ອອປສ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສໍາຄັນ

08/12/2022 16:25
Email Print 1177
ຂປລ ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ ຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ວັນຄ້າຍ ວັນເກີດປະທານ ໄກສອນ ພົມວິຫານ ຄົບ ຮອບ 102 ປີ

ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດປາຖະກະຖາເລົ່າມູນເຊື້ອ 2 ວັນປະຫວັດສາດ ຂອງຊາດຄື: ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ວັນຄ້າຍ ວັນເກີດປະທານ ໄກສອນ ພົມວິຫານ ຄົບ ຮອບ 102 ປີ (13 ທັນວາ 1920 -13 ທັນວາ 2022) ໂດຍການປາຖະກະຖາຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍ ຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ, ຄະນະໜ່ວຍພັກ,​ ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ແລະ ຄະນະພະແນກຂອງອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ.

 

ໂອກາດ​ນີ້, ສະຫາຍຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ເນັ້ນເຖິງຄວາມໝາຍ ຄວາມສໍາຄັນ ຂອງ 2 ວັນສໍາຄັນດັ່ງກ່າວ ເພື່ອສຶກສາອົບຮົມແນວຄິດ ສາມະຊິກພັກ-ພະນັກງານ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບ ວັນປະຫວັດສາດ ແລະ ຄວາມເປັນມາຂອງຊາດລາວເຮົາ​ ໂດຍທ່ານໄດ້ຍົກໃຫ້ເຫັນ ຄວາມເອກອ້າງທະນົງໃຈ ຕໍ່ຜົນສໍາເລັດໜາກຜົນ ຂອງການປະຕິວັດລາວໃນມູນ ເຊື້ອອັນສະຫງ່າອົງອາດ ກ້າຫານແຫ່ງການຕໍ່ສູ້ ຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາ-ຊີ້ນໍາ ອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີ ການຕໍ່ສູ້ຢ່າງພິລະອາດຫານ ການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍ ປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນວັນແຫ່ງໄຊຊະນະອັນຍິ່ງໃຫ່ຍ ໃນປະຫວັດສາດ ແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.

 ໂອກາດດຽວກັນ, ທ່ານໄດ້ເລົ່າເຖິງປະຫວັດຫຍໍ້ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາອັນເປັນທີ່ເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ, ຜູ້ເປັນວິລະບຸລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ, ເປັນນັກປຸກລະດົມຂົນ ຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງ ຄວາມສາມັກຄີພາຍໃນພັກ ແລະ ຊາດ,​ ເປັນການຮໍ່າຮຽນເອົາ ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດຕົວຈິງ ແລະ ອຸດົມຄະຕິປະຕິວັດ ເປັນການສຶກສາອົບຮົມ ໃຫ້ສະມາຊິກພັກ-ພະນັກງານທຸກສະຫາຍ ໄດ້ເສີມຂະຫຍາຍມູນເຊື້ອ ຕໍ່ສູ້ອັນອົງອາດກ້າຫານ ແລະ ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນໍາພາ ຂອງປະຊາຊົນປະຕິວັດ ໃນການເພີ່ມທະວີ ຄວາມຮັບຜິດຊອບ ແລະ ເປັນເຈົ້າການຖັນແຖວ,​ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ແລະ ເປັນແບບຢ່າງປະຕິບັດ ແນວທາງຕ່າງປະເທດ ຢ່າງຖືກຕ້ອງເຮັດໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີບົດບາດ ໃນເວທີສາກົນ ເພື່ອນໍາພາປະເທດຊາດ ກ້າວຂື້ນສູ່ສັງຄົມນິຍົມເທື່ອລະກ້າວ.

KPL

ຂ່າວອື່ນໆ

ads
ads

Top