ກົມພາສີ ແລະ ພາກທຸລະກິດ ແລກປ່ຽນ ບົດຮຽນກ່ຽວກັບ ນະໂຍບາຍການເງິນ

30/01/2023 18:27
Email Print 6408
ຂປລ ຂປລ. ກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ ຈັດກອງປະຊຸມພົບປະແລກປ່ຽນຄຳຄິດຄໍາເຫັນ ກ່ຽວ​ກັບນະໂຍບາຍການເງິນ ອັນເປັນການກະຕຸກຊຸກຍູ້ ດ້ານເສດຖະກິດ ໃຫ້ມີການຂະຫຍາຍຕົວ, ການອຳນວຍຄວາມສະດວກທາງດ້ານພາສີ, ການຄ້າ, ຂັ້ນຕອນ ແລະ ກົນໄກຕ່າງໆ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ

ຂປລ. ກົມພາສີ ກະຊວງການເງິນ ແລະ ພາກທຸລະກິດ ຈັດກອງປະຊຸມພົບປະແລກປ່ຽນຄຳຄິດຄໍາເຫັນ ກ່ຽວ​ກັບນະໂຍບາຍການເງິນ ອັນເປັນການກະຕຸກຊຸກຍູ້ ດ້ານເສດຖະກິດ ໃຫ້ມີການຂະຫຍາຍຕົວ, ການອຳນວຍຄວາມສະດວກທາງດ້ານພາສີ, ການຄ້າ, ຂັ້ນຕອນ ແລະ ກົນໄກຕ່າງໆ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະອຸດ ສາຫະກຳແຫ່ງຊາດລາວ, ມີຄະນະກົມພາສີ, ຄະນະພະແນກ, ຄະນະດ່ານພາສີສາກົນ ແລະ ຜູ້ຕາງໜ້າຈາກພາກທຸລະກິດ ເຂົ້າຮ່ວມ.

ທ່ານ ຄຳມິດ ໄຊອາສາ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ກະຊວງການເງິນ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊູມພົບປະ ແລະ ປ່ຽນບົດຮຽນ ເພື່ອເປັນການແລກປ່ຽນຄຳຄິດຄໍາເຫັນ ​ໂດຍສະເພາະ ແມ່ນນະໂຍບາຍການເງິນ ອັນເປັນການກະຕຸກຊຸກຍູ້ດ້ານເສດຖະກິດ ໃຫ້ມີການຂະຫຍາຍຕົວ ເປັນຕົ້ນ ແມ່ນການຫລຸດອາກອນຊົມໃຊ້ນໍ້າມັນລົງ ເພື່ອຊ່ວຍເຫລືອຜູ້ບໍລິໂພກ ແລະ ຈຳກັດການຮົ່ວໄຫລ ຂອງລາຍຮັບງົບປະມານ ໂດຍສະເພາະ ແມ່ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຄຳສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີ ການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານແຫ່ງລັດ, ຊຶ່ງກົມພາສີໄດ້ໃຫ້ຄວາມສຳຄັນ ແກ່ການເພີ່ມທະວີຮ່ວມມື ກັບພາກທຸລະກິດ ເພື່ອຍົກສູງການອຳນວຍ ຄວາມສະດວກທາງດ້ານພາສີ ແລະ ການຄ້າ, ຂັ້ນຕອນ ແລະ ກົນໄກຕ່າງໆ ໄດ້ຖືກຕັດຮອນລົງ ເພື່ອໃຫ້ສະພາບແວດລ້ອມໃນການດຳເນີນທຸລະກິດ ມີການປັບປຸງດີຂຶ້ນ, ທາງຂະແໜງພາສີ ໄດ້ພະຍາຍຍາມນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງ ແລະ ຈັດເກັບລາຍຮັບໃຫ້ມີ ຄວາມສະດວກວ່ອງໄວ, ເຮັດໃຫ້ການບໍລິການ ພາກລັດຂອງພວກເຮົາມີປະສິດທິພາບ, ປະສິດທິຜົນ ແລະ ຫລຸດຜ່ອນຂັ້ນຕອນທີ່ບໍ່ຈຳເປັນລົງ ເພື່ອຊ່ວຍເຫລືອພາກທຸລະກິດ ທາງດ້ານເວລາ ແລະ ຕົ້ນທຶນ.

ໃນ​ໄລຍະກ່ອນການແພ່ລະບາດຂອງ ພະຍາດໂຄວິດ-19, ກົມພາສີ ກໍໄດ້ຈັດກອງປະຊຸມພົບປະກັບ ພາກທຸລະກິດຜ່ານມາ ​ແລະ ຂະແໜງພາສີ ກໍໄດ້ນຳເອົາບັນດາຄຳຄິດເຫັນ ໄປປັບປຸງແກ້ໄຂ, ຊຶ່ງກົມພາສີໄດ້ອອກ ເປັນນິຕິກຳ ແລະ ລະບຽບການ, ປັບປຸງກົນໄກຕ່າງໆ ຊຶ່ງພວກເຮົາເຫັນໄດ້ຈາກຕົວຊີ້ວັດທີ 8 (ຕົວຊີ້ວັດການຂ້າມແດນ) ແມ່ນມີທ່າອ່ຽງດີຂຶ້ນ. ຄຽງຄູ່ກັນນີ້, ພາຍຫລັງທີ່ໄດ້ມີມາດຕະການຜ່ອນຜັນ ຂອງການ​ແພ່ລະບາດ ພະຍາດໂຄວິດ-19 ເຫັນໄດ້ວ່າບັນຍາກາດ ການທ່ອງ ທ່ຽວ, ການລົງທຶນຂອງ ພາກທຸລະກິດກໍມີທ່າອ່ຽງດີຂຶ້ນ.

ການພົບປະຄັ້ງ​ນີ້, ຈຶ່ງເປັນໂອກາດອັນດີ ທີ່ໄດ້ມີການປຶກສາຫາລື-ແລກປ່ຽນ ຄຳຄິດຄຳເຫັນ ຕໍ່ການໃຫ້ບໍລິການ ຈາກຂະແໜງພາສີ, ສຳລັບກົມພາສີກໍ ຈະໄດ້ນຳສະເໜີ ບາງໜ້າວຽກທີ່ຈະເຜີຍແຜ່ ແນະນຳໃຫ້ແກ່ພາກທຸລະກິດ ກ່ຽວກັບການຫັນວຽກງານ ພາສີເປັນທັນສະໄໝ ແລະ ການອຳນວຍຄວາມສະດວກ ທາງດ້ານພາສີ ແລະ ການຄ້າ, ສ່ວນພາກທຸລະກິດ ກໍຢາກຮັບຟັງຄຳຄິດຄຳເຫັນໃນການປະຕິບັດກົດໝາຍ, ລະບຽບການ ແລະ ການໃຫ້ບໍລິການຂອງເຈົ້າໜ້າທີ່ພາສີ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ມີການເຜີຍແຜ່ລະບຽບ ການທາງພາສີທີ່ສຳຄັນ, ພ້ອມທັງເປີດໂອກາດໃຫ້ພາກທຸລະກິດ ແລະ ເຈົ້າໜ້າທີ່ພາສີ ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ, ຍົກໃຫ້ເຫັນດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນນຳໄປປັບປຸງແກ້ໄຂຕໍ່ໜ້າ.

ຂ່າວ-ພາບ: ກະຊວງ​ການ​ເງິນ

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top