ທ່ຽວທຳມະຊາດຕາດຫີນຄັນນາ

14/07/2025 11:32
Email Print 191
ຂປລ ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    *ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ ແລະ ກໍເປັນອີກສະຖານທີ່ໜຶ່ງທີ່ຊາວນະຄອນຫລວງວຽງຈັນນິຍົມໄປຫລິ້ນໂດຍ ເພາະແມ່ນລະດູຝົນເພາະນ້ຳຈະຫລາຍ ແລະ ງາມ ເຊິ່ງສະຖານທ່ີນີ້ແມ່ນຕັ້ງຢູ່ບ້ານປາກແຮດ ເມືອງນາຊາຍທອງ ນະຄອນຫວງວຽງຈັນ, ຖ້າເລີ່ມຈາກເທສະບານນະຄອນຫລວງໄປທາງ13 ເໜືອ ແມ່ນປະມານ 25 ກິໂລແມັດ ຫລື ຖ້າເລ່ີມຈາກມະຫາວິທະຍາໄລດົງໂດກແມ່ນອອກໄປທາງບ້ານໜອງພະຍາຈົນໄປຮອດໄຟແດງທາງດ່ວນ, ຈາກນັ້ນລ້ຽວຂວາໄປຕາມທາງ ເລກທີ 13 ເໜືອ ໄປປະມານ 4 ກິໂລແມັດ ແລ້ວລ້ຽວເຂົ້າຮ່ອມທີ່ຢູ່ຕໍ່ໜ້າສໍານັກງານປົກຄອງເມືອງນາຊາຍທອງ, ຈາກປາກຮ່ອມເຂົ້າໄປເຖິງສະຖານທີ່ແມ່ນ 9 ກິໂລແມັດ ຈະເປັນທາງປູຢາງເຂົ້າໄປໄດ້ 4 ກິໂລແມັດ ແລະ ຈະເປັນທາງດິນເເດງຈົນໄປຮອດສະຖານທີ່ດ່ັງກ່າວ. ລົດຈັກ, ລົດໃຫຍ່ ລວມໄປເຖິງລົດເມກໍສາມາດເຂົ້າໄປຈົນເຖິງສະຖານທີ່ໄດ້, ລະຫວ່າງທາງທີ່ເຂົ້າໄປຈະມີປະຊາຊົນທ້ອງຖິ່ນອອກມາຕັ້ງແຜງຂາຍເຄື່ອງແກງໜໍ່, ຂາຍໜໍ່ໄມ້ຢູ່ແຄມທາງອີກດ້ວຍ.

    ຕາດຫີນຄັນນາ ເປັນນໍ້າຕົກຕາດທີ່ອຸດົມສົມບູນໄປດ້ວຍພືດພັນ ແລະ ສັດນານາຊະນິດ, ອາກາດບໍລິສຸດ, ອ້ອມຮ້ອມໄປດ້ວຍປ່າໄມ້ທີ່ຂຽວອຸ່ນທຸ່ນມີຕົ້ນໄມ້ນ້ອຍ-ໃຫຍ່ ຈຳນວນຫລາຍທີ່ໃຫ້ຄວາມຮົ່ມເຢັນໃຫ້ອາກາດສົດຊື່ນບວກກັບສາຍນ້ຳທີ່ຍາວ ແລະ ນໍ້າໃສເຢັນໄຫລຜ່ານເໝາະໃນການລົງຫລິ້ນນ້ຳບໍ່ວ່າຈະເປັນເດັກນ້ອຍ , ຜູ້ໃຫຍ່ສາມາດຫລິ້ນໄດ້ຢ່າງສະບາຍ,  ນີ້ກໍເປັນອີກຈຸດໜຶ່ງທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຢ່າງບໍ່ຂາດສາຍ ໂດຍສະເພາະໃນລະດູຝົນລະດູແຫ່ງການຫລ້ິນນ້ຳຕົກຕາດຈະມີທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢ່າງຫລວງຫລາຍ ເປັນຕ້ົນແມ່ນຊາວນະຄອນຫລວງ. 

   ຕາດຫີນຄັນນາ ມີລັກສະນະເປັນຂ້ັນຄ້າຍຄືກັບຄັນນາ ແຕ່ລະຂັ້ນນ້ຳຈະໄຫລຜ່ານເປັນນ້ຳຕົກຢ່າງງົດງາມສາມາດໄປນັ່ງຫລິ້ນນ້ຳໄດ້ ແລະ ເປັນພະລານຫີນ ບາງບ່ອນນ້ຳກໍຈະ ຫລາຍ, ບາງບ່ອນນ້ຳກໍຈະໜ້ອຍໃຫ້ ນັກທ່ອງທ່ຽວໄປນັ່ງຫລິ້ນນ້ຳຢ່າງ ມ່ວນຊື່ນເພີດເພີດ ໂດຍສະເພາະ ໄລຍະນີ້ນ້ຳພໍດີຫລິ້ນ, ພ້ອມນັ້້ນກໍຍັງ ມີຂົວຂ້າມນ້ຳເພື່ອສະດວກໃນການ ຂ້າມໄປອີກຝາກໜຶ່ງ ເຊິ່ງຢູ່ຂົວນ້ັນ ຍັງເປັນຈຸດຊົມທິວທັດທຳມະຊາດ, ເປັນຈຸດຖ່າຍຮູບໄວ້ເປັນທີ່ລະນຶກອີກດ້ວຍ ແລະ ຕາດດັ່ງກ່າວຍັງ ເປັນຈຸດນັດພົບຂອງຫລາຍໆຄົນ, ເໝາະແກ່ການພາຄອບຄົວ, ຍາດພີ່ນ້ອງ, ໝູ່ຄູ່ໄປຫລິ້ນ, ໄປຜັກພ່ອນ ແລະ ກິນເຂົ້າສາມັກຄີຢູ່ແຄມຕາດ, ດ່ີືມນ້ຳເຢັນໆນ່ັງຫລ້ີນນ່ັງຟັງສຽງ ນ້ຳໄຫລຢ່າງອອນຊອນ. ນອກນ້ັນ ພາຍໃນຕາດກໍຈະມີຕູບໄວ້ບໍລິການ ນັກທ່ອງທ່ຽວ ປະມານໜຶ່ງຮ້ອຍ ກວ່າຕູບ, ມີຮ້ານອາຫານ, ເຄື່ອງດື່ມ ຕ່າງໆ, ມີຫ້ອງນ້ຳ, ມີກົງເບັງຂາຍ, ມີເຮືອໃຫ້ເຊ່ົາໄວ້ຄອຍບໍລິການນັກ ທ່ອງທ່ຽວ, ມີສະຖານທີ່ຈອດລົດທ່ີກວ້າງຂວາງ ແລະ ສໍາລັບໃຜທີ່ວ່າເມື່ອຍ, ຢາກພັກຜ່ອນ ຫລື ຄ້າງຄືນທາງຕາດຫີນຄັນນາເພິ່ນກໍມີຫ້ອງພັກໃຫ້ມີທັງຫ້ອງຂະໜາດນ້ອຍ, ກາງ ແລະ ໃຫຍ່ ລວມແລ້ວມີ ປະມານ 7-8 ຫລັງ ເຊ່ິງໃນຫ້ອງພັກກໍຍັງມີສິ່ງອໍານວຍຄວາມສະດວກ ເຊັ່ນດຽວກັນເປັນຕົ້ນໂທລະທັດ, ແອ ແລະ ພັດລົມ, ມີຫ້ອງນໍ້າ, ຕູ້ເຄື່ອງ ເຫລົ່ານີ້ເປັນຕົ້ນ.

   ຕາດຫີນຄັນນາ ມີປະຫວັດຄວາມເປັນມາຈາກການເລົ່າຂອງຜູ້ເຖົ້າຜູ້ແກ່ວ່າ: ດົນນານມາແລ້ວ ສິນໄຊ ໄດ້ນໍາອາມາພັກຢູ່ສະຖານທ່ີແຫ່ງນີ້ ແລ້ວມາປ້ານເປັນຄູກັ້ນນ້ໍາໄວ້ກໍເລີຍເອີ້ນວ່າ: ນໍ້າຕົກຕາດຫີນຄັນນາ ມາຮອດປັດຈຸບັນ, ສ່ວນທີ່ມາຂອງແຫລ່ງນ້ໍາສາຍຫ້ວຍສາຍນີ້ ເອີ້ນວ່າ ຫ້ວຍຊາຍມຸນ ເຊິ່ງມີຄວາມຍາວຫລາຍກິໂລທ່ີໄຫລ ມາຈາກສາຍພູພະນັງ ຖືວ່າເປັນສາຍນໍ້າທີ່ຍາວທີ່ສຸດໃນເຂດເມືອງ ນາຊາຍທອງ ຍາວປະມານ 20 ກິໂລແມັດ ແລະ ໄຫລຜ່ານຫລາຍໝູ່ບ້ານ ໂດຍສະເພາະແມ່ນເສັ້ນທາງ ເລກທີ 13 ເໜືອ ແລະ ໄຫລລົງໄປຊ່ອງໃສ່ນໍ້າງື່ມທາງເມືອງໄຊທານີ. ເຖິງແນວໃດກໍດີ, ຖ້າທ່ານໃດບໍ່ຮູ້ວ່າຈະໄປທ່ຽວໃສ ຫລື ກຳລັງຊອກຫາສະຖານທີ່ທ່ອງທ່ຽວທີ່ຢູ່ໄກ້ນະຄອນຫລວງ, ຢ່າລືມຄິດເຖິງຕາດຫີນຄັນນາ ເຊິ່ງເປັນຕາດຍອດນິຍົມ ແລະ ມີຊື່ສຽງມາດົນນານຂອງເມືອງນາຊາຍທອງ.

                ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top