍແດນ ລາວ-ໄທ, ການຮ່ວມມືເພື່ອການພັດທະນາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ແຮງງານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງການຮ່ວມມື ໃນການຄຸ້ມຄອງບັນຫາໝອກ ຄວັນຂ້າມແດນຮ່ວມກັນ; ສອງຝ່າຍ ໄດ້ເຫັນດີຊຸກຍູ້ກົນໄກ ການຮ່ວມມືສອງຝ່າຍ ລາວ-ໄທ-ລາວ ທີ່ມີຢູ່ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງເສີມການພົວພັນຮ່ວມມື ໃຫ້ກ້າວສູ່ລວງເລິກ ໂດຍສອງຝ່າຍເຫັນດີຈະສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.



ຂະນະດຽວກັນ
, ທ່ານ ປານປຣີ ພະຫິດທານຸກອນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ແລະ ຊົມເຊີຍຕໍ່ຜົນສຳເລັດ ຂອງການພົບປະສອງຝ່າຍ ລາວ-ໄທ ຄັ້ງນີ້, ພ້ອມທັງຈະສືບຕໍ່ຊຸກຍູ້ ໃຫ້ບັນດາຂະແໜງການ ກ່ຽວຂ້ອງຂອງ ຝ່າຍໄທ ນຳເອົາຜົນຂອງການພົບປະຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຍິ່ງໆຂຶ້ນ ແນໃສ່ເສີມຂະຫຍາຍການພົວ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າ.

ພາຍຫລັງສຳເລັດການພົບປະ, ໃນຕອນຄໍ່າວັນດຽວກັນ ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເຂົ້າຮ່ວມບຸນປີໃໝ່ລາວ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ປະຈໍາປີ 2024 ເຊິ່ງປີນີ້ ໄດ້ຮັບພະມະຫາກະລຸນາທິຄຸນ ຈາກ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາລີ  ສະເດັດເປັນອົງປະທານ ໃນພິທີພາສີສູ່ຂວັນປີໃໝ່ ອັນມີຄວາມໝາຍຄວາມສໍາຄັນ, ເປັນຮີດສິບສອງຄອງສິບສີ່ ແລະ ເປັນປະເພນີອັນດີງາມ ທີ່ປະຕິບັດສືບທອດມາແຕ່ບູຮານນະການ ໂດຍຕາງໜ້າໃຫ້ ສະຖານທູດລາວ ປະຈໍາ ຣາຊະອານາຈັກໄທ ແລະ ບັນດາແຂກທີ່ເຂົ້າຮ່ວມງານ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວຖວາຍພະພອນໄຊຍະມຸງຄຸນອັນປະເສີດ ເນື່ອງໃນໂອກາດປີໃໝ່ ແລະ ວັນຄ້າຍວັນພຣະຣາຊະສົມພົບ ຄົບຮອບ 69 ພັນສາ ແດ່ ກົມສົມເດັດພະເທບ ຈົ່ງມີພະກະເສມສໍາລານຍິ່ງຍືນນານ ແລະ ສືບຕໍ່ເປັນຮົ່ມໂພຮົ່ມໄຊ ໃຫ້ແກ່ການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວການລະນານ.



ໃນວັນທີ
25 ເມສາ 2024, ທ່ານ ສະເຫລີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ສືບຕໍ່ເດີນທາງ ໄປຈັງຫວັດສຸພັນບູລີ ເພື່ອເປັນປະທານໃນພິທີເປີດນໍາໃຊ້ ຫໍວັດທະນະທໍາພີ່ນ້ອງໄທເຊື້ອສາຍລາວຄັ່ງ ທີ່ວັດພຸນໍ້າຮ້ອນ ອໍາເພີດ່ານຊ້າງ ຈັງຫວັດສຸພັນບູລີ ຣາຊະອານາຈັກໄທ ​ເຊິ່ງຫໍວັດທະນະທໍາແຫ່ງນີ້ ແມ່ນເລີ່ມມາຈາກການທອດຜ້າປ່າສາມັກຄີ ຂອງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ທີ່ນະຄອນຫລວງວຽງຈັນ ໃນປີ 2019 ໂດຍແມ່ນ ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ປະທານປະເທດ ເປັນເຈົ້າສັດທາລະດົມຈະຕຸປັດ​ໄຈ ເພື່ອຮ່ວມສົມທົບທຶນ ຮອນທອດຜ້າປ່າສາມັກຄີ ຮ່ວມກັບສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ. ພາຍຫລັງກໍ່ສ້າງສໍາເລັດ, ຫໍວັດທະນະທໍາ ແຫ່ງນີ້ ຈະເປັນສູນລວມ ອະນຸລັກປົກປັກຮັກສາ ແລະ ເປັນສູນຮຽນຮູ້ດ້ານສິລະປະວັດ ທະນະທໍາອັນດີງາມ ທີ່ເປັນເອກະລັກສະເພາະລາວຄັ່ງ, ເປັນບ່ອນເຕົ້າຮ່ວມຄວາມສາມັກຄີ ແລະ ເປັນມູນມໍລະດົກໃຫ້ລູກຫລານຂອງພີ່ນ້ອງຊາວໄທເຊື້ອສາຍລາວ. ພ້ອມທັງເປັນສັນຍາລັກແຫ່ງ ການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ປະຊາຊົນສອງຊາດລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີວັດທະນະທໍາ, ຮີດຄອງປະເພນີ, ພາສາປາກເວົ້າເຂົ້າໃຈກັນ ໃນຖານະຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top