ວັນສັບປະດາໜັງສືໂລກ ສຸມໃສ່ເດັກນ້ອຍທີ່ມີຄວາມບົກພ່ອງທາງການໄດ້ຍິນ, ຈຸດປະກາຍແສງສະຫວ່າງແຫ່ງ ຄວາມຮູ້ ແລະ ສິລະປະ

24/04/2024 12:45
Email Print 590
ຂປລ ຂປລ. ໃນໂອກາດສະເຫລີມສະຫລອງ ວັນສັບປະດາໜັງສືໂລກ 23 ເມສາ ຄັ້ງທີ 29 ນີ້, ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຂອງຈີນ ໄດ້ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້: “ແສງສະຫວ່າງແຫ່ງຄວາມຫວັງ” ຢູ່ປະເທດລາວ, ໂດຍຮ່ວມກັບທີມອາສາ ສະໝັກທ້ອງຖິ່ນໃນປະເທດລາວ ແລະ ລັດວິສາຫະກິດໄຟຟ້າລາວ ມອບປື້ມ ແລະ ອຸປະກອນແຕ້ມຮູບສໍາລັບເດັກນ້ອຍ




ຂປລ. ໃນໂອກາດສະເຫລີມສະຫລອງ ວັນສັບປະດາໜັງສືໂລກ
23 ເມສາ ຄັ້ງທີ 29 ນີ້, ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຂອງຈີນ ໄດ້ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້: ແສງສະຫວ່າງແຫ່ງຄວາມຫວັງຢູ່ປະເທດລາວ, ໂດຍຮ່ວມກັບທີມອາສາ ສະໝັກທ້ອງຖິ່ນໃນປະເທດລາວ ແລະ ລັດວິສາຫະກິດໄຟຟ້າລາວ ມອບປື້ມ ແລະ ອຸປະກອນແຕ້ມຮູບສໍາລັບເດັກນ້ອຍ ໃຫ້ແກ່ນັກຮຽນຢູ່ໂຮງຮຽນ ຜູ້ພິການທາງການ ໄດ້ຍິນ 2 ແຫ່ງໃນປະເທດລາວ. ນອກນີ້, ຍັງໄດ້ດຳເນີນກິດຈະກໍາຮ່ວມ ເປັນຕົ້ນ ການເປີດຫ້ອງຮຽນສົ່ງເສີມການອ່ານ, ຫ້ອງຮຽນແຕ້ມຮູບຕາມ ຮູບ ແລະ ອື່ນໆ.




ໜັງສືທີ່ນໍາມາບໍລິຈາກໃນຄັ້ງນີ້
, ແມ່ນກວມຢູ່ໃນຂົງເຂດວິທະຍາສາດ, ວັນນະຄະດີ, ສິລະປະ ແລະ ອື່ນໆ ເຊິ່ງກິດຈະກໍາຄັ້ງນີ້ແມ່ນນໍາໃຊ້ປື້ມ ແລະ ອຸປະກອນສິລະປະເປັນສື່ກາງ ເພື່ອການຮຽນຮູ້ ແລະ ການເຕີບໃຫຍ່ຂອງ ເດັກນ້ອຍ ແລະ ກະຕຸ້ນ ໃຫ້ພວກເຂົາມີຄວາມຮັບຮູ້ກ່ຽວກັບໂລກ ແລະ ຂະຫຍາຍມຸມມອງໃນການເບິ່ງໂລກ ພາຍໃຕ້ມະຫາສະໝຸດແຫ່ງຄວາມຮູ້ ແລະ ສິລະປະ.

ຜູ້ຮັບຜິດຊອບຂອງ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ໄດ້ໃຫ້ຮູ້ວ່າ: ກິດຈະກຳ ການກຸສົນດ້ວຍຫົວຂໍ້: ແສງສະຫວ່າງ ແຫ່ງຄວາມຫວັງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2023 ເປັນຕົ້ນມາ ໂດຍຈັດຢູ່ໃນ ປະເທດລາວແລ້ວ 5 ຄັ້ງ ແລະ ຈັດຢູ່ກໍາປູເຈຍ 1 ຄັ້ງ. ໃນນັ້ນ, ໄດ້ມີການຮ່ວມມືຢ່າງສະໜິດແໜ້ນກັບສູນການສຶກສາ ມືແຫ່ງຄວາມ ຫວັງເພື່ອໃຫ້ເດັກນ້ອຍຂອງສູນການສຶກສາ ມີສິດທິເຂົ້າເຖິງ ຄວາມຮູ້, ກ້າສະແດງອອກ ແລະ ຮັບຮູ້ເຖິງຄວາມງົດງາມໄດ້ຢ່າງເທົ່າທຽມ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຮ່ວມກັບຄູ່ຮ່ວມມືໃນປະເທດລາວ ໄດ້ຄັດເລືອກ ແລະ ບໍລິຈາກໜັງສື ແລະ ອຸປະກອນສິລະປະ ຢ່າງຫລາກຫລາຍ ທີ່ເໝາະສົມສໍາລັບເດັກນ້ອຍ ທີ່ມີຄວາມບົກພ່ອງທາງ ການໄດ້ຍິນ ເຊິ່ງປະກອບມີ: ປື້ມຮູບພາບສໍາລັບເດັກສະບັບພາສາລາວ, ອຸປະກອນການ ແຕ້ມຮູບ ແລະ ອື່ນໆ ທີ່ເນັ້ນໃສ່ຕອບສະໜອງ ຄວາມຕ້ອງການດ້ານການອ່ານ, ການຮຽນຮູ້, ການສ້າງສັນ ແລະ ດ້ານອື່ນໆ.




ທ່ານ ໂສພາພອນ ເຮືອງລິດ ອໍານວຍການສູນການສຶກສາ ມືແຫ່ງຄວາມຫວັງ ໄດ້ກ່າວວ່າ: ເດັກນ້ອຍທຸກຄົນ
, ບໍ່ວ່າຈະມີຄວາມບົກພ່ອງທາງການໄດ້ຍິນ ຫລື ບໍ່ ກໍລ້ວນແລ້ວແຕ່ມີສິດທີ່ ຈະໄດ້ຮັບຄວາມ ເພີດເພີນກັບການອ່ານ, ສໍາພັດໄດ້ການຫລໍ່ຫລອມດ້ານສິລະປະ. ວຽກງານການກຸສົນທັງໝົດ ພາຍໃຕ້ຫົວຂໍ້ ແສງສະຫວ່າງແຫ່ງຄວາມ ຫວັງ ຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຂອງຈີນ ໄດ້ສ້າງຄວາມເປັນ ໄປໄດ້ຫລາຍຂຶ້ນ ໃຫ້ກັບເດັກນ້ອຍໃນໂຮງຮຽນ ແລະ ຍັງເປັນຂົວທີ່ເຊື່ອມຕໍ່ລະຫວ່າງຄວາມຮູ້ ແລະ ສິລະປະ, ເຊິ່ງຊ່ວຍໃຫ້ພວກເຂົາໄດ້ຊຶມຊັບ ພະລັງຄວາມຮູ້ໃນເວລາທີ່ໄດ້ອ່ານ, ມີຄວາມຄິດສ້າງສັນ ໃນເວລາທີ່ໄດ້ແຕ້ມຮູບ ແລະ ຊ່ວຍສ້າງຄວາມໝັ້ນໃຈໃນຕົນເອງ ເພື່ອປັບຕົວເຂົ້າກັບສັງຄົມໄດ້ດີຍິ່ງຂຶ້ນ.

ໂດຍຜ່ານການດໍາເນີນກິດຈະກໍາການກຸສົນ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ກໍໄດ້ຮັດແໜ້ນ​ການພົວພັນຮ່ວມມືກັບຝ່າຍຕ່າງໆ ຂອງລາວຢ່າງເລິກເຊິ່ງ. ໃນຕໍ່ໜ້າ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ​ຈະສືບຕໍ່ດຳເນີນວຽກງານການກຸສົນ "ແສງສະຫວ່າງແຫ່ງຄວາມຫວັງ" ​ເພື່ອຮັບໃຊ້ຊີວິດການເປັນຢູ່ ຂອງ​ປະຊາຊົນຢູ່ໃນສັງຄົມລາວ, ຊຸກຍູ້ການພັດທະນາການສຶກສາ, ເປັນກໍາລັງແຮງໜຶ່ງປະກອບສ່ວນ ໃຫ້ແກ່​ວຽກງານສະຫວັດດີການສັງຄົມ, ຊ່ວຍເຫລືອການພັດທະນາ ແບບປະສົມປະສານ ຂອງເດັກນ້ອຍທີ່ມີ ຄວາມບົກພ່ອງທາງການໄດ້ຍິນ​ ແລະ​ ປະກອບສ່ວນສ້າງພື້ນຖານ ໃໝ່ໃນ​ການແລກປ່ຽນ ຂອງສັງຄົມ ມະນຸດລະຫວ່າງ ຈີນ-ລາວ.
KPL

ຂ່າວອື່ນໆ

ads
ads

Top