ຂປລ
*ເມືອງວັງວຽງ ຈະກາຍເປັນ ສະຫວັນເທິງດິນແທ້ ຫລື ບໍ່? ທ່າມ ກາງສະພາບແວດລ້ອມພວມເອື້ອອໍານວຍ ຄວາມ ສະດວກ ຮອບດ້ານ ບໍ່ວ່າຈະເປັນແຫລ່ງທ່ອງທ່ຽວທໍາ ມະຊາດອັນອຸດົມສົມບູນ ເປັນເອກະລັກສະເພາະ ແຕກຕ່າງຈາກເຂດອື່ນໆ ໃນ ສປປ ລາວ; ມີເສັ້ນທາງລົດໄຟ ລາວ- ຈີນແລ່ນຜ່ານ; ທາງດ່ວນວັງວຽງ-ນະຄອນຫລວງ ເຊື່ອມຈອດເຂົ້າຫາກັນເມືອງເອກ ສປປ ລາວ ແລ້ວກາຍເປັນຈຸດເຊື່ອມຕໍ່ ກັບປະເທດໃກ້ຄຽງ, ເມືອງມໍລະດົກຫລວງພະບາງ, ລະບຽງເສດຖະກິດເໜືອ-ໃຕ້ ແລະ ອື່ນໆ.
*ເມືອງວັງວຽງ ຈະກາຍເປັນ ສະຫວັນເທິງດິນແທ້ ຫລື ບໍ່? ທ່າມ ກາງສະພາບແວດລ້ອມພວມເອື້ອອໍານວຍ ຄວາມສະດວກຮອບດ້ານ ບໍ່ວ່າຈະເປັນແຫລ່ງທ່ອງທ່ຽວທໍາ ມະຊາດອັນອຸດົມສົມບູນ ເປັນເອກະລັກສະເພາະ ແຕກຕ່າງຈາກເຂດອື່ນໆ ໃນ ສປປ ລາວ; ມີເສັ້ນທາງລົດໄຟ ລາວ- ຈີນແລ່ນຜ່ານ; ທາງດ່ວນວັງວຽງ-ນະຄອນຫລວງ ເຊື່ອມຈອດເຂົ້າຫາກັນເມືອງເອກ ສປປ ລາວ ແລ້ວກາຍເປັນຈຸດເຊື່ອມຕໍ່ ກັບປະເທດໃກ້ຄຽງ, ເມືອງມໍລະດົກຫລວງພະບາງ, ລະບຽງເສດຖະກິດເໜືອ-ໃຕ້ ແລະ ອື່ນໆ, ເມືອງວັງວຽງທີ່ໜ້າປະທັບໃຈ ສໍາລັບນັກທ່ອງທ່ຽວຄື: ສາຍນໍ້າຊອງ, ພູຫີນ ປູນ ຕັ້ງລຽນລາຍຍາວຢຽດ, ແຫລ່ງນໍ້າມໍລະກົດ ໄຫລອອກຈາກຖໍ້າ, ຈຸດຊົມຜາໜາມໄຊ, ຕໍານານຖໍ້າຕ່າງໆ, ສວນໝາກກ້ຽງ, ສວນໝາກຖົ່ວລຽນ, ສະຖານບັນເທີງ, ຕະຫລາດກາງຄືນ, ຕະຫລາດເຊົ້າຂາຍຂອງທ້ອງຖິ່ນ, ວິຖີຊີວິດຊາວບ້ານແບບດັ້ງເດີມ ນອກຈາກນັ້ນ ສິ່ງເປັນເອກະລັກ ແລະ ພົ້ນ ເດັ່ນທີ່ສຸດຕ່າງຈຸດອື່ນໆ ໃນປະເທດລາວ ຄື: ເມື່ອນັກທ່ອງທ່ຽວໄດ້ເຂົ້າ ມາເມືອວັງວຽງແລ້ວ ຈະໄດ້ສໍາຜັດບັນຍາກາດທໍາມະຊາດ, ກັບຄົນທ້ອງຖິ່ນແບບເປັນກັນເອງ; ຄວາມງຽບສະຫງົບ ທີ່ເຊື່ອງໄວ້ຄວາມບັນເທີງ ແລະ ແບ່ງປັນແລກປ່ຽນ ວັດທະນະທໍາລະຫວ່າງ ອາຊີ-ເອີຣົບ ແລະ ອື່ນໆ.
ນາງ ບີ້ ຜູ້ປະກອບການຮ້ານອາຫານ ແລະ ໂຮງແຮມແຫ່ງໜຶ່ງ ຢູ່ເມືອງວັງວຽງ ເລົ່າສູ່ຟັງວ່າ “ຊີວິດຂອງຂ້ອຍເອງ ເໝືອນຕາຍແລ້ວເກີດໃໝ່ ພາຍຫລັງລັດຖະບານ ປະກາດເປີດປະເທດ ແຕ່ຕົ້ນປີ 2022 ປັດຈຸບັນມີນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງວັງວຽງ ຢ່າງໜາແໜ້ນ”. ທຸກໆມື້ໂຮງແຮມ ຂອງຕົນເອງ ມີນັກທ່ອງທ່ຽວ ເຂົ້າຈັບຈ່ອງເກືອບເຕັມ ແລະ ອາຫານການກິນກໍຂາຍ ໄດ້ແຕ່ສ່ວນໃຫຍ່ແມ່ນນັກທ່ອງທ່ຽວເກືອບ 80%, ເອີຣົບ-ອາເມລິກາ 15% ແລະ ສ່ວນທີ່ເຫລືອແມ່ນນັກທ່ອງທ່ຽວ ຈາກເກົາຫລີ, ຍີ່ປຸ່ນ, ຈີນ ແລະ ອື່ນໆ. ແນວໃດກໍດີ ຖ້າຈີນເປີດປະເທດ ຍິ່ງຈະເຮັດໃຫ້ນັກ ທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫລາຍ ເພາະຊາຍແດນ ລາວ-ຈີນ ຫ່າງຈາກເມືອງວັງວຽງ ພຽງ 300 ກິໂລແມັດ ແລະ ເຂົາເຈົ້າສາມາດນັ່ງລົດໄຟ ມາບໍ່ເຖິງ 3 ຊົ່ວໂມງ ແລະ ຫລ້າສຸດລັດຖະບານລາວ ໄດ້ຮ່ວມມືກັບນັກລົງທຶນ ຕ່າງປະເທດພັດທະນາ ແລະ ສ້າງກະຕ່າໄຟຟ້າລອຍຟ້າແຫ່ງ ທໍາອິດ ໃນ ສປປ ລາວ ພາຍຫລັງກະຊວງແຜນການ ແລະ ການລົງທຶນ ຮ່ວມກັບບໍລິສັດ H&B ແລະ ບໍລິສັດ STO Laoໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈສຶກສາຄວາມເປັນໄປໄດ້ ໃນການສ້າງກະຕ່າລອຍຟ້າ ໃນວັນທີ 28 ພະຈິກ 2022 ທີ່ຜ່ານມາ.
ກະຕ່າລອຍຟ້າດັ່ງກ່າວ ຈະຕັ້ງຢູ່ ເມືອງວັງວຽງ ແຂວງວຽງຈັນ ໂດຍຈະມີການສຶກສາຄວາມເປັນໄປໄດ້ ຂອງກະຕ່າລອຍຟ້າ ແລະ ກິດຈະກໍາປິ່ນອ້ອມ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ຄວາມງົດງາມ ຂອງເມືອງວັງວຽງ ໃຫ້ຫລາຍຂຶ້ນ.
ທ່ານ ຄຳເມັ່ງ ພິມມະແສງ ປະ ທານ ບໍລິສັດ ເຄເອັມຟາມ ຈຳກັດ ຜູ້ດຽວ ໄດ້ເຄີຍລາຍງານວ່າ: ຈະລົງທຶນໂຄງການພັດທະນາ ແຫລ່ງທ່ອງທ່ຽວ ແບບທໍາມະຊາດ ແລະ ບໍລິການກະຕ່າໄຟຟ້າ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ ແລະ ຜ່ານມາກໍ່ໄດ້ ມີການເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ເຄເອັມຟາມ ຈຳກັດຜູ້ດຽວ ເພື່ອພັດທະນາແຫລ່ງທ່ອງທ່ຽວ ແບບທຳມະຊາດ ແລະ ບໍລິການກະຕ່າໄຟຟ້າ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 21 ສິງຫາ 2018 ທີ່ກະຊວງແຜນການ ແລະ ການລົງທຶນ, ຄາດວ່າຈະມີ ການລົງທຶນເບື້ອງຕົ້ນ 150 ລ້ານໂດລາ ເຊິ່ງຈະນໍາໃຊ້ເນື້ອທີ່ ສຶກສາ-ສຳຫລວດ 251 ເຮັກຕາ. ການພັດທະນາໂຄງການດັ່ງກ່າວ ແມ່ນຈະເປັນການພັດທະນາ ແບບການປະສົມປະສານກັນ ລະຫວ່າງ ທຳມະຊາດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໂດຍການນຳໃຊ້ວັດຖຸອຸປະກອນ, ເຄື່ອງມືທີ່ ທັນສະໄໝ, ໄດ້ມາດຕະຖານ ແລະ ມີຄວາມປອດໄພສູງ ເນັ້ນໃສ່ການພັດທະນາການທ່ອງທ່ຽວ ແບບທຳມະຊາດ, ວັດທະນະທຳ ໂດຍຖືເອົາການພັດທະນາ ແບບຍືນຍົງ ແລະ ສີຂຽວ ເປັນມິດຕໍ່ສິ່ງແວດລ້ອມ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL