1 ພຶດສະພາ ນິມິດໝາຍສໍາຄັນຂອງວັນກໍາມະກອນສາກົນ

25/04/2024 13:47
Email Print 353
ຂປລ ຂປລ. ວັນກໍາມະກອນສາກົນ, ວັນທີ 1 ພຶດສະພາ ເປັນນິມິດ​ໝາຍ​ໜຶ່ງ​ທີ່​ສໍາຄັນ ໃນການຮຽກຮ້ອງໃຫ້ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ ​ເຊິ່ງກ່ອນ​ໜ້າ​ນີ້ ກໍຄື ວັນ​ທີ 14 ກໍລະກົດ 1889 ກອງ​ປະຊຸມ​ພັກ​ກອມ​ມູນິດ​ສາກົນ​ ຄັ້ງ​ທີ II ​ໄດ້​ໄຂ​ຂຶ້ນ​ຢູ່ທີ່​ນະຄອນຫລວງປາຣີ ປະ​ເທດ​ຝຣັ່ງ



ຂປລ. ວັນກໍາມະກອນສາກົນ, ວັນທີ
1 ພຶດສະພາ ເປັນນິມິດ​ໝາຍ​ໜຶ່ງ​ທີ່​ສໍາຄັນ ໃນການຮຽກຮ້ອງໃຫ້ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານ ກຽມພ້ອມຕໍ່ສູ້ເພື່ອທວງເອົາສິດຂອງຕົນ ​ເຊິ່ງກ່ອນ​ໜ້າ​ນີ້ ກໍຄື ວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ​ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະ ກອນສາມັກຄີຕໍ່ສູ້ແມ່ນທວງເອົາສິດ ແລະ ຜົນປະໂຫຍດຂອງຕົນ ຢູ່ບັນດາປະເທດທຶນນິຍົມແລະ ຣັດເຊຍ ໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ  ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ​ເປັນວັນກຳມະກອນສາກົນ.  ນັບແຕ່ນັ້ນມາ, ວັນທີ  1 ​ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນໃນທົ່ວໂລກ.

ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການບໍລິສັດລັດ ວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ໃຫ້ທັດສະນະ ແລະ ຄວາມຮູ້ສຶກຕໍ່ການກໍາເນີດ ​ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະບວນ ການກໍາມະກອນສາກົນ ຕະຫລອດ​ໄລຍະ 138 ປີ(1/5/1886-1/5/2024) ນີ້ວ່າ: ໃນທ້າຍສະ ຕະວັດທີ 18 ຫາຕົ້ນສະຕະວັດທີ 19 ຫລາຍປະເທດຢູ່ໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສໍາເລັດ ການໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ພາຍໃຕ້ການປົກຄອງຂອງ ພວກນາຍທຶນ, ຊົນຊັ້ນກຳມະກອນ ຖືກກົດຂີ່ຂູດຮີດນັບມື້ໜັກໜ່ວງ ເຊັ່ນ: ນາຍທຶນບັງຄັບກຳມະກອນເຮັດວຽກໃນມື້ໜຶ່ງ 14-15 ຊົ່ວໂມງ, ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພ ຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງ ຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ, ການອອກແຮງງານໜັກແຕ່ຄ່າແຮງງານພັດຖືກ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກບໍ່ດີ, ບໍ່ເອົາໃຈໃສ່ກ່ຽວກັບ ສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍງດັ່ງກ່າວ ນັບມື້ນັບຮຸນແຮງ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ, ເປັນຂະ ບວນລຸກຮືຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນ ເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ​ໃນມະຕິ ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ກາຍເປັນນິມິດໝາຍທີ່ສໍາຄັນໃນການຮຽກຮ້ອງ ໃຫ້ການຈັດຕັ້ງກຳມະກອນ ແລະ ຊາວຜູ້ອອກແຮງງານກຽມພ້ອມ ຕໍ່ສູ້ເພື່ອທວງເອົາສິດຂອງຕົນ, ນັບແຕ່ມື້ມີວັນ ກຳມະກອນສາກົນເປັນຕົ້ນມາ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານໃນບັນດາປະເທດນາຍທຶນ ແລະ ຫົວເມືອງຂື້ນໄດ້ກາຍເປັນກະແສຟອງຢ່າງຟົດເດືອດ.

ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຍັງ​ໃຫ້​ຮູ້​ອີກ​ວ່າ: ເພື່ອລະນຶກເຖິງ ວັນກຳມະກອນສາກົນ ໃຫ້ມີຄວາມໝາຍສໍາຄັນ ແລະ ເລິກເຊິ່ງ ໂດຍຖືເອົາສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານເປັນຫລັກ, ໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມມູນເຊື້ອປະຫວັດ ຄວາມເປັນມາຂອງວັນສໍາຄັນດັ່ງກ່າວ ແນໃສ່ປຸກລະດົມ, ສ້າງຈິດສຳນຶກໃຫ້ ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃຫ້ມີຄວາມບຸກບືນ, ຫ້າວຫັນ, ຕັ້ງໜ້າປະກອບສ່ວນເຂົ້າໃນ ການເຄື່ອນໄຫວ ວຽກງານກຳມະບານ, ສ້າງຂະບວນການແຂ່ງຂັນ ປະຕິບັດໜ້າທີ່ວິຊາສະເພາະ, ຂະບວນການແຂ່ງຂັນ ການຜະລິດໃຫ້ໄດ້ຫລາຍຂຶ້ນ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ແທນ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ປະກົດຜົນເປັນຈິງ.

ຂ່າວ: ຄໍາປະສົງ ລາດຊະວົງ

KPL

ຂ່າວອື່ນໆ

ads
ads

Top