ຮັບຮອງ ສູນການສຶກສາຜະດຸງຄັນ 3 ແຫ່ງໃນລາວ ໄດ້ມາດຕະຖານສາກົນ

30/01/2023 16:06
Email Print 9204
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫະພັນຜະດຸງຄັນສາກົນ (ICM) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ມີພາລະບົດບາດຮັບຮອງມາດຕະຖານສາກົນ ແລະ ທັງເປັນຕົວແທນຕາງໜ້າໃຫ້ແກ່ວຽກງານຜະດຸງຄັນໃນທົ່ວໂລກ ໄດ້ປະກາດຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວ

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫະພັນຜະດຸງຄັນສາກົນ  (ICM) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ມີພາລະບົດບາດຮັບຮອງມາດຕະຖານສາກົນ ແລະ ທັງເປັນຕົວແທນຕາງໜ້າໃຫ້ແກ່ວຽກງານຜະດຸງຄັນໃນທົ່ວໂລກ ໄດ້ປະກາດຮັບຮອງເອົາ ສູນການສຶກສາຜະດຸງຄັນ 3 ແຫ່ງໃນ ສປປ ລາວ ຄື: ວິທະຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ, ຫລວງພະບາງ ແລະ ຊຽງຂວາງ ​ໄດ້​ມາດ ຕະຖານ​ສາກົນ(ໃນວັນທີ 7 ມັງກອນ 2023). ໂຄງການຮັບຮອງມາດຕະຖານການສຶກສາຜະດຸງຄັນຂອງ ສະຫະພັນຜະດຸງຄັນສາກົນ (MEAP) ແມ່ນການຮັບຮອງທີ່ອີງໃສ່ ຫລັກການປະຕິບັດ ທີ່ດີທີ່ສຸດຂອງສາກົນ, ເປົ້າ​ໝາຍ​ເພື່ອ​ປະ​ເມີນຫລັກສູດ​ການ​ສຶກ​ສາ​ຜະ​ດຸງ​ຄັນ​ກ່ອນ​ການໃຫ້​ບໍ​ລິ​ການ ໂດຍອີງໃສ່​ມາດ​ຕະ​ຖານ​ສາກົນຂອງ ICM.

ອົງການດັ່ງກ່າວ ໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເພື່ອປະເມີນສະຖາບັນທັງ 3 ແຫ່ງຄື: ວິທະ ຍາໄລ ວິທະຍາສາດ ສຸຂະພາບ ຈໍາປາສັກ, ຫລວງພະບາງ ແລະ ຊຽງຂວາງ ໃນທ້າຍປີ 2022, ເຊິ່ງຜົນການປະເມີນທີ່ອອກມາ ແມ່ນສາມາດບັນລຸເກນມາດຕະຖານຂອງ ICM ໄດ້ເຖິງ 35 ໃນຈໍານວນທັງໝົດ 37 ມາດຕະຖານ ໂດຍສອງມາດຕະຖານທີ່ຍັງເຫລືອ​ແມ່ນບັນລຸໄດ້ບາງສ່ວນ. ດັ່ງນັ້ນ ການຖືກຮັບຮອງມາດຕະຖານສາກົນດັ່ງກ່າວນີ້ ຈຶ່ງເປັນຜົນສໍາເລັດອັນຍິ່ງໃຫຍ່ຂອງວິທະຍາໄລທັງສາມແຫ່ງ ກໍຄື ສປປ ລາວ.

ທ່ານ ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ ກ່າວວ່າ: ວິທະຍາໄລທັງສາມແຫ່ງ ໄດ້ຜ່ານການຮັບຮອງມາດຕະຖານລະດັບຊາດໃນປີທີ່ຜ່ານມາ ແລະ ໃນຕົ້ນປີນີ້ ກໍສາມາດບັນລຸມາດຕະຖານສາກົນ MEAP ໄດ້ທັນທີ. ສຳລັບ ສປປ ລາວ, MEAP ຈະຊ່ວຍຮັບປະກັນໃຫ້ຫລັກສູດການສຶກສາຜະດຸງຄັນ ມີຄວາມແທດເໝາະສາມາດໝູນໃຊ້ຫລັກປະຕິບັດທີ່ດີທີ່ສຸດເຂົ້າກັບສະພາບຕົວຈິງ, ພ້ອມທັງປິດຊ່ອງວ່າງຕ່າງໆ ເພື່ອໃຫ້ສາມາດສຸມໃສ່ພັດທະນາ ແລະ ຍົກສູງຄຸນະພາບການສຶກສາຜະດຸງຄັນ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄໍາເຫັນວ່າ: ສະຖາບັນການສຶກສາຜະດຸງຄັນ ທັງສາມແຫ່ງ ໄດ້ມີຄວາມພະຍາຍາມເປັນຢ່າງຍິ່ງ ໃນການຍົກລະດັບສະຖາບັນ ໃຫ້ຜ່ານການປະເມີນຜົນຢ່າງຮອບດ້ານຄື: ດ້ານການບໍລິຫານ, ໂຄງສ້າງນັກສຶກສາ, ໂຄງສ້າງນິສິດເກົ່າ, ບຸກຄະລາກອນປະຈໍາຄະນະ, ການປະເມີນກວດກາ ແລະ ສອບເສັງ, ອຸປະກອນ, ສິ່ງອໍານວຍຄວາມສະດວກໃນການສິດສອນ ແລະ ສະຖານທີ່ອົບຮົມດ້ານຄຣີນິກ. ການຮັບຮອງມາດຕະ ຖານການສິດສອນຜະດຸງຄັນໃນ ສປປ ລາວ ທີ່ມີຄວາມໝາຍນີ້ ນອກຈາກເປັນຂີດໝາຍສໍາຄັນຕໍ່ກັບຄຸນະພາບການສຶກສາແລ້ວ ຍັງຖືເປັນການຮັບປະກັນຄຸນະພາບຂອງນັກສຶກສາຜະດຸງຄັນທີ່ໄດ້ສໍາເລັດການສຶກສານໍາອີກ.

 ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າຂອງອົງການ UNFPA ປະຈໍາ ສປປ ລາວ ​ໄດ້ກ່າວວ່າ: ບັນດາຜະດຸງຄັນຂອງພວກເຮົາ ມີຄວາມພາກພູມໃຈຫລາຍ ເພາະການຮັບຮອງດັ່ງກ່າວ ແມ່ນໝາກຜົນສໍາຄັນຈາກການເຮັດວຽກຢ່າງໜັກ ໂດຍສະເພາະໃນໄລຍະ ທີ່ຕ້ອງຜະເຊີນກັບສິ່ງທ້າທາຍ ຈາກພະຍາດໂຄວິດ-19 ໃນສອງສາມປີທີ່ຜ່ານມາ. ໄລຍະຂອງການຮັບຮອງ ແມ່ນຈະມີຜົນເປັນເວລາ 3 ປີ, ແຕ່ຜະດຸງຄັນຂອງເຮົາກໍໄດ້ລິເລີ່ມວາງແຜນ ເພື່ອຮັກສາສະຖານະພາບ MEAP ໄວ້ນັບຕັ້ງແຕ່ຕອນນີ້ໄປ.

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top