ເຜີຍແຜ່ດຳລັດ ວ່າດ້ວຍຊັບສີນທີ່ຖືກຢຶດ ອາຍັດ ແລະ ຮິບເປັນຂອງລັດ ຢູ່ແຂວງບໍ່ແກ້ວ

29/01/2023 17:35
Email Print 727
ຂປລ ຂປລ. ຄະນະຮັບຜິດຊອບຈາກກົມຄຸ້ມຄອງຊັບສິນແຫ່ງລັັດ ກະຊວງການເງິນ, ຈັດກອງປະຊຸມ ເຜີຍແຜ່ ດຳລັດສະບັບເລກທີ 280/ລບ, ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສີນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງ ລັດ ໃນວັນທີ 26-27 ມັງກອນ 2023

ຂປລ. ຄະນະຮັບຜິດຊອບຈາກກົມຄຸ້ມຄອງຊັບສິນແຫ່ງລັັດ ກະຊວງການເງິນ,  ຈັດກອງປະຊຸມ ເຜີຍແຜ່ ດຳລັດສະບັບເລກທີ 280/ລບ, ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສີນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງ ລັດ ໃນວັນທີ 26-27 ມັງກອນ 2023 ທີ່ຫ້ອງວ່າກການປົກຄອງແຂວງບໍ່ແກ້ວ  ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຄະນະຮັບຜິດຊອບດຳລັດດັ່ງກ່າວ, ມີພາກສ່ວນກ່ຽວ ຂ້ອງຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ປກສ-ປກຊ ແຂວງ, ພະ ແນກການເງິນແຂວງ 8 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ອຸດົມໄຊ, ຫລວງນ້ຳທາ, ຊຽງຂວາງ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມ.
  ໂອກາດນີ້, ທ່ານ ກົງຈີ ຢ່າງຈື່ ໄດ້ໃຫ້ຮູ້ວ່າ
: ດໍາລັດ 280/ລບ  ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃຫ້ເນື້ອໃນຖືກຕ້ອງສອດຄ່ອງໃຫ້ຫລາຍທີ່ສຸດໃນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ, ລວມທັງຊັບສິນທີ່ສານຕັດສິນໃຫ້ລັດຄຸ້ມຄອງ ເພື່ອປົກປັກຮັກສາຂຶ້ນ ບັນຊີ, ຂຶ້ນທະບຽນ, ຄຸ້ມຄອງນໍາໃຊ້ ແລະ ຂາຍຊັບສິນດັ່ງກ່າວ, ທັງໃຫ້ມີຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໄປໃນທິດທາງດຽວກັນ, ເອົາໃຈໃສ່ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດ, ຕິດພັນກັບການປະຕິບັດໜ້າທີ່ ເປັນການ ປົກປັກຮັກສາຊັບສິນຂອງລັດ, ການໃຊ້ສິດ, ໜ້າທີ່ຕາມພາລະບົດບາດ ເຊິ່ງຈຸດປະສົງໃນການເຜີຍແຜ່ຄັ້ງນີ້ ກໍເພື່ອ ໃຫ້ແຕ່ລະພາກສ່ວນເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້.
  ພ້ອມດຽວກັນນີ້
, ທ່ານ ສົມບູນ ວົງພະຈັນ ຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທໍາ ໄດ້ສະເໜີຄວາມ ເປັນມາຂອງການຄົ້ນຄວ້າ ແລະ ສ້າງດໍາລັດ ເພື່ອເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບຄຸ້ມຄອງ ແລະ ກວດ ກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮີບເປັນຂອງລັດ ລວມທັງຊັບສິນໃຫ້ລັດຄຸ້ມຄອງ ເພື່ອປົກປັກຮັກສາ, ຂຶ້ນບັນຊີ, ຂຶ້ນທະບຽນ, ຄຸ້ມຄອງ, ນຳໃຊ້ ແລະ ຂາຍຊັບສິນດັ່ງກ່າວ ຕາມກົດໝາຍ ແນໃສ່ປົກປ້ອງສິດ, ຜົນປະ ໂຫຍດຂອງລັດ, ສິດຜົນປະໂຫຍດອັນຊອບທຳຂອງບຸກຄົນ, ລວມໝູ່ ແລະ ການຈັດຕັ້ງ ເຮັດໃຫ້ສັງຄົມມີຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ຂ່າວ-ພາບ: ກະຊວງການເງິນ

 

KPL

ຂ່າວອື່ນໆ

ads
ads

Top