ຂປລ
ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເນັ້ນໃຫ້ ສານປະຊາຊົນ ໃນນາມອົງການຕຸລາການ ກໍຄື ການຕັດສິນ, ການພິພາກສາຄະດີ ຕ້ອງເອົາໃຈໃສ່ພິຈາລະນາ ແກ້ໄຂຄະດີຢູ່ສານປະຊາຊົນ ໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບສູງ

ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດ ຄັ້ງທີ XII ໃນວັນທີ 16 ກໍລະກົດ 2025, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເນັ້ນໃຫ້ ສານປະຊາຊົນ ໃນນາມອົງການຕຸລາການ ກໍຄື ການຕັດສິນ, ການພິພາກສາຄະດີ ຕ້ອງເອົາໃຈໃສ່ພິຈາລະນາ ແກ້ໄຂຄະດີຢູ່ສານປະຊາຊົນ ໃຫ້ມີຄວາມວ່ອງໄວ ແລະ ມີຄຸນນະພາບສູງ; ຕ້ອງເພີ່ມທະວີການຈັດຕັ້ງ ຜັນຂະຫຍາຍມະຕິເລກທີ 141/ສພຊ, ລົງວັນທີ 11 ທັນວາ 2024 ຂອງສະພາແຫ່ງຊາດ ທີ່ໄດ້ຮັບຮອງເອົາຕົວຊີ້ວັດ ໃນການແກ້ໄຂຄະດີ, ຄະດີອາຍາໃຫ້ໄດ້ 90% ຂຶ້ນໄປ, ຄະດີແພ່ງ, ຄະດີການຄ້າໃຫ້ໄດ້ 75% ຂຶ້ນໄປ ແລະ ຄະດີຄອບຄົວ, ຄະດີແຮງງານ, ຄະດີເດັກ ແລະ ຄະດີປົກຄອງໃຫ້ໄດ້ 85% ຂຶ້ນໄປ.
ພ້ອມນີ້, ທ່ານຮອງປະທານປະເທດ ຍັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ ສຶກສາອົບຮົມການເມືອງ-ແນວຄິດສະມາຊິກພັກ-ພະນັກງານ ຕາມຫລັກການນໍາພາຂອງພັກ, ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກງານແຖວໜ້າຂອງທຸກວຽກງານ ເພື່ອກໍ່ສ້າງສະມາຊິກພັກ-ພະນັກງານທຸກສະຫາຍ ໃຫ້ມີຄວາມເຂົ້າໃຈແຈ້ງຕໍ່ ແນວທາງນະໂຍບາຍຂອງພັກ-ລັດ, ກໍາແໜ້ນທາດແທ້ຊົນຊັ້ນ ແລະ ຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈຮັກເຊື້ອແພງຊາດ, ຮັກລະບອບໃໝ່ລະບອບປະຊາທິປະໄຕ ປະຊາຊົນ, ມີຄວາມຈົງຮັກພັກດີຕໍ່ພັກ, ເຊື່ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ ກໍຄື ຕໍ່ການສ້າງສາພັດທະນາພັດທະນາ ປະເທດຊາດ ແລະ ສ້າງອໍານາດແຫ່ງລັດ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ເຮັດໃຫ້ສະມະຊິກພັກ, ພະນັກງານສານປະຊາຊົນມີຄຸນທາດການເມືອງ, ມີຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ມີຄວາມຕື່ນຕົວປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ມີນໍ້າໃຈຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ; ເອົາໃຈໃສ່ລົງຊຸກຍູ້, ຕິດຕາມສານປະຊາຊົນທ້ອງ ຖິ່ນ ໃນການດໍາເນີນຄະດີໃຫ້ຖືກຕ້ອງຕາມກົດໝາຍ, ເພີ່ມທະວີໃຫ້ໂຈດ, ຈໍາເລີຍ, ບຸກຄົນທີ່ສາມ ແລະ ທະນາຍ ຄວາມ ເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອໃຫ້ເຂົາເຈົ້າໄດ້ໂຕ້ແຍ່ງ-ໂຕ້ຖຽງ, ຊີ້ແຈງ, ອະທິບາຍຂໍ້ມູນຫລັກຖານ ທີ່ແຕ່ລະຝ່າຍຍົກຂຶ້ນຢ່າງລະອຽດ, ຄົບຖ້ວນທຸກປະເດັນ ແລະ ໃຫ້ສິ້ນສຸດຕາມຂະບວນການ ຂອງກົດໝາຍ ເພື່ອເຊີດຊູບົດບາດ ຂອງອົງການຕຸລາການໃຫ້ເຂັ້ມແຂງ, ໜັກແໜ້ນໃຫ້ກາຍເປັນເຄື່ອງມື ຜະເດັດການທີ່ສັກສິດ ແລະ ເຂັ້ມງວດຂອງພັກ, ເປັນທີ່ເພິ່ງສຸດທ້າຍທາງດ້ານກົດໝາຍ ຂອງປະຊາຊົນຕາມລັດຖະທໍາມະນູນ ແລະ ກົດໝາຍໄດ້ກໍານົດ ມີແຕ່ສານປະຊາຊົນເທົ່ານັ້ນ ມີສິດອໍານາດໃນການຕັດສິນ, ພິພາກສາຄະດີ. ບົນພື້ນຖານດັ່ງກ່າວ ສານປະຊາ ຊົນແຕ່ລະຂັ້ນຕ້ອງສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ ແລະ ການປະຕິບັດຢູ່ໃນສານປະຊາຊົນ ແຕ່ລະຂັ້ນໃຫ້ມີຄວາມປອດໃສ ເຂັ້ມແຂງ, ສາມາດນໍາພາປະຕິບັດໜ້າທີ່ການເມືອງ ໃນການພິຈາລະນາຕັດສິນ ແລະ ພິ ພາກສາຄະດີໃຫ້ມີຄວາມຖືກຕ້ອງ, ເປັນທຳ ເພື່ອນໍາເອົາຄວາມຍຸຕິທໍາມາໃຫ້ສັງຄົມຢ່າງແທ້ຈິງ; ເອົາໃຈໃສ່ບໍາລຸງ-ສ້າງຜູ້ພິພາກສາ, ພະນັກງານຂອງສານ ຖ້າຜູ້ພິພາກສາດີ-ເກັ່ງ ຈະເຮັດໃຫ້ການຕັດສິນຄະດີມີຄວາມຖືກຕ້ອງ, ເປັນທໍາ. ສະນັ້ນ, ຂອດພະນັກງານ, ຜູ້ພິພາກສາ ຍາມໃດກໍຕ້ອງເອົາໃຈໃສ່ສຶກສາອົບຮົມການ ເມືອງແນວຄິດເປັນກົກ, ໃຫ້ມີຄວາມໜັກແໜ້ນ, ມີມານະຈິດຟົດຟື້ນປະຕິວັດ ໂດຍໃຫ້ຖືເອົາການລົງຮາກຖານ ໃກ້ຊິດກັບປະຊາຊົນ ຖືເອົາປະຊາ ຊົນເປັນກົກ; ຍົກສູງຄວາມຮັບຜິດຊອບ ຂອງຜູ້ພິພາກສາໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີ ເນື່ອງຈາກວ່າຜູ້ພິພາກສາ ເປັນຜູ້ບັງຄັບບັນຊາ, ຄວບຄຸມການດໍາເນີນ, ຊີ້ຂາດກ່ຽວກັບຄະດີ. ຍ້ອນແນວນັ້ນການຕັດສິນ, ພິ ພາກສາຄະດີຕ້ອງຍົກສູງ ການນຳພາຂອງພັກ, ນຳພາການຕັດສິນ, ພິພາກສາຄະດີເພື່ອປົກປ້ອງສິດ ຜົນປະໂຫຍດຂອງລັດ, ຂອງປະຊາຊົນ.
ການຄັດເລືອກຜູ້ພິພາກສາ ຕ້ອງຮັບປະກັນເງື່ອນໄຂມາດຕະຖານ ດ້ານຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດ ຢູ່ໃນລະດັບອັນແນ່ນອນ, ສ້າງກົນໄກກໍານົດ ຄວາມຮັບຜິດຊອບຂອງ ຜູ້ພິພາກສາຢ່າງຈະແຈ້ງ; ເພີ່ມທະວີການຕິດຕາມກວດກາ ການປະຕິບັດໜ້າທີ່ຕັດສິນຄະດີ ຂອງຜູ້ພິພາກສາ ແລະ ພະນັກງານກົດໝາຍ ໃຫ້ເປັນປົກກະຕິ ໂດຍສຸມໃສ່ກວດກາ ເປັນຕົ້ນ ການປະພຶດຂອງຜູ້ພິພາກສາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ການປະຕິບັດໜ້າທີ່ ຂອງຜູ້ພິພາກສາ ໃນການພິຈາລະນາຕັດສິນ-ພິພາກສາຄະດີ ສອດຄ່ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ, ການຮັບເອົາຄໍາຮ້ອງຟ້ອງ ຂໍຄວາມເປັນທໍາຈາກສານປະຊາຊົນ ແລະ ຄຳສະເໜີຂອງຄູ່ຄວາມ, ການປະຕິບັດການຍ້ອງຍໍຜູ້ມີຜົນສຳເລັດ ແລະ ປະຕິບັດວິໄນຕໍ່ຜູ້ລະເມີດກົດໝາຍ; ເອົາໃຈໃສ່ປະສານສົມທົບກັບອົງການ ປົກປ້ອງກົດໝາຍ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນທີ່ຍັງຄ້າງຢູ່ສະພາ, ຢູ່ຫ້ອງການປະຕິບັດຄໍາຕັດສິນ ຫລື ພາກສ່ວນອື່ນ ເພື່ອໃຫ້ຄໍາຕັດສິນ ໄດ້ຮັບການຈັດຕັ້ງປະຕິບັດ ເພາະລັດຖະທໍາມະນູນ, ລັດເຮົາບໍ່ອະນຸຍາດໃຫ້ຄໍາຕັດສິນ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ. ສະນັ້ນ, ຕ້ອງກວດກາ, ໄຈ້ແຍກເບິ່ງເປັນແຕ່ລະປະເພດຄະດີ, ອັນໃດຄ້າງຄາແທ້, ຫຍຸ້ງຍາກຫຍັງ, ສາເຫດແນວໃດເພື່ອຊອກຫາທາງແກ້ໄຂ, ອັນໃດແມ່ນຄວາມຮັບຜິດຊອບຂອງສານ, ຂອງໄອຍະການປະຊາຊົນ, ຂອງເຈົ້າໜ້າທີ່ຕຳຫລວດ, ຂອງພະນັກງານປະຕິບັດຄຳຕັດສິນ ແລະ ອັນໃດແມ່ນຄວາມຮັບຜິດຊອບ ຂອງປະຊາຊົນ ກໍຄື ຄູ່ຄວາມ.
ຂໍ້ມູນ:ໜັງສືພິມປະຊາຊົນ
ຂ່າວ: ກິດຕາ
KPL