ຂປລ
ຂປລ. ໃນວັນທີ 13 ກໍລະກົດ 2025 ນີ້, ໃນກອງປະຊຸມຄະນະກໍາມະການມໍລະະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໄດ້ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ

ຂປລ. ໃນວັນທີ 13 ກໍລະກົດ 2025 ນີ້, ໃນກອງປະຊຸມຄະນະກໍາມະການມໍລະະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໄດ້ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ ເປັນພື້ນທີ່ມໍຣະດົກໂລກ ແບບຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມ ຢ່າງເປັນທາງການ.
ການຂຶ້ນທະບຽນ ເປັນມໍລະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າ ທີ່ໂດດເດັ່ນລະດັບສາກົນ ຂອງຫີນໜາມໜໍ່ ເຊິ່ງປະກອບດ້ວຍ ຄວາມເປັນໜຶ່ງໃນພູມີ ປະເທດທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້; ຖໍ້າມະຫັດສະຈັນ ເຊບັ້ງໄຟ ທີ່ຍາວເຖິງ 6.4 ກິໂລແມັດ; ເປັນແຫລ່ງທີ່ຢູ່ອາໄສອັນສຳຄັນ ຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້.

ການຍອມຮັບໃນລະດັບໂລກນີ້, ເປັນຜົນມາຈາກຄວາມຮ່ວມມືຫລາຍປີ ລະຫວ່າງ ລັດຖະບານລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາສາກົນ ດ້ວຍການສະໜັບສະໜູນ ຢ່າງມີຍຸດທະສາດ ຈາກກະຊວງຮ່ວມມື ດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດເຢຍລະມັນ (BMZ) ແລະ ສະຫະພາບ ເອີຣົບ.

ສິ່ງທີ່ເຮັດໃຫ້ຫີນໜາມໜໍ່ໂດດເດັ່ນຍິ່ງຂຶ້ນ ບໍ່ແມ່ນຄວາມອຸດົມສົມບູນ ທາງລະບົບນິເວດເທົ່ານັ້ນ, ແຕ່ມັນຍັງເປັນຕົ້ນແບບ ສໍາລັບການຮ່ວມມືຂ້າມຊາຍແດນ, ການເຊື່ອມໂຍງ ຂອງລະບົບນິເວດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ຄວາມສຳເລັດໃນຄັ້ງນີ້, ເປັນສິ່ງພິສູດວ່າ ການຮ່ວມມືລະຫວ່າງປະເທດ, ການນໍາພາລະດັບຊາດ ແລະ ການມີສ່ວນຮ່ວມ ຢ່າງຈິງຈັງ ຂອງຊຸມຊົນທ້ອງຖິ່ນ ສາມາດນຳໄປສູ່ຜົນລຳເລັດ ທາງດ້ານການອະນຸລັກ ແລະ ການພັດທະນາທີ່ຍືນຍົງໄດ້ຢ່າງແທ້ຈິງ.
ຂ່າວ-ພາບ : Khammouane News
KPL