7074

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax: (021) 215402 ວັນສຸກ 18.07.2025 ປີທີ 24 ສະບັບທີ 6.229 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j c9h 'ra d dkory , c]t 9e|j kp|a 'ln ry , ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ສະບັບເລກທີ 2712 ຫສນຍ ລົງວັນທີ 26 ທັນວາ 2024 ກ່ຽວ ກັບວັນພັກທາງລັດຖະການ ແລະ ວັນພັກຊົດເຊີຍ ປີ 2025. ໂດຍໃນ ວັນທີ 20 ກໍລະກົດ ປີ 2025 ແມ່ນວັນສ້າງຕັ້ງສະຫະພັນແມ່ຍິງລາວ ເປັນວັນພັກທາງລັດຖະການ ສຳລັບພະນັກງານ-ລັດຖະກອນ ແລະ ກຳມະກອນເພດຍິງ , ແຕ່ເນ່ືອງຈາກວ່າວັນທີ 20 ກໍລະກົດ 2025 ກົງກັບວັນພັກປະຈຳອາທິດ ວັນອາທິດ ຈຶ່ງໄດ້ກຳນົດເອົາວັນທີ 21 ກໍລະກົດ ປີ 2025 ເປັນວັນພັກຊົດເຊີຍ. ດັ່ງນັ້ນ, ສຳນັກຂ່າວສານ ປະເທດລາວ, ຄະນະ ບກ ໜັງສືພິມປະເທດລາວ ຈຶິິ່ງແຈ້ງມາຍັງທ່ານ ຜູ້ຈອງ, ຜູ້ອ່ານຊາບວ່າ: ໃນວັນຈັນ ທີ 21 ກໍລະກົດ 2025 ຈະບໍ່ໄດ້ ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດລາວ, ໂດຍຈະສືບຕໍ່ພິມ ແລະ ຈຳໜ່າຍ ໃນວັນອັງຄານ ທີ 22 ກໍລະກົດ 2025. ໃນໄລຍະພັກທ່ານ ສາມາດຕິດຕາມຂ່າວສານໄດ້ທາງເວັບໄຊ:XXX.LQM .HPW. MB ແລະ ທາງ 'BDFCPPL: ປະເທດລາວ QBUIFEMBP -BP ຕາມປົກກະຕິ. ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ. -q ,g-u p;a olh k'8A 'ltstra oc,j py ']k; ;a omu 20 d= ]tdq f 7q [Iv[ 70 xu 1j k'l5 f.9K .8h 7a om5 '0v'ra d ltstra oc,j py ']k; g8u [.spj g0A ,c0'Iv[fh ko dq ,la '7q ,lq 'g7kt IP[IP' dq f\kp;j kfh ;pla '7q ,lq 'g7kt dt-;' ;m lts]v';a olh k'8A ' ltstra oc,j py ']k; 7q [Iv[ 70 xu lv'dt-;'dko8j k'xtgmf ]k;{g[]ki5 f-u sk]n glu ,0tspkpdkorq ;ra oIj ;,,n lv'/j kp ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເນັ້ນໃຫ້ ສານປະຊາຊົນ ໃນນາມອົງການ ຕຸລາການ ກໍຄື ການຕັດສິນ, ການ ພິພາກສາຄະດີ ຕ້ອງເອົາໃຈໃສ່ພິ ຈາລະນາ ແກ້ໄຂຄະດີຢູ່ສານປະ ຊາຊົນ ໃຫ້ມີຄວາມວ່ອງໄວ ແລະ ມີ ຄຸນນະພາບສູງ; ຕ້ອງເພີ່ມທະວີການ ຈັດຕັ້ງ ຜັນຂະຫຍາຍມະຕິເລກທີ 141 ສພຊ, ລົງວັນທີ 11 ທັນວາ 2024 ຂອງສະພາແຫ່ງຊາດ ທີ່ໄດ້ ຮັບຮອງເອົາຕົວຊີ້ວັດໃນການແກ້ ໄຂຄະດີ, ຄະດີອາຍາໃຫ້ໄດ້ 90 ຂປລ. ກົມສັງຄົມສົງເຄາະ ຈັດກອງປະຊຸມຮຽບຮຽງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ໃນວັນທີ 15 ກໍລະກົດ 2025 ຢູ່ແຂວງວຽງ ຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ມີທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດ ຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮສສ , ມີ ຮອງຫົວໜ້າຫ້ອງການ, ຄະນະທີ່ ປຶກສາທາງດ້ານກົດໝາຍ ຂອງຄະ ນະປະຈໍາສະພາແຫ່ງຊາດ, ມີຫົວ ໜ້າກົມ, ຮອງຫົວໜ້າກົມ, ພ້ອມຄະ ນະວິຊາການຮັບຜິດຊອບເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮຽບ ໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງມີບົດບາດໃນການປຸກລະດົມຂົນຂວາຍ ບັນດາແມ່ຍິງໃນຂອບເຂດທົ່ວປະເທດ ໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ປົດ ປ່ອຍຊາດ ດ້ວຍຮູບການເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ, ລຳລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມ ໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານ ອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິ ບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດ ເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ມີແມ່ຍິງຈໍານວນຫລວງຫລາຍ ປະຕິບັດໜ້າທີ່ ເປັນທັງພໍ່ທັງແມ່ໃນເວລາດຽວກັນ, ເຮັດໜ້າທີ່ປຸກຢ້າວແປງ ເຮືອນ, ເຮັດໄຮ່, ເຮັດນາ ເພື່ອລ້ຽງດູຄອບຄົວແລະຜະລິດໄວ້ຊ່ວຍແນວໜ້າ, ເປັນເຈົ້າການປົກປັກຮັກສາເຂດນ້ຳແດນດິນອັນແສນຮັກ ແລະ ຫວງແຫນ ຂອງຕົນໄວ້ຢ່າງໝັ້ນຄົງ ດ້ວຍນ້ຳໃຈເສຍສະລະອັນສູງສົ່ງ ແລະ ອົງອາດ ກ້າຫານ. ໃນຂະບວນການດັ່ງກ່າວ ແມ່ຍິງລາວບັນດາເຜົ່າ ຈຶ່ງໄດ້ຮັບນາມ ມະຍົດເປັນວິລະຊົນແຫ່ງຊາດ, Iv'xtmkoxtgmf goA o.sh gvq k.9.lj ry 9k]tokcdh w07tfu 16 j lkoxt-k-q o.sh ;j v'w;{,u 75 ootrk[l6 ' ຂຶ້ນໄປ, ຄະດີແພ່ງ, ຄະດີການຄ້າໃຫ້ ໄດ້ 75 ຂຶ້ນໄປ ແລະ ຄະດີຄອບ ຄົວ, ຄະດີແຮງງານ, ຄະດີເດັກແລະ ຄະດີປົກຄອງໃຫ້ໄດ້ 85 ຂຶ້ນໄປ. ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ມາກຊິມ ຣືເຊັນກົບ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງ ການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການ ພົວພັນສອງຝ່າຍ ບົນພື້ນຖານມູນ ເຊື້ອ ແຫ່ງ ມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ. ໃນວັນທີ 17 ກໍລະກົດ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ຕ້ອນຮັບແລະພົບປະສອງ ຝ່າຍຢ່າງເປັນທາງການກັບ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີ ຂປລ. ສະຫະພັນແມ່ຍິງກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ວທ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ປະກາດຮັບ ຮຽງເນື້ອໃນຂອງຮ່າງກົດໝາຍວ່າ ດ້ວຍສັງຄົມສົງເຄາະ ທີ່ບັນດາສະ ມາຊິກສະພາແຫ່ງຊາດ ໄດ້ປະກອບ ຄໍາເຫັນໃນກອງປະຊຸມສະໄໝສາ ມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຮອງສະຫະພັນແມ່ຍິງ ກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເກົ່າ ເປັນສະຫະພັນ ແມ່ຍິງກະຊວງ 3 ດີ ໃນວັນທີ 17 ກໍລະກົດ 2025 ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດ ຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີພັນລະຍາການ ນຳ, ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນແມ່ຍິງ ແລະ ສະມາຊິກ ເອື້ອຍ-ນ້ອງແມ່ຍິງພາຍໃນ ກະ ຊວງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ຈຳພອນ ວົງສາ ປະທານຄະນະບໍລິຫານງານ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 Iv'xtmkoxtgmf g7nj vows; gIa f;Pd16 j c0;'s];'rt[k' ຂປລ. ວັນທີ17ກໍລະກົດ2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກ, ຮອງປະທານປະເທດ ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ຢູ່ແຂວງຫລວງພະບາງ ໂດຍໄດ້ຮັບ ການຕ້ອນຮັບຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກ ແຂວງ, ຮອງເຈົ້າແຂວງຫລວງ ພະບາງ ແລະ ໄດ້ພົບປະເຮັດວຽກ ຮ່ວມກັບການນໍາຂອງແຂວງ ຢູ່ ຫ້ອງປະຊຸມຫ້ອງວ່າການແຂວງ. ໂອກາດນີ້, ທ່ານ ສຸກັນ ບຸນຍົງ ຮອງເລຂາບໍລິຫານງານພັກແຂວງ ຫລວງພະບາງ ໄດ້ລາຍງານສະ ພາບການພັດທະນາເສດຖະກິດສັງຄົມຂອງແຂວງ, ການປັບປຸງ ການຈັດຕັ້ງຂັ້ນພະແນກການ, ຕິດ ພັນກັບການຈັດຕັ້ງປະຕິບັດວຽກ ງານກະກຽມ ແລະ ດຳເນີນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 le,tok;y mtpklkf co;7y f wdlvo rq ,;y sko dj P;da [dkolh k'7;k,lk,a d7u xv'fv'-kf ຂປລ. ສູນກາງແນວລາວສ້າງ ຊາດ ສນຊ ຮ່ວມກັບຄະນະໂຄສະ ນາອົບຮົມສູນກາງພັກ ຄອສພ ຈັດ ສຳມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງ ຄວາມສາມັກຄີປອງດອງຊາດ” ໃນວັນທີ 16 ກໍລະກົດ 2025 ຜ່ານ ມາ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ, ປະທານສະພາທິດສະດີສູນ ກາງພັກ, ຫົວໜ້າຄະນະຮັບຜິດ ຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ສິນລະວົງ ຄຸດໄພທູນ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 xtmkoxtgmf 8h voIa [ ]a f4t,q o8u dt-;'dko8j k'xtgmf g[]ki5 f-u ຂປລ. ໃນວັນທີ 17 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ F ອ່ານຕໍ່ໜ້າ 2

@ 0j k; c]t gsfdko 18/07/2025 xtgmf]k; ພາຍໃຕ້ຄັນທຸງ... ປະທານປະເທດ... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ນັກຮົບແຂ່ງຂັນທົ່ວປະເທດ, ມີແມ່ຍິງຈຳນວນຫລວງຫລາຍຖືກຄັດເລືອກ ເປັນແບບຢ່າງທີ່ດີເດັ່ນໃນການປະກອບສ່ວນວຽກງານໃນຂົງເຂດຕ່າງໆ ຊຶ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ ຢ່າງສົມກຽດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ; ແມ່ຍິງ ລາວໄດ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຜ່ານຂະບວນການດັ່ງກ່າວ ສ້າງໃຫ້ແມ່ຍິງ ລາວໄດ້ຮັບການພັດທະນາໃນທຸກດ້ານ ສາມາດເຂົ້າຮ່ວມໃນທຸກຂົງເຂດ ວຽກງານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງພັກ-ລັດ, ສັງຄົມ ແລະ ຄອບຄົວ. ຕະຫລອດໄລຍະ 70 ປີ ແຫ່ງການສ້າງຕັ້ງສະຫະພັນແມ່ຍິງ ລາວ; ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງແມ່ ຍິງລາວ ແລະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມພັດທະນາແມ່ຍິງໃນທຸກຊົນເຜົ່າ, ສາຂາອາຊີບ, ບໍ່ມີຂົງເຂດໃດ ແລະ ວຽກງານໃດທີ່ບໍ່ມີເອື້ອຍນ້ອງແມ່ຍິງໄດ້ ເຂົ້າຮ່ວມ ແລະ ປະກອບສ່ວນຄຽງບ່າຄຽງໄຫລ່ກັບເພດຊາຍ. ພ້ອມດຽວ ກັນນັ້ນ, ພັກ-ລັດຖະບານ ກໍໄດ້ສ້າງເງື່ອນໄຂ ແລະ ເອື້ອອໍານວຍຄວາມສະ ດວກໃຫ້ແກ່ແມ່ຍິງລາວບັນດາເຜົ່າ ໄດ້ມີໂອກາດໃນການສຶກສາຮໍ່າຮຽນ, ຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ວິຊາສະເພາະໃນຂະແໜງ ການຕ່າງໆ. ພ້ອມດຽວກັນນີ້, ສູນກາງສະຫະພັນແມ່ຍິງ ໄດ້ສືບຕໍ່ເອົາໃຈໃສ່ ນຳພາ-ຊີ້ນຳ ສະຫະພັນແມ່ຍິງລາວ ແຕ່ລະຂັ້ນໃຫ້ເປັນເຈົ້າການນຳພາ ປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ແທດເໝາະກັບກົມກອງທ້ອງຖິ່ນ. ພ້ອມກັນ ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ. ເພື່ອສືບຕໍ່ສ້າງຜົນງານໃໝ່ທີ່ໃຫຍ່ຫລວງກວ່າເກົ່ານັ້ນ ແມ່ຍິງລາວ ບັນດາເຜົ່າຕ້ອງໄດ້ສືບຕໍ່ຮັກສາຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ; ຈັດຕັ້ງປະຕິບັດ ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນ ແມ່ຍິງລາວ ຢ່າງກວ້າງຂວາງ; ສົ່ງເສີມໃຫ້ແມ່ຍິງໄດ້ຮັບການພັດທະນາ ດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດດີເດັ່ນໃນທຸກສາຂາອາຊີບເພີ່ມຂຶ້ນ; ສືບຕໍ່ປົກປ້ອງ ສິດຜົນປະໂຫຍດອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງຊາຍ ຢ່າງກວ້າງຂວາງ; ສືບ ຕໍ່ພົວພັນຮ່ວມມືກັບການ ຈັດຕັ້ງແມ່ຍິງປະເທດເພື່ອນມິດ, ປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ, ວັນທີ 20 ກໍລະກົດ ຄົບຮອບ 70 ປີ ຢ່າງສຸດໃຈ ! ຢ່າງເປັນທາງການ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025. ໂອກາດນີ້, ທ່ານປະທານປະ ເທດ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ຄັ້ງນີ້, ຊຶ່ງຖືເປັນນິມິດໝາຍທີ່ສຳ ຄັນໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ເບລາຣຸດຊີ ໃຫ້ ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ທ່ານ ອາເລັກຊານເດີ ລູກາ ເຊັນໂກ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ແລະ ເຊື້ອເຊີນເດີນທາງ ມາຢ້ຽມຢາມທາງການ ທີ່ ສປປ ລາວ ໃນເວລາທີ່ສະດວກ. ທ່ານ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ທີ່ ນັບມື້ນັບມີການຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ, ອັນພົ້ນເດັ່ນແມ່ນການ ແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນການນຳຂັ້ນສູງຂອງ ສອງປະເທດ ຢ່າງເປັນປະຈຳ. ຊຶ່ງ ເຫດການທີ່ມີລັກສະນະປະຫວັດ ສາດແມ່ນການຢ້ຽມຢາມລັດຖະ ກິດ ທີ່ ສ ເບລາຣຸດຊີ ຂອງ ທ່ານ ຈູມມາລີ ໄຊຍະສອນ ອະດີດປະ ທານປະເທດ ແຫ່ງ ສປປ ລາວ ໃນ ປີ 2013 ແລະ ຖືເປັນບາດລ້ຽວ ໃໝ່ທີ່ສໍາຄັນໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີ ລະຫວ່າງ ສອງປະ ເທດ ໂດຍໄດ້ມີການລົງນາມເອກະ ສານຮ່ວມມືນໍາກັນຈໍານວນ 12 ສະ ບັບ. ພ້ອມກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເລືອກຕັ້ງປະ ທານາທິບໍດີ ສ ເບລາຣຸດຊີ ໃນເດືອນ ມັງກອນ ທີ່ຜ່ານມາ ແລະ ໃນຫວ່າງ ມໍ່ໆມານີ້ ກໍໄດ້ພົບປະກັບ ທ່ານປະ ທານາທິບໍດີ ອາເລັກຊານເດີ ລູກາ ເຊັນໂກ ໃນໂອກາດເຂົ້າຮ່ວມກອງ ປະຊຸມສຸດຍອດກຸ່ມບຣິກສ໌ ທີ່ ເມືອງ ກາຊານ, ສ ຣັດເຊຍ; ສະແດງ ຄວາມຊົມເຊີຍ ທີ່ສອງຝ່າຍໄດ້ລົງ ນາມສັນຍາຍົກເວັ້ນວີຊາ ສໍາລັບຜູ້ຖື ໜັງສືຜ່ານແດນທໍາມະດາ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ຊຶ່ງຈະກາຍເປັນສິ່ງອຳນວຍຄວາມ ສະດວກໃນການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງປະເທດ; ພ້ອມທັງໄດ້ຢືນຢັນເຖິງຄວາມມຸ່ງ ຫວັງຂອງ ສປປ ລາວ ຈະສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍການພົວ ພັນຮ່ວມມື ລະຫວ່າງ ສອງພັກການ ເມືອງ, ການຮ່ວມມືດ້ານເສດຖະ ກິດ, ການຄ້າ, ການລົງທຶນ, ການ ສຶກສາ, ການທ່ອງທ່ຽວ, ວັດທະນະ ທໍາ, ສາທາລະນະສຸກ, ພະລັງງານ, ບໍ່ແຮ່ ແລະ ຂະແໜງການອື່ນໆທີ່ ສອງປະເທດມີທ່າແຮງ ແລະ ມີຜົນ ປະໂຫຍດຮ່ວມກັນ. ໃນຕອນທ້າຍ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ກໍໄດ້ເນັ້ນ ໃຫ້ສອງກະຊວງການຕ່າງປະເທດ ເຮັດວຽກຮ່ວມກັນເພື່ອຈັດຕັ້ງຜັນ ຂະຫຍາຍບັນດາຂໍ້ຕົກລົງທີ່ການນໍາ ຂອງສອງປະເທດ ໄດ້ຕົກລົງຮ່ວມ ກັນ ໃຫ້ປະກົດຜົນເປັນຮູບປະທໍາ. ໃນຂະນະດຽວກັນ, ທ່ານ ມາກ ຊິມ ຣືເຊັນກົບ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວຈາກທ່ານປະທານາທິບໍດີແຫ່ງ ສ ເບລາຣຸດຊີ ມາຍັງ ທ່ານປະທານ ປະເທດ ແຫ່ງ ສປປ ລາວ ພ້ອມທັງ ໄດ້ເຊື້ອເຊີນ ທ່ານປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມ ສ ເບລາຣຸດຊີ ໃນເວລາທີ່ເໝາະສົມ ແລະ ໄດ້ແຈ້ງໃຫ້ຊາບ ຜົນການພົບ ປະກັບລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໂດຍ ຫຍໍ້, ພ້ອມທັງໄດ້ຢືນຢັນວ່າ ຈະສືບ ຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງ ໃກ້ຊິດ ເພື່ອຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບຈະເລີນ ງອກງາມຍິ່ງໆຂຶ້ນ. ພາບ: ອ່າຍຄຳ ພ້ອມນີ້, ທ່ານຮອງປະທານປະ ເທດ ຍັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ນໍາ ພາ-ຊີ້ນໍາສຶກສາອົບຮົມການເມືອງແນວຄິດສະມາຊິກພັກ-ພະນັກງານ ຕາມຫລັກການນໍາພາຂອງພັກ, ຖືເອົາວຽກງານການເມືອງ-ແນວ ຄິດ ເປັນວຽກງານແຖວໜ້າຂອງ ທຸກວຽກງານ ເພື່ອກໍ່ສ້າງສະມາຊິກ ພັກ-ພະນັກງານທຸກສະຫາຍ ໃຫ້ມີ ຄວາມເຂົ້າໃຈແຈ້ງຕໍ່ແນວທາງນະ ໂຍບາຍຂອງພັກ-ລັດ, ກໍາແໜ້ນ ທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນ ທໍາປະຕິວັດ, ມີຈິດໃຈຮັກເຊື້ອແພງ ຊາດ, ຮັກລະບອບໃໝ່ລະບອບປະ ຊາທິປະໄຕ ປະຊາຊົນ, ມີຄວາມ ຈົງຮັກພັກດີຕໍ່ພັກ, ເຊື່ອໝັ້ນຕໍ່ແນວ ທາງ ແລະ ການນໍາພາຂອງພັກ ກໍຄື ຕໍ່ການສ້າງສາພັດທະນາ ປະເທດ ຊາດ ແລະ ສ້າງອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ເຮັດໃຫ້ສະມະຊິກພັກ, ພະນັກງານ ສານປະຊາຊົນມີຄຸນທາດການ ເມືອງ, ມີຄຸນສົມບັດສິນທໍາປະຕິ ວັດ, ຈັນຍາບັນ-ຈັນຍາທໍາ, ມີຄວາມ ຕື່ນຕົວປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ພັດທະນາ ປະເທດຊາດ, ມີນໍ້າໃຈຮັບຜິດຊອບ ສູງຕໍ່ໜ້າທີ່ການເມືອງທີ່ຖືກມອບ ໝາຍ; ເອົາໃຈໃສ່ລົງຊຸກຍູ້, ຕິດຕາມ ສານປະຊາຊົນທ້ອງຖິ່ນໃນການ ດໍາເນີນຄະດີໃຫ້ຖືກຕ້ອງຕາມກົດ ໝາຍ, ເພີ່ມທະວີໃຫ້ໂຈດ, ຈໍາເລີຍ, ບຸກຄົນທີສາມ ແລະ ທະນາຍຄວາມ ເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອ ໃຫ້ເຂົາເຈົ້າໄດ້ໂຕ້ແຍ່ງ-ໂຕ້ຖຽງ, ຊີ້ແຈງ, ອະທິບາຍຂໍ້ມູນຫລັກຖານ ທີ່ແຕ່ລະຝ່າຍຍົກຂຶ້ນຢ່າງລະອຽດ, ຄົບຖ້ວນທຸກປະເດັນແລະໃຫ້ສິ້ນສຸດ ຕາມຂະບວນການຂອງກົດໝາຍ ເພື່ອເຊີດຊູບົດບາດຂອງອົງການ ຕຸລາການໃຫ້ເຂັ້ມແຂງ, ໜັກແໜ້ນ ໃຫ້ກາຍເປັນເຄື່ອງມື ຜະເດັດການ ທີ່ສັກສິດ ແລະ ເຂັ້ມງວດຂອງພັກ, ເປັນທີ່ເພິ່ງສຸດທ້າຍທາງດ້ານກົດ ໝາຍຂອງປະຊາຊົນຕາມລັດຖະທໍາ ມະນູນ ແລະ ກົດໝາຍໄດ້ກໍານົດ ມີແຕ່ສານປະຊາຊົນເທົ່ານັ້ນ ມີສິດ ອໍານາດໃນການຕັດສິນ, ພິພາກສາ ຄະດີ. ບົນພື້ນຖານດັ່ງກ່າວ ສານປະ ຊາຊົນແຕ່ລະຂັ້ນຕ້ອງສ້າງຄວາມ ເປັນເອກະພາບທາງດ້ານທັດສະນະ ແລະ ການປະຕິບັດຢູ່ໃນສານປະ ຊາຊົນ ແຕ່ລະຂັ້ນໃຫ້ມີຄວາມປອດ ໃສເຂັ້ມແຂງ, ສາມາດນໍາພາປະຕິ ບັດໜ້າທີ່ການເມືອງ ໃນການພິຈາ ລະນາຕັດສິນ ແລະ ພິພາກສາຄະດີ ໃຫ້ມີຄວາມຖືກຕ້ອງ, ເປັນທຳເພື່ອ ນໍາເອົາຄວາມຍຸຕິທໍາມາໃຫ້ສັງຄົມ ຢ່າງແທ້ຈິງ; ເອົາໃຈໃສ່ບໍາລຸງສ້າງຜູ້ພິພາກສາ, ພະນັກງານຂອງ ສານຖ້າຜູ້ພິພາກສາດີ-ເກັ່ງ ຈະເຮັດ ໃຫ້ການຕັດສິນຄະດີມີຄວາມຖືກ ຕ້ອງ, ເປັນທໍາ. ສະນັ້ນ, ຂອດພະນັກ ງານ, ຜູ້ພິພາກສາ ຍາມໃດກໍຕ້ອງ ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດເປັນກົກ, ໃຫ້ມີຄວາມໜັກ ແໜ້ນ, ມີມານະຈິດຟົດຟື້ນປະຕິວັດ ໂດຍໃຫ້ຖືເອົາການລົງຮາກຖານ ໃກ້ຊິດກັບປະຊາຊົນ ຖືເອົາປະຊາ ຊົນເປັນກົກ; ຍົກສູງຄວາມຮັບຜິດ ຊອບຂອງຜູ້ພິພາກສາໃນການດໍາ ເນີນ, ຕັດສິນ ແລະ ພິພາກສາຄະດີ ເນື່ອງຈາກວ່າຜູ້ພິພາກສາ ເປັນຜູ້ບັງ ຄັບບັນຊາ, ຄວບຄຸມການດໍາເນີນ, ຊີ້ ຂາດກ່ຽວກັບຄະດີ. ຍ້ອນແນວນັ້ນ ການຕັດສິນ, ພິພາກສາຄະດີຕ້ອງ ຍົກສູງການນຳພາຂອງພັກ, ນຳພາ ການຕັດສິນ, ພິພາກສາຄະດີເພື່ອ ປົກປ້ອງສິດຜົນປະໂຫຍດຂອງລັດ, ຂອງປະຊາຊົນ. ການຄັດເລືອກຜູ້ພິພາກສາ ຕ້ອງຮັບປະກັນເງື່ອນໄຂມາດຕະ ຖານດ້ານຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດຢູ່ໃນລະດັບ ອັນແນ່ນອນ, ສ້າງກົນໄກກໍານົດ ຄວາມຮັບຜິດຊອບຂອງ ຜູ້ພິພາກ ສາຢ່າງຈະແຈ້ງ; ເພີ່ມທະວີການຕິດ ຕາມກວດກາການປະຕິບັດໜ້າທີ່ ຕັດສິນຄະດີ ຂອງຜູ້ພິພາກສາ ແລະ ພະນັກງານກົດໝາຍ ໃຫ້ເປັນປົກກະ ຕິໂດຍສຸມໃສ່ກວດກາ ເປັນຕົ້ນການ ປະພຶດຂອງຜູ້ພິພາກສາຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍ, ການປະຕິ ບັດໜ້າທີ່ ຂອງຜູ້ພິພາກສາ ໃນການ ພິຈາລະນາຕັດສິນ-ພິພາກສາຄະດີ ສອດຄ່ອງຕາມກົດໝາຍ ແລະ ຖືກ ຕ້ອງຕາມຄວາມເປັນຈິງ, ການຮັບ ເອົາຄໍາຮ້ອງຟ້ອງ ຂໍຄວາມເປັນທໍາ ຈາກສານປະຊາຊົນ ແລະ ຄຳສະເໜີ ຂອງຄູ່ຄວາມ, ການປະຕິບັດການ ຍ້ອງຍໍຜູ້ມີຜົນສຳເລັດແລະ ປະຕິບັດ ວິໄນຕໍ່ຜູ້ລະເມີດກົດໝາຍ; ເອົາໃຈ ໃສ່ປະສານສົມທົບກັບອົງການ ປົກປ້ອງກົດໝາຍ ແກ້ໄຂຄໍາຮ້ອງຂໍ ຄວາມເປັນທໍາ ຂອງປະຊາຊົນທີ່ຍັງ ຄ້າງຢູ່ສະພາ, ຢູ່ຫ້ອງການປະຕິບັດ ຄໍາຕັດສິນ ຫລື ພາກສ່ວນອື່ນ ເພື່ອ ໃຫ້ຄໍາຕັດສິນໄດ້ຮັບການຈັດຕັ້ງປະ ຕິບັດ ເພາະລັດຖະທໍາມະນູນ, ລັດ ເຮົາບໍ່ອະນຸຍາດໃຫ້ຄໍາຕັດສິນ ທີ່ໃຊ້ ໄດ້ຢ່າງເດັດຂາດແລ້ວນັ້ນ ບໍ່ໄດ້ຮັບ ການຈັດຕັ້ງປະຕິບັດ. ສະນັ້ນ, ຕ້ອງ ກວດກາ, ໄຈ້ແຍກເບິ່ງເປັນແຕ່ລະ ປະເພດຄະດີ, ອັນໃດຄ້າງຄາແທ້, ຫຍຸ້ງຍາກຫຍັງ, ສາເຫດແນວໃດ ເພື່ອຊອກຫາທາງແກ້ໄຂ, ອັນໃດ ແມ່ນຄວາມຮັບຜິດຊອບຂອງສານ, ຂອງໄອຍະການປະຊາຊົນ, ຂອງ ເຈົ້າໜ້າທີ່ຕຳຫລວດ, ຂອງພະນັກ ງານປະຕິບັດຄຳຕັດສິນ ແລະ ອັນ ໃດແມ່ນຄວາມຮັບຜິດຊອບຂອງ ປະຊາຊົນ ກໍຄື ຄູ່ຄວາມ. ຂໍ້ມູນ: ໜັງ ສືພິມປະຊາຊົນ. ຂ່າວ: ກິດຕາ ຮອງປະທານປະເທດ ເນັ້ນໃຫ້... ບານໃນທ້າຍເດືອນມິຖຸນາຜ່ານມາ. ສຳລັບກະກຽມຄວາມພ້ອມ ໃຫ້ແກ່ ການດໍາເນີນກອງປະຊຸມໃຫຍ່ ຜູ້ ແທນອົງຄະນະພັກແຂວງ ຄັ້ງທີ IX ພວມດຳເນີນໄປຕາມຂັ້ນຕອນ ເປັນຕົ້ນ ດ້ານເນື້ອໃນໄດ້ກະກຽມ ເອກະສານແຕ່ລະບົດສຳເລັດໂດຍ ພື້ນຖານແລະຈະມີການຈັດກອງປະ ຊຸມສຳມະນາວິທະຍາສາດ ເພື່ອລະ ດົມແນວຄວາມຄິດໃສ່ແຕ່ລະເອກະ ສານຕື່ມ. ພ້ອມນັ້ນ, ໄດ້ມີການຈັດ ຕັ້ງການທາບທາມບຸກຄະລາກອນ ຕາມລະບຽບ, ປັດຈຸບັນພວມດຳ ເນີນໃນຮອບທີ1 ໂດຍແບ່ງວຽກໃຫ້ ບັນດາຄະນະປະຈຳພັກແຂວງ ລົງ ເຄື່ອນໄຫວຢູ່ແຕ່ລະເມືອງ, ສ່ວນ ດ້ານຂະບວນການ ໄດ້ເຄື່ອນໄຫວ ຕິດພັນກັບວຽກງານວິຊາສະເພາະ ຂອງແຕ່ລະຂົງເຂດ ທັງໄດ້ກະກຽມ ບັນດາຕົວແບບ ເພື່ອປະກອບຄຳ ເຫັນຕໍ່ກອງປະຊຸມ. ສຳລັບການກະ ກຽມສ້າງຕັ້ງຕາແສງຢູ່ແຂວງ ຫລວງພະບາງ ໃນເບື້ອງຕົ້ນໄດ້ ກຳນົດໃຫ້ມີທັງໝົດ56ຕາແສງ ໃນ 11 ເມືອງ ແລະ ນະຄອນຫລວງພະ ບາງ, ທັງກຳນົດໃຫ້ມີພະນັກງານ ປະຈຳຕາແສງປະມານ 800 ຄົນ. ຕອນທ້າຍ, ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາໃຫ້ ຄະນະພັກ-ຄະນະນໍາຂອງແຂວງ ສືບຕໍ່ກະກຽມ ການດຳເນີນກອງປະ ຊຸມໃຫຍ່ຕາມແຜນການທີ່ກຳນົດ ໄວ້ ໂດຍເລັ່ງໃສ່ດ້ານເນື້ອໃນ, ດ້ານ ບຸກຄະລາກອນ ແລະ ດ້ານຂະບວນ ການ, ສ່ວນການປັບປຸງຈັດຕັ້ງການ ສັບຊ້ອນບຸກຄະລາກອນ ຂັ້ນພະ ແນກການທີ່ມີການຍຸບ ແລະ ໂຮມ ເຂົ້າກັນ ຕ້ອງປະຕິບັດໃຫ້ສອດຄ່ອງ ຕາມທິດຊີ້ນຳຂອງສູນກາງ, ຮັບປະ ກັນເຮັດໃຫ້ບຸກຄະລາກອນ ມີຄວາມ ອຸ່ນອ່ຽນທຸ່ນທ່ຽງ ຕໍ່ການປະຕິບັດ ວຽກງານ. ພ້ອມນີ້, ໃຫ້ສືບຕໍ່ກະ ກຽມການສ້າງຕັ້ງຕາແສງ ໂດຍມີ ການເຮັດທົດລອງ ແລະຖອດຖອນ ບົດຮຽນ ເພື່ອປັບປຸງບັນດາວຽກ ງານຄົງຄ້າງ ເຮັດໃຫ້ການສ້າງຕັ້ງ ຕາແສງ ມີຄວາມສອດຄ່ອງຕາມ ລະບຽບການ, ທັງຮັບປະກັນໄດ້ ການປະຕິບັດວຽກງານຂັ້ນຮາກ ຖານທີ່ມີຄວາມເຂັ້ມແຂງ. ກໍາມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມ ການເມືອງສູນກາງພັກ, ທີ່ປຶກສາ ສະພາທິດສະດີສູນກາງພັກ, ທີ່ປຶກ ສາຄະນະຮັບຜິດຊອບຄົ້ນຄວ້າແນວ ຄິດ ໄກສອນ ພົມວິຫານ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນວາລະການສໍາມະນາ ໄດ້ຮັບ ຟັງການນຳສະເໜີ 5 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບຄວາມສາມັກຄີບັນດາ ເຜົ່າ, ການສ້າງຄວາມສາມັກຄີບັນ ດາຊັ້ນຄົນ, ການສ້າງຄວາມສາມັກ ຄີ ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການສ້າງຄວາມສາມັກຄີປອງດອງ ສາສະໜາຕ່າງໆ ແລະ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການ ສ້າງຄວາມສາມັກຄີ ລະຫວ່າງ ບັນ ດາກໍາລັງທີ່ຮັກຊາດ. ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນວ່າ: ການ ສຳມະນາ ໃນຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການ ສ້າງຄວາມສາມັກຄີປອງດອງ ຊາດ” ແມ່ນມີຄວາມໝາຍສໍາຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກໍາ ຈະເປັນການປະກອບສ່ວນເຂົ້າໃນ ການເພີ່ມພູນຄູນສ້າງຄັງສາງທິດ ສະດີ-ພຶດຕິກຳ ຂອງພັກເຮົາ ເພື່ອ ເປັນພື້ນຖານຮັບໃຊ້ໃຫ້ແກ່ການປັບ ປຸງບູລະນະແນວທາງນະໂຍບາຍ ຂອງພັກ ແລະ ລັດ ກ່ຽວກັບວຽກ ການສ້າງຄວາມສາມັກຄີປອງດອງ ຊາດ ໃຫ້ສົມບູນຍິ່ງຂຶ້ນ; ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນ ເຄົາລົບຮັກ ຂອງປວງຊົນລາວທັງ ຊາດ, ຕະຫລອດໄລຍະແຫ່ງການ ນໍາພາ-ຊີ້ນໍາ ເພິ່ນໄດ້ຖືສໍາຄັນການ ສ້າງຄວາມສາມັກຄີ ແມ່ນກຳລັງ ແຮງ, ແມ່ນກຸນແຈແຫ່ງຄວາມສຳ ເລັດຜົນ, ແນວຄິດ ໄກສອນ ພົມວິ ຫານ ກ່ຽວກັບການສ້າງຄວາມສາ ມັກຄີປອງດອງຊາດ ແມ່ນກວ້າງ ຂວາງ, ເລິກເຊິ່ງ, ຮອບດ້ານ, ກວມ ເອົາທຸກການເຄື່ອນໄຫວວຽກງານ ໃນແຕ່ລະຂົງເຂດ; ເນື້ອແທ້ແມ່ນ ເພື່ອສຶກສາອົບຮົມ, ເປັນຫລັກ ແຫລ່ງເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີປອງດອງ ຂອງປະ ຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະ ໜາ, ເພດແລະ ໄວ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນປັດຈຸບັນ. ພ້ອມນີ້ ປະທານ ກອງປະຊຸມ ໄດ້ຮຽກຮ້ອງມາຍັງ ບັນດານັກວິທະຍາສາດ ຈົ່ງຍົກສູງ ຄວາມຮັບຜິດຊອບການເມືອງ, ຄົ້ນ ຄວ້າໃຫ້ເລິກ,ຂຸດໃຫ້ເຖິງ,ນຳສະເໜີ ເນື້ອໃນໃຫ້ເລິກເຊິ່ງ, ຮັບປະກັນໄດ້ ລັກສະນະວິທະຍາສາດ, ຖືກຕ້ອງ ຕາມເຫດການຕົວຈິງ ເພື່ອຊອກ ໃຫ້ເຫັນໄດ້ເຖິງສິ່ງຍອດຍິ່ງໃນແນວ ຄິດທິດສະດີຂອງເພິ່ນ ເພື່ອກາຍ ເປັນຄັງສາງທິດສະດີ, ເປັນແນວຄິດ ຊີ້ນຳທີ່ມີບົດບາດສຳຄັນ ແລະ ເປັນ ທິດເຍືອງທາງຕໍ່ກັບວຽກງານສ້າງ ຄວາມສາມັກຄີປອງດອງຊາດ; ບັນດາທ່ານທີ່ເຂົ້າຮ່ວມໃນຄັ້ງນີ້, ກໍໃຫ້ເອົາໃຈໃສ່ໃນການຄິດຫງຳ, ປະກອບຄໍາເຫັນຢ່າງກົງໄປກົງມາ ຕາມຄຳຖາມເຈາະຈີ້ມ ເພື່ອເຮັດ ແນວໃດໃຫ້ເນື້ອໃນບົດຄົ້ນຄວ້າ, ສຳມະນາວິທະຍາສາດໃນຄັ້ງນີ້ ສາ ມາດຮັບປະກັນໄດ້ລັກສະນະວິທະ ຍາສາດ ແລະ ແທດຕົວຈິງ; ນໍາເອົາ ເນື້ອໃນຈິດໃຈກອງປະຊຸມສໍາມະ ນາໃນຄັ້ງນີ້ໄປຄົ້ນຄວ້າແລະໝູນໃຊ້ ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງສຸດ. ຂ່າວ: ພ.ພຽງ; ພາບ: ລີ ກັນປະກອບຄຳເຫັນຢ່າງກົງໄປ ກົງມາ ຕໍ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ກອງປະຊຸມໃນຄັ້ງນີ້ ບັນ ລຸຜົນສຳເລັດ, ພ້ອມທັງສະເໜີໃຫ້ ກຳມາທິການກົດໝາຍ ປະສານສົມ ທົບກັບກໍາມາທິການວັດທະນະທໍາສັງຄົມ ກະກຽມບົດລາຍງານຜົນ ການຮຽບຮຽງເນື້ອໃນກົດໝາຍ ໃນ ຄັ້ງນີ້, ພ້ອມທັງອະທິບາຍເຫດຜົນ ລະອຽດຕໍ່ກັບຄຳເຫັນຂອງບັນດາ ທ່ານສະມາຊິກສະພາແຫ່ງຊາດ ຕໍ່ ກອງປະຊຸມຄະນະປະຈຳສະພາ ແຫ່ງຊາດ ປະຈໍາເດືອນກໍລະກົດ 2025 ເພື່ອພິຈາລະນາຕາມແຜນ ການທີ່ວາງໄວ້. ຂໍ້ມູນ-ພາບ: ຂ່າວສານ ຮສສ ສະຫະພັນແມ່ຍິງກະຊວງວັດທະ ນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ ຮູ້ວ່າ: ການຈັດງານໃນຄັ້ງນີ້, ແມ່ນ ກິດຈະກໍາໜຶ່ງເພື່ອສ້າງຂະບວນ ການສະເຫລີມສະຫລອງ ວັນສ້າງ ຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ຫວນຄືນມູນເຊື້ອການ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງ ສະຫະພັນແມ່ຍິງລາວ ແລະ ແມ່ຍິງ ລາວບັນດາເຜົ່າ, ພ້ອມກັບການຈັດ ພິທີປະກາດຮັບຮອງສະຫະພັນແມ່ ຍິງກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ເປັນ ສະຫະພັນແມ່ຍິງກະຊວງ 3 ດີ ໃນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 5 ປີ ແຕ່ປີ 2021-2025. ນອກ ຈາກນີ້, ຍັງມີຫລາຍກິດຈະກຳ ເປັນ ຕົ້ນ ປາຖະກະຖາວັນສ້າງຕັ້ງສະຫະ ພັນແມ່ຍິງລາວ, ນຳສະເໜີບັນລະ ຍາຍ ແລະ ສາທິດ ຟ້ອນລຳວົງລາວ ມາດຕະຖານ 8 ຈັງຫວະ ທີ່ຖືກຮັບ ຮອງເປັນມໍລະດົກໂລກ ທາງດ້ານ ວັດທະນະທຳນາມມະທຳ ຂອງ ມວນມະນຸດ ຈາກອົງການອຸຍແນັສ ໂກ, ຊົມການສະແດງສິລະປະ, ລະ ຄອນເວທີ, ການວາງສະແດງຜົນ ງານ ແລະ ຜະລິດຕະພັນສີໄມ້ລາຍ ມື ຂອງເອື້ອຍນ້ອງແມ່ຍິງ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ ແມ່ຍິງ ມາວາງຈຳໜ່າຍຜະລິດຕະ ພັນທີ່ມີຄວາມໂດດເດັ່ນ ແລະ ເປັນ ເອກະລັກຂອງຕົນ. ຈາກນັ້ນ, ທ່ານ ນາງ ອາລີ ວົງ ໜໍ່ບຸນທຳ ປະທານຄະນະບໍລິຫານ ງານ ສູນກາງສະຫະພັນແມ່ຍິງລາວ ກໍໄດ້ຫວນຄືນມູນເຊື້ອປະຫວັດ ຄວາມເປັນມາ ຂອງວັນສ້າງຕັ້ງອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍໄດ້ຍົກໃຫ້ເຫັນເຖິງຕົ້ນກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ ຍິງລາວ ແຕ່ລະໄລຍະ, ພ້ອມທັງ ສັງຮວມຜົນງານການເຄື່ອນໄຫວ ທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງ ລາວ ໂດຍສະເພາະການປະກອບ ສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ ປົດປ່ອຍຊາດ ໄລຍະ ປີ 19581975 ແລະ ຜົນງານການປະກອບ ສ່ວນ, ການອຸທິດອັນໃຫຍ່ຫລວງ ຂອງແມ່ຍິງລາວບັນດາເຜົ່າ ໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ຂ່າວ: ກິດຕາ; ພາບ: ສູນກາງ ສະຫະພັນແມ່ຍິງລາວ ກະຊວງ ວທ... ຮອງປະທານປະເທດ ເຄື່ອນໄຫວ... ແຂວງຫລວງພະບາງ ຄັ້ງທີ IX ປັດຈຸບັນ ໄດ້ສໍາເລັດການດໍາເນີນ ກອງປະຊຸມໃຫຍ່ ອົງຄະນະພັກ ເມືອງ, ນະຄອນຫລວງພະບາງ, ອົງ ຄະນະພັກກອງບັນຊາການ ແລະ ຮາກຖານພັກໃນທົ່ວແຂວງ, ຍັງ 1 ຮາກຖານຄື: ໜ່ວຍພັກສະພາປະຊາ ຊົນແຂວງ ຈະດໍາເນີນພາຍຫລັງສໍາ ເລັດກອງປະຊຸມໃຫຍ່ຜູ້ແທນ ອົງ ຄະນະພັກແຂວງ. ພ້ອມນັ້ນ, ໄດ້ສໍາ ເລັດກອງປະຊຸມໃຫຍ່ສະຫະພັນນັກ ຮົບເກົ່າແຂວງ, ກອງປະຊຸມໃຫຍ່ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຄື: ຊາວໜຸ່ມ, ແມ່ຍິງ ແລະ ກໍາມະ ສຳມະນາວິທະຍາສາດ... ຊຸດທີ IX ໃນຄັ້ງວັນທີ 17 ມິຖຸນາ 2025 ຜ່ານມາ ຊຶ່ງມີສະມາຊິກສະ ພາແຫ່ງຊາດ ຈໍານວນ 38 ທ່ານ ປະກອບມີຄໍາເຫັນໃສ່ 43 ມາດຕາ, ກວມເອົາ 137 ເນື້ອໃນ. ສະນັ້ນ, ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ຄົ້ນ ຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງຜູ້ ແທນ ມາປັບປຸງໃສ່ເນື້ອໃນທີ່ບໍ່ທັນ ຈະແຈ້ງ ແລະ ສອດຄ່ອງ ເພື່ອເຮັດ ໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນ ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ. ໂອກາດນີ້, ທ່ານ ຈະເລີນ ເຍຍ ປາວເຮີ ໃນນາມປະທານກອງປະ ຊຸມ ໄດ້ມີຄຳເຫັນໂດຍເນັ້ນໃຫ້ຜູ້ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງພ້ອມ ກົມສັງຄົມສົງເຄາະ...

RkJQdWJsaXNoZXIy MTc3MTYxMQ==