6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

17/07/2025 17:48
Email Print 115
ຂປລ ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້



ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້
, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້ ເປັນຕົ້ນ ຄາດຄະເນປີ 2025 ເສດຖະກິດ ຈະຂະຫຍາຍຕົວຢູ່ໃນລະດັບ 6% ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 6.858,61 ຕື້ກີບ, ລາຍ​ຮັບ​ສະ​ເລ່ຍຕໍ່ຫົວຄົນຈະບັນລຸໄດ້ 1.153 ໂດລາ/ຄົນ/ປີ.

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2025 ໃນວັນທີ 15 ກໍລະກົດ 2025 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ແຂວງຊຽງຂວາງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບຫລາຍບັນຫາສຳຄັນ ເຮັດໃຫ້ເສດ ຖະກິິດຂອງແຂວງມີທ່າອ່ຽງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ເອົາໃຈໃສ່ລະດົມ ການລົງທຶນທົ່ວສັງຄົມໄດ້ທັງໝົດ 2.481 ຕື້ກີບ, ສາມາດຈັດເກັບລາຍຮັບທ້ອງຖິ່ນ ເຂົ້າງົບປະມານໄດ້ 171 ກວ່າຕື້ກີບ ເທົ່າກັບ 59% ຂອງແຜນການປີ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍໄດ້ 378 ກວ່າຕື້ກີບ ເທົ່າກັບ 43% ຂອງແຜນການ, 6 ເດືອນຕົ້ນປີຂາດດູນງົບປະມານ 207 ຕື້ກີບ. ພ້ອມນີ້, ຍັງໄດ້ສຸມໃສ່ການຜະລິດກະສິກໍາ ປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າ ເປັນຕົ້ນ ແມ່ນການປູກເຂົ້າ ມາຮອດປັດຈຸບັນ, ສາມາດປັກດໍາ ເຂົ້ານາແຊງໄດ້ທັງໝົດ 150 ເຮັກຕາ, ເກັບກູ້ຜົນຜະລິດເຂົ້ານາແຊງ ໄດ້ 630 ໂຕນ, ປັກດໍາເຂົ້ານາປີສໍາເລັດ 90%. ນອກນັ້ນ, ຍັງສຸມໃສ່ການປູກສາລີ ແລະ ພືດຜັກລວມຕ່າງໆ. ອັນທີ່ພົ້ນເດັ່ນມາຮອດປັດຈຸບັນ, ມີງົວພັນນົມທັງໝົດ 4.000 ກວ່າໂຕ. ໃນນັ້ນ, ງົວທີ່ສາມາດໃຫ້ນົມໄດ້ມີ 1.800 ໂຕ, ສາມາດຜະລິດນົມສົດ ສົ່ງອອກໄປ ສສ ຫວຽດນາມ ສະເລ່ຍ 60 ໂຕນຕໍ່ມື້; ການສົ່ງ​ອອກສິນຄ້າ ບັນລຸໄດ້ 778 ຕື້ກີບ, ເທົ່າກັບ 48% ຂອງແຜນການປີ; ການນໍາເຂົ້າສິນຄ້າ ປະຕິບັດໄດ້ 469 ຕື້ກີບ, ເທົ່າກັບ 41% ຂອງແຜນການປີ, ໄລ​ຍະ 6 ເດືອນ​ຕົ້ນ​ປີ 2025 ແຂວງເກີນດູນການຄ້າ ມູນຄ່າ 309 ຕື້ກີບ,

ສຳລັບວຽກ​ງານ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແຂວງຊຽງຂວາງ ໄດ້​ເອົາ​ໃຈ​ໃສ່​ນຳ​ພາ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ ແລະ ປະຕິບັດບັນດາ​​ມະ​ຕິ​, ຄຳ​ສັ່ງ, ບົດ​ແນະ​ນຳ ແລະ ນິ​ຕິ​ກຳ​ຕ່າງໆ ທີ່​ຂັ້ນ​ເທິງ ແລະ ຂັ້ນ​ແຂວງວາງ​ອອກ​ ຢ່າງ​ຕໍ່​ເນື່ອງ ເຮັດໃຫ້​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ ມີ​ການ​ປ່ຽນ​ແປງ ແລະ ໄດ້ຮັບການ​ພັດ​ທະ​ນາ​ດີ​ຂຶ້ນເປັນກ້າວໆ, ສ້າງບ້ານພົ້ນທຸກໄດ້ 4 ບ້ານ, ທົ່ວແຂວງຍັງມີບ້ານບໍ່ພົ້ນທຸກ 181 ບ້ານ, ກວມ 38%, ສ້າງຄອບຄົວພົ້ນທຸກໄດ້ 285 ຄອບຄົວ, ຍັງມີຄອບຄົວບໍ່ພົ້ນທຸກ 13.281 ຄອບຄົວ, ກວມ 26% ແລະ ຍັງມີເມືອງທຸກຍາກ 6 ເມືອງ, ກວມ 85%, ສ້າງບ້ານພັດທະນາໄດ້ 7 ບ້ານ ລວມເປັນ 103 ບ້ານ, ກວມ 21%, ສ້າງຄອບຄົວພັດທະນາໄດ້ 288 ຄອບຄົວ, ລວມມີຄອບຄົວພັດທະນາ ທັງໝົດ 28.522 ຄອບຄົວ ກວມ 55% (ສັງລວມຕາມດໍາລັດ 348/ລບ ແມ່ນມາດຕະຖານສູງຫລາຍ, ເກີນກວ່າຄວາມສາມາດ, ເງື່ອນໄຂ ແລະ ທ່າແຮງຕົວຈິງ ຂອງແຂວງ ຈຶ່ງເຮັດໃຫ້ຫລາຍມາດຕະຖານ ບໍ່ສາມາດປະຕິບັດໄດ້ຕາມແຜນ ການໄດ້ວາງໄວ້).

ສ່ວນວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2025 ແຂວງຊຽງຂວາງ ຈະສືບຕໍ່ສຸມໃສ່ຫລາຍບັນຫາສຳຄັນ ເປັນຕົ້ນ ຈະສຸມໃສ່ຜະລິດພືດລະດູແລ້ງ, ລະດູຝົນ ແລະ ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ, ເອົາ ໃຈໃສ່ປັບປຸງ ແລະ ຂະຫຍາຍຖານລາຍຮັບທີ່ໝັ້ນຄົງ, ຊຸກຍູ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ຕາມທິດປະຢັດມັດຖະຢັດ, ຫັນໄປສູ່ທັນສະໄໝ, ພ້ອມທັງຈະສຸມໃສ່ປັບປຸງ, ກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ ເສັ້ນ ທາງຄົມມະນາຄົມ ໃຫ້ຮັບປະກັນການສັນຈອນ ແລະ ຂົນສົ່ງສິນຄ້າໄປ-ມາສະດວກ ແລະ ຄຸ້ມຄອງນໍ້າໜັກລົດບັນ ທຸກຢ່າງເຂັ້ມງວດ; ສືບຕໍ່ຄົ້ນຄວ້າເກັບຄ່າລົດບັນທຸກແຮ່ ແລະ ຂົນສິນຄ້າຜ່ານທາງຫລວງແຫ່ງຊາດ ແລະ ທາງແຂວງຄຸ້ມຄອງ ທີ່ບັນທຸກນໍ້າໜັກເກີນ ຕາມທິດຊີ້ນຳຂອງລັດຖະບານ ແລະ ຕາມແຜນການຂອງແຂວງ, ພ້ອມທັງ ຈະເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງໄພພິບັດທາງທໍາມະຊາດ ທີ່ອາດຈະເກີດຂຶ້ນ ເພື່ອກຽມຄວາມພ້ອມຮອບດ້ານ ໃຫ້ການຊ່ວຍເຫລືອຜູ້ປະສົບໄພພິບັດ, ແກ້ໄຂສຸກເສີນ ແລະ ຟື້ນຟູ ໃຫ້ກັບຄືນສູ່ສະພາບປົກກະຕິ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top