ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການທີ່ແຂວງຊຽງຂວາງ

14/12/2022 10:00
Email Print 2233
ຂປລ ຂ​ປ​ລ. ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຫລື ຊ​ຽງ​ຂວາງ​ເກມ 2022 ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 13 ທັນ​ວາ ແລະ ຈະ​ດຳ​ເນີນ​ໄປ​ຈົນ​ຮອດ​ ວັນ​ທີ 22 ທັນ​ວາ 2022 ໂດຍໃຫ້ກຽດ​ເຂົ້າ​ຮ່ວມ​ເປີດງານຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນ ດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ

. ​ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ ແລະ ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022 ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນ ດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ, ລວມເຖິງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມ ຢ່າງຄຶກຄື້ນມ່ວນຊື່ນ.

ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນກ່າວເປີດງານ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໂດຍທ່ານ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຫ້າງຫາກະກຽມ ຄວາມພ້ອມທຸກໆດ້ານ ຂອງແຂວງເຈົ້າພາບ ແລະ ຄະນະຮັບ ຜິດຊອບຈັດງານ, ຊົມເຊີຍຕໍ່ທຸກພາກສ່ວນ ທີ່ສົ່ງນັກກິລາເຂົ້າຮ່ວມ ການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດ ຊອບສູງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ມະຫະກຳກິລາແຫ່ງຊາດຄັ້ງນີ້ ເປັນການເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ຂອງປວງຊົນລາວທັງຊາດ.

ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ໃຫ້ຮູ້ວ່າ: ມະຫະກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ຫລາຍປະເພດຮ່ວມກັນ ປະກອບມີໝວດກິລາສາກົນ ແລະ ກິລາພື້ນເມືອງ, ຕາມລະບຽບກຳນົດ ແມ່ນຈັດຂຶ້ນໃນທຸກໆ 3 ປີ ໂດຍມີແຂວງທີ່ຖືກຄັດເລືອກ ຜັດປ່ຽນກັນເປັນເຈົ້າພາບ ເພື່ອຊຸກຍູ້ຂະບວນການ ກິລາກາຍຍະກຳ ຢູ່ພາຍໃນປະເທດ, ທັງເປັນການປຸກລະດົມ ສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງ ກວ້າງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີ​​ທີ່ເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ, ທັງເປັນງານ ທີ່ມີຄວາມໝາຍສໍາຄັນ ຕໍ່ການພັດທະນາ ຊັບພະຍາກອນມະນຸດຂອງຊາດ, ເປັນ ການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກ ຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມ ໃນຂະບວນການຫລິ້ນກິລາ ແລະແຂ່ງຂັນກິລາປະເພດຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປະກົດການຍໍ້ທໍ້ຕ່າງໆ, ທັງເປັນການຝຶກຝົນຮ່າງກາຍ ແລະ ຈິດໃຈເບີກບານເຂັ້ມແຂງ, ກຽມພ້ອມສືບທອດມູນເຊື້ອພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຄັ້ງນີ້, ແຂ່ງຂັນທັງໝົດ 25 ປະເພດກິລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ, ມີນັກກິລາ ຈາກ 17 ແຂວງ, 1 ນະຄອນຫລວງ ແລະ 4 ກະຊວງ ເຂົ້າຮວ່ມ ມີ ກະ ຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະ ສຸກ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ, ຊີງຫລຽນທັງໝົດ 2.598 ຫລຽນ ເຊິ່ງໄດ້ເລີ່ມການແຂ່ງຂັນບາງ ປະເພດກິລາມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫລວງວຽງຈັນ​ ​​ຄື: ກິລາລອຍນ້ຳ ແລະ ກິລາຍິງປືນ, ສ່ວນ​​​ຢູ່ແຂວງຊຽງຂວາງແມ່ນໄດ້ເລີ່ມມາແຕ່ວັນທີ 1 ທັນວາ 2022, ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກິລາ ທີ່ແຂ່ງສໍາເລັດແລ້ວ ຄື: ກິລາລອຍນໍ້າ, ແລ່ນ-ລານ, ເທຄັວນໂດ, ມວຍປໍ້າ, ຍິງທະນູ-ຍິງໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາກົນ ແລະ ໝາກແລ້.

ຂ່າວ: ທະນູທອງ

ພາບ: ຂັນໄຊ-ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top