ຂປລ
ໜ່ວຍງານຮັບມື ໄພພິບັດ ຂອງປາກິດສະຖານ ເປີດເຜີຍວ່າ: ຝົນຕົກໜັກ ໃນໄລຍະ 24 ຊົ່ວໂມງ ທີ່ຜ່ານມາ ເຮັດໃຫ້ ປະຊາຊົນ ເສຍຊີວິດ 54ຄົນ ແລະ ບາດເຈັບອີກ 227 ຄົນ. ຜູ້ເສຍຊີວິດ ສ່ວນໃຫຍ່ ຢູ່ລັດປັນຈາບ.
ຂປລ.ຕາມຂ່າວຈາກ ເອເອຟພີ, ວັນທີ17ກໍລະກົດນີ້, ໜ່ວຍງານຮັບມື ໄພພິບັດ ຂອງປາກິດສະຖານ ເປີດເຜີຍວ່າ: ຝົນຕົກໜັກ ໃນໄລຍະ 24 ຊົ່ວໂມງ ທີ່ຜ່ານມາ ເຮັດໃຫ້ ປະຊາຊົນ ເສຍຊີວິດ 54ຄົນ ແລະ ບາດເຈັບອີກ 227 ຄົນ. ຜູ້ເສຍຊີວິດ ສ່ວນໃຫຍ່ ຢູ່ລັດປັນຈາບ. ປັດຈຸບັນ ປະຊາຊົນ ໃນປາກິດສະຖານ ຜະເຊີນກັບ ໄພນ້ຳຖ້ວມ ຢ່າງໜັກ ນັບແຕ່ ວັນທີ26 ເດືອນມີຖຸນາ ເປັນຕົ້ນມາ ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 180ຄົນ ລວມທັງເດັກ 70ຄົນ ແລະ ມີຜູ້ບາດເຈັບ ຫລາຍກວ່າ 500ຄົນ.ປັດຈຸບັນ ໜ່ວຍງານທີ່ກ່ຽວຂ້ອງ ພວມໃຫ້ການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນຄັ້ງນີ້ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ ລວມທັງ ລະບົບ ພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍ ຢ່າງໜັກ ແລະ ເຮືອນປະຊາຊົນ ຫລາຍຫລັງ ຖືກກະແສ ນ້ຳພັດ ສ້າງຄວາມເສຍຫາຍ ຢ່າງໜັກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL