ອົງຄະນະພັກກະຊວງ ສສກ ຕີລາຄາຄືນວຽກກວດກາ ປະຈຳປີ 2023

23/04/2024 16:03
Email Print 1576
ຂປລ ຂປລ. ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023



ຂປລ. ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມວຽກງານກວດກາ ປະຈໍາປີ
2023 ໂດຍການເປັນປະທານຂອງ ສະຫາຍ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ສສກ, ສະຫາຍ ວັນຄຳ ໄຊວົງສັກ ຄະນະພັກ, ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ແລະ ສະຫາຍ ສໍາລານ ພັນຄະວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງ ສສກ, ມີຄະນະປະຈໍາພັກ, ຄະນະພັກ, ຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ, ຄະນະພັກ-ຄະນະກວດກາແຕ່ລະຂັ້ນ ແລະ ຜູ້ແທນກອງປະຊຸມ ອ້ອມຂ້າງກະຊວງ ສສກ ເຂົ້າຮ່ວມ.

ກອງປະຊຸມ ​ໄດ້ສະຫລຸບຕີລາຄາການເຄື່ອນໄຫວວຽກງານກວດກາ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ; ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ການຈັດຕັ້ງປະຕິບັດການແກ້ໄຂ ບັນຫາຢາເສບຕິດໃນສະຖານການສຶກສາ ແລະ ການຄົ້ນຄ້ວາແກ້ ໄຂຄໍາຮ້ອງ-ຄໍາສະເໜີຂອງສັງຄົມ ກ່ຽວກັບການເອົານັກສຶກສາ ໄປຮຽນຕໍ່ພາຍໃນ-ຕ່າງປະເທດ. ພ້ອມນີ້, ກໍເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈກອງປະ ຊຸມວຽກງານກວດກາ ທົ່ວປະເທດ ປະຈໍາປີ 2023, ສະຫລຸບຕີລາຄາການເຄື່ອນໄຫວ ວຽກງານກວດກາຂອງອົງຄະນະພັກກະຊວງ ສສກ ປະຈຳປີ 2023 ແລະ ທິດທາງແຜນ ການຈຸດສຸມປະຈຳປີ 2024 ຂອງຄະນະກວດກາພັກ ສສກ; ກອງປະຊຸມ ໄດ້ສະເໜີຮ່າງບົດລາຍງານຫຍໍ້ ການເຄື່ອນໄຫວວຽກງານກວດກາປະຈຳປີ 2023 ແລະ ທິດທາງແຜນການຈຸດສຸມປະຈຳປີ 2024 ຂອງຄະນະກວດ ກາພັກ ສສກ ແລະ ເຊື່ອມຊຶມບັນດາເອກະສານຂອງພັກ.



ໂອກາດນີ້
, ສະຫາຍ ພຸດ ສິມມາລາວົງ  ກໍໄດ້ໂອ້ລົມຕໍ່​ກອງ​ປະຊຸມ ໂດຍໄດ້ມອບໃຫ້ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ ນໍາພາ-ຊີ້ນໍາຄະນະກວດກາພັກ, ຜູ້ກວດກາໜ່ວຍພັກ ກໍານົດເປັນ ແຜນການສະເພາະໃນການເຄື່ອນໄຫວກວດກາພັກ ໃນຂັ້ນຂອງຕົນ ຢ່າງໜ້ອຍໃຫ້ສໍາເລັດ 1 ຄັ້ງ/ປີ ນັບແຕ່ປີ 2024 ເປັນຕົ້ນໄປ. ສໍາລັບຂະບວນການ ແລະ ຂັ້ນຕອນຕ່າງໆໃຫ້ສົມທົບກັບຄະນະ ກວດກາພັກກະຊວງ ແລະ ມອບໃຫ້ຄະນະກວດກາພັກກະຊວງ ຕິດຕາມ, ຊຸກຍູ້ ແລະ ເກັບກໍາຂໍ້ມູນບັນດາຮາກຖານພັກ ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວກວດກາພັກ ໃຫ້ຖືເປັນເງື່ອນໄຂໜຶ່ງໃນການ ພິຈາລະນາຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນແຕ່ລະປີ ແລະ ສະເໜີ ໃຫ້ ບັນດາສະຫາຍຄົ້ນຄວ້າກໍາແໜ້ນ, ປັບປຸງເນື້ອໃນ, ປັບປຸງແບບແຜນວິທີ ເຮັດວຽກໃນການກວດ ກາຄືນໃຫ້ສອດຄ່ອງຕາມ ຂັ້ນຕອນຂອງລະບຽບກົດໝາຍ ແລະ ສຸມໃສ່ແກ້ໄຂບັນຫາຕົວຈິງ; ເອົາໃຈໃສ່ເລັ່ງລັດແກ້ໄຂສະພາບການດໍາເນີນການກວດກາຊັກຊ້າ ແລະ ຄຸມເຄືອ, ການຊີ້ນໍາແກ້ໄຂຜົນການກວດ ກາຕໍ່ເປົ້າໝາຍກະທໍາຜິດ ມີລັກສະນະແກ່ຍາວ ຫລື ຂາດຜູ້ຮັບຜິດຊອບ ແກ້ໄຂທີ່ຈະແຈ້ງເດັດຂາດ.

ສະຫາຍ ພຸດ ສິມມາລາວົງ ຍັງໄດ້ເນັ້ນອີກວ່າ: ສຳລັບ ບັນຫາທີ່ຈະຕ້ອງຮີບຮ້ອນແກ້ໄຂ ຄືການແກ້ໄຂສະພາບການກວດກາ, ການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຊັກຊ້າ-ແກ່ຍາວ ແລະ ຄຸມເຄືອ; ການແກ້ໄຂຜົນການກວດກາທີີ່ສັງຄົມກໍາລັງໃຫ້ຄວາມສົນໃຈ ໃນໄລຍະຜ່ານມາແມ່ນ ໄດ້ປະຕິບັດຕິດພັນກັບການ ເກັບກູ້ຊັບສິນທີ່ເສຍຫາຍຕໍ່ຜູ້ກະທໍາຜິດ ແລະ ອື່ນໆ, ແຕ່ຍັງບໍ່ທັນເປັນຮູບປະທໍາ, ຂະບວນການ ແລະ ວິທີການຍັງບໍ່ທັນຊັດເຈນ ຊຶ່ງຈະຕ້ອງໄດ້ບຸກບືນສູ້ຊົນໃນຕໍ່ໜ້າ; ນິຕິກຳ ແລະ ເຄື່ອງມືຕ່າງໆ ທີ່ຮັບໃຊ້ວຽກງານ ຕິດຕາມກວດກາ ແລະ ປະເມີນຜົນຍັງບໍ່ທັນຮັດກຸມ ແລະ ບໍ່ທັນຄົບຖ້ວນ; ການຄົ້ນຄ້ວາ, ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກໍາຕ່າງໆ ຍັງບໍ່ທັນເລິກເຊິ່ງ, ກ້ວາງຂວາງ ແລະ ການ ຈັດຕັ້ງປະຕິບັດຍັງບໍ່ທັນໄດ້ ຮັບປະສິດທິຜົນສູງ ເທົ່າທີ່ຄວນ; ປັບປຸງຄະນະກວດກາ, ຍົກລະດັບຄວາມສາ ມາດຄວາມຮັບຜິດຊອບຂອງພະນັກງານກວດກາ ແລະ ສະໜອງສິ່ງອໍານວຍຄວາມສະດວກຕ່າງໆໃຫ້ພຽງພໍ.

ຂ່າວ: ສົມຫວັງ

ຂໍ້ມູນ: ໜັງສືພິມສຶກສາ-ກິລາ
KPL

ຂ່າວອື່ນໆ

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

    • ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024ສຶກສາ-ກິລາ

      ຄອລ ສະຫລຸບຜົນງານການເຄື່ອນໄຫວວຽກງານ ປີ 2024

      1/22/2025 4:01:41 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການ ໂອແລັມປິກແຫ່ງຊາດລາວ (ຄອລ) ຈັດປະຊຸມສະຫລຸບຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານ ຄອລ, ມີຄະນະບໍລິຫານງານ ຄອລ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກສຶກສາ-ກິລາ

      ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບເຄື່ອງຊ່ວຍເຫລືອໃຫ້ ກະຊວງ ສສກ

      1/22/2025 3:56:00 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ມອບອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມ ທີ່ໄດ້ຈາກການລະດົມຂອງ 6 ພາກສ່ວນຈາກ ສປ ຈີນ ໃຫ້ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ລວມມູນຄ່າ 90 ລ້ານກວ່າກີບ ເພື່ອນໍາໄປມອບຕໍ່ໃຫ້ບັນດາ ສະຖານການສຶກສາ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ບັນດາໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ແລະ ພາກສ່ວນທີ່ຖືກຜົນກະທົບ ໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ

    • ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ ສຶກສາ-ກິລາ

      ຢູນິເທວ ມອບທຶນຊ່ວຍເຫລືອ ແລະ ອຸປະກອນການສຶກສາ ໃຫ້ໂຮງຮຽນ ມຕ ມູຈີ່ຫ້ວຍສານ

      1/14/2025 4:42:27 PM

      ຂປລ. ບໍລິສັດ ສະຕາໂທລະຄົມ (ຢູນິເທວ) ໄດ້ມອບທຶນໃນການຊ່ວຍເຫລືອ ໂຮງຮຽນ ມຕ ມູຈີ່ຫ້ວຍສານ ເມືອງບຸນໃຕ້ ແຂວງຜົ້ງສາລີ ຫລາຍກວ່າ 170 ລ້ານກີບ ພາຍໃຕ້ໂຄງການ “ໃຫ້ດ້ວຍຄວາມຮັກ ຮັບດ້ວຍຄວາມສຸກ” ເພື່ອສ້ອມແປງໂຮງຮຽນ, ຊ່ວຍເຫລືອການນຳເອົາ ນໍ້າສະອາດເຂົ້າໂຮງຮຽນ, ຊື້ດອກໄຟໂຊລ່າເຊວ ເພື່ອຕິດຕັ້ງໃຫ້ຫໍພັກນັກຮຽນ ພ້ອມທັງອຸປະກອນການສຶກສາຕ່າງໆ ລວມທັງເຄື່ອງນຸ່ງຫົ່ມທັງໃໝ່-ເກົ່າ ໃຫ້ນ້ອງນັກຮຽນ ແລະ ປະຊາຊົນທີ່ຂາດແຄນໃນໄລຍະທີ່ອາກາດໜາວ ຢູ່ບ້ານຈີ່ຫ້ວຍສານ, ບ້ານນ້ຳຂຸ້ນ ແລະ ບ້ານນາມາກ.

ads
ads

Top