ສຳເລັດງານວາງສະແດງຜົນງານ-ຜະລິດຕະພັນຂອງແມ່ຍິງລາວ

14/07/2025 13:23
Email Print 192
ຂປລ ຂປລ. ງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງແມ່ຍິງລາວບັນດາເຜົ່າ ເນື່ອງໃນໂອ ກາດສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໄດ້ປີດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 13 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ



ຂປລ. ງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງແມ່ຍິງລາວບັນດາເຜົ່າ ເນື່ອງໃນໂອ ກາດສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ
70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໄດ້ປີດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 13 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ), ງານດັ່ງກ່າວ ໄດ້ລວມເອົາຜົນງານ ການເຄື່ອນໄຫວດ້ານຕ່າງໆ ຂອງສະຫະພັນແມ່ຍິງບັນດາກະຊວງ, ອົງການ 13 ພາກສ່ວນ ຫລາຍກວ່າ 40 ຮ້ານ. ນອກນີ້, ຍັງມີຜະລິດຕະພັນ ຂອງສະຫະພັນແມ່ຍິງ ແຂວງ ແລະ ນະຄອນຫລວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າຂາຍເພດຍິງ. ທັງນີ້, ກໍ​ເພື່​ອແນໃສ່ສົ່ງເສີມ ແລະ ສ້າງໂອກາດໃຫ້ເອື້ອຍແມ່ຍິງ ມາວາງຈໍາໜ່ວຍຜະລິດຕະພັນທີ່ມີຄວາມ ໂດດເດັ່ນ ແລະ ເປັນເອກະລັກຂອງແຕ່ະທ້ອງຖິ່ນ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ງານວາງສະແດງຄັ້ງນີ້, ໄດ້ດຳເນີນເປັນເວລາ 7 ວັນ ນັບແຕ່ວັນທີ 7-13 ກໍລະກົດ ເຊິ່ງເຕັມໄປດ້ວຍບັນຍາກາດ ເບີກບານມ່ວນຊື່ນ, ມີເນື້ອໃນຄວາມໝາຍເລິກເຊິ່ງ. ການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີນີ້ ມີຫລາຍກິດຈະກໍາ ປິ່ນອ້ອມ ຕິດພັນກັບຂະບວນການ ສະເຫລີມສະຫລອງ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ແລະ ເປັນກິດຈະກຳເພື່ອການພັດທະນາ ເປັນຕົ້ນ ການຈັດປາຖະກະຖາຫວນຄືນ ມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ສໍາມະນາໃຫ້ຄວາມຮູ້ ທີ່ຕິດພັນກັບການພັດທະນາ ແລະ ປົກປ້ອງແມ່ຍິງ, ເດັກ, ການໃຫ້ຄວາມຮູ້ແມ່ຍິງກັບ ການຮັກສາສຸຂະພາບ, ແມ່ຍິງກັບວັດທະນະທຳ, ແມ່ຍິງກັບການເຂົ້າເຖິງແຫລ່ງທຶນ, ວຽກງານສິ່ງແວດລ້ອມ, ການຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ໃນສັງຄົມ, ການບໍລິຈາກເລືອດ, ການກວດວັດແທກສາຍຕາ, ສະແດງສິລະປະ ແລະ ອື່ນໆ.




ໂອກາດດຽວກັນ
, ຍັງມອບໃບຊົມເຊີຍໃຫ້ຜູ້ປະກອບສ່ວນ ສະໜັບສະໜູນ ແລະ ເຂົ້າຮ່ວມວາງສະແດງຜົນງານ ແລະ ຜະລິດຕະພັນ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຕື່ມອີກ.   

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top