ກົມການສຶກສາຊັ້ນສູງ ສສກ ຕີລາຄາວຽກ ຜູ້ບໍລິຫານການສຶກສາຊັ້ນສູງ ທົ່ວປະເທດ ປີ 2023

10/04/2024 18:18
Email Print 2283
ຂປລ ຂປລ. ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຜູ້ບໍລິຫານ ການສຶກສາຊັ້ນສູງທົ່ວປະເທດປະຈຳປີ 2023 ໃນວັນທີ 8 ເມສາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮັກສາການຫົວໜ້າກົມການສຶກສາຊັ້ນສູງ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ອະທິການບໍດີ-ຮອງອະທິການບໍດີ, ຫົວໜ້າສະຖາບັນ-ຮອງຫົວໜ້າສະຖາບັນ ພ້ອມດ້ວຍຜູ້ບໍລິຫານ ການສຶກສາຊັ້ນສູງ ພາກລັດ ແລະ ເອກະຊົນ



ຂປລ. ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຜູ້ບໍລິຫານ ການສຶກສາຊັ້ນສູງທົ່ວປະເທດປະຈຳປີ 2023 ໃນວັນທີ 8 ເມສາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ
, ມີຮັກສາການຫົວໜ້າກົມການສຶກສາຊັ້ນສູງ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ອະທິການບໍດີ-ຮອງອະທິການບໍດີ, ຫົວໜ້າສະຖາບັນ-ຮອງຫົວໜ້າສະຖາບັນ ພ້ອມດ້ວຍຜູ້ບໍລິຫານ ການສຶກສາຊັ້ນສູງ ພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.

ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານການສຶກສາຊັ້ນສູງ ໄດ້ມີຄຸນນະພາບຂຶ້ນເທື່ອລະກ້າວ. ພ້ອມກັນນີ້, ກົມການສຶກສາຊັ້ນສູງ ຍັງໄດ້ສືບຕໍ່ປັບປຸງ ແລະ ພັດທະນາເຄື່ອງມືທີ່ຮັບໃຊ້ໃຫ້ແກ່ ການພັດທະນາວຽກງານ ການສຶກສາຊັ້ນສູງ ໃນແຕ່ລະດ້ານຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ ໂດຍມີການກຳ ນົດບັນດາຍຸດທະສາດ ໄລຍະຍາວ 5 ປີ, ໄລຍະກາງ 3 ປີ ແລະ ກິດຈະກຳປະຈຳປີ ເຂົ້າໃນແຜນພັດທະນາຂະແໜງ ການຍ່ອຍການສຶກສາຊັ້ນສູງ ໄລຍະ 5 ປີຄັ້ງທີ IX (2021-2025) ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານແຕ່ລະດ້ານ ເຊິ່ງປີ 2023 ໄດ້ມີຜົນສຳເລັດຫລາຍດ້ານ ຄື: ດ້ານການຂະຫຍາຍໂອກາດເຂົ້າຮຽນມີ ຈຳນວນສະຖານການສຶກສາຊັ້ນສູງເພີ່ມຂຶ້ນ, ການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມ ຄວາມສະເໝີພາບບົດບາດຍິງ-ຊາຍ ຕໍ່ນັກສຶກສາໃນ 4 ມະຫາວິທະຍາໄລ ແມ່ນສາມາດປະຕິບັດໄດ້ ເກີນຄາດໝາຍທີ່ວາງໄວ້; ໄດ້ສ້າງ ແລະ ປັບປຸງຫລັກສູດ ໂດຍເນັ້ນໃສ່ການພັດທະນາຫລັກສູດ ໃນສາຍການສຶກສາຊັ້ນສູງຕາມຮູບແບບ ເອົາຜົນການສຶກສາເປັນພື້ນຖານ (Outcome Based Education), ການກໍານົດປະລິມານການຮຽນຮູ້ ແລະ ການສຶກສາຄົ້ນຄວ້າຮຽນຮູ້ດ້ວຍຕົນເອງ ແລະ ກໍານົດມາດຖານ ແລະ ເງື່ອນໄຂຂອງຄູສອນ, ນັກສຶກສາ  ແລະ ອື່ນໆ ໃຫ້ມີຄວາມຮັດກຸມ ເພື່ອການຮັບປະກັນຄຸນນະພາບ, ສາມາດເຊື່ອມໂຍງ ກັບພາກພື້ນແລະສາກົນ; ຊຸກຍູ້ ແລະ ສົ່ງເສີມໃຫ້ພະນັກງານ ແລະ ຄູສອນໄປຍົກລະດັບການສຶກສາ ແລະ ຝຶກອົບຮົມວິຊາການດ້ານຕ່າງໆ; ຊຸກຍູ້ ແລະ ສົ່ງເສີມໃຫ້ສະຖານການສຶກສາຊັ້ນສູງ ໂດຍສະເພາະມະຫາວິທະຍາໄລ 4 ແຫ່ງ ດຳເນີນການ ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ພ້ອມທັງຈັດຕັ້ງການເຜີຍ ແຜ່ຜົນການຄົ້ນຄວ້າ ແລະ ລົງວາລະສານທັງພາຍໃນ ແລະ ຕ່າງປະເທດ; ຄົ້ນຄວ້າສະເໜີການແຕ່ງຕັ້ງຕຳແໜ່ງວິຊາການຄູ ແລະ ແຕ່ງຕັ້ງຕຳແໜ່ງສາດສະດາຈານ, ຮອງສາດສະດາຈານ. ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ໃນການຈັດຕັ້ງວຽກງານຕິດຕາມ, ກວດກາ ແລະ ຮັບປະກັນຄຸນນະພາບການສຶກສາ ເພື່ອກ້າວເຂົ້າສູ່ຄຸນນະພາບ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ນອກນັ້ນ, ກໍໄດ້ມີການປັບປຸງກົງຈັກການຈັດຕັ້ງ, ສ້າງແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ, ບັນຈຸ, ແຕ່ງຕັ້ງ, ສັບຊ້ອນ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ ແລະ ຄູສອນຕາມລະບຽບການ,  ສ້າງ ແລະ ປັບປຸງນິຕິກຳ ເພື່ອຄຸ້ມຄອງວຽກງານການສຶກສາຊັ້ນສູງ ໃຫ້ມີຄຸນນະພາບເທື່ອລະກ້າວ, ສ້າງ ແລະ ປັບປຸງຖານ ຂໍ້ມູນຂ່າວສານ ເພື່ອໃຫ້ເປັນລະບົບ ແລະ ເຊື່ອມໂຍງລະຫວ່າງຂັ້ນມະຫາພາກ ແລະ ຈຸນລະພາກ ກໍຄື ມະຫາວິທະຍາໄລ 4 ແຫ່ງ ແລະ ອື່ນໆ.




ໃນກອງປະຊຸມຄັ້ງນີ້
, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການສະເໜີບັນດາເອກະສານ ແລະ ວຽກງານທີ່ສຳຄັນ ຂອງການສຶກສາຊັ້ນສູງ ຄື: ຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມ ຜູ້ບໍລິຫານການສຶກສາຊັ້ນສູງ ປະຈຳປີ 2023; ບົດສະຫລຸບການຈັດຕັ້ງປະຕິບັດ ວຽກງານການສຶກສາຊັ້ນສູງ ປະຈຳສົກປີ 2023 ແລະ ແຜນພັດທະນາວຽກງານການສຶກສາຊັ້ນສູງ ປະຈໍາ 2024; ມະຕິກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງປະຈຳປີ 2023 ແລະ ແຜນການປະຈຳປີ 2024. ພ້ອມນັ້ນ, ຍັງໄດ້ປຶກສາຫາລືສະພາບບັນຫາ ແລະ ສິ່ງທ້າທ້າຍອື່ນໆທີ່ກ່ຽວຂ້ອງ ແລະ ປິ່ນອ້ອມກ່ຽວກັບວຽກງານ ການສຶກສາຊັ້ນສູງຕື່ມອີກ.

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top