ເປີດນຳໃຊ້ ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດ ຢູ່ລາວ

06/12/2022 16:54
Email Print 527
ຂປລ ຂປລ. ພິທີເປີດນຳໃຊ້ ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2022 ທີ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

   ຂປລ. ພິທີເປີດນຳໃຊ້ ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດໃນການປະຕິບັດພັນທະສາກົນຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2022 ທີ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ທັງນີ້, ກໍເພື່ອການສະແດງເຖິງຄວາມຮູ້ບຸນຄຸນ ແລະ ລໍ້າລຶກເຖິງບັນ ດານັກບິນທະຫານດັ່ງກ່າວ, ພ້ອມທັງສະແດງໃຫ້ເຫັນເຖິງສັນຍາລັກ ແຫ່ງຄວາມສາມັກຄີຮ່ວມສໍາພັນ ລະ ຫວ່າງ ປະຊາຊົນສອງຊາດ ລາວ-ຣັດເຊຍ. ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາສປປ ລາວ ພ້ອມດ້ວຍພະ ນັກງານກ່ຽວຂ້ອງສອງຝ່າຍ.
  
ໃນໂອກາດນີ້
, ສະຫາຍ ວະລາດີເມຍ ກາລີນິນ ໄດ້ກ່າວ່າ: ອະນຸສາວະລີແຫ່ງນີ້ ຈະກາຍເປັນສັນ ຍາລັກຂອງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອລະຫວ່າງ ສອງປະເທດ, ເປັນຫລັກໝັ້ນ ເຊິ່ງກັນ ແລະ ກັນ ໃນການເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມປາຖະໜາຂອງປະຊາ ຊົນ ຣັດເຊຍ ແລະ ລາວ ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນອາຊີ-ປາຊີຟິກ. ນອກຈາກນີ້ ສະຖານທີ່ດັ່ງກ່າວ ຍັງເປັນການລະນຶກເຖິງຜົນງານຂອງວິລະຊົນ ທີ່ເສຍຊີວິດໃນປະເທດລາວ ເຊິ່ງເປັນຕົວຢ່າງແຫ່ງຄວາມກ້າຫານ ແລະ ຄວາມຢືດຢຸ່ນ ສໍາລັບທຸກຄົນ. ພ້ອມທັງເຊື່ອ​ໝັ້ນ​ວ່າ​ ມັນ​ຈະ​ຄົງ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ ແລະ ຈະປະ ກອບສ່ວນເຂົ້າໃນ ການພັດທະນາ ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຣັດ​ເຊຍ ແລະ ລາວ ຕື່ມ​ອີກ.
   ໂອກາດດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ອະນຸສາວະລີນັກບິນທະຫານ ອະດີດສະຫະພາບໂຊວຽດ ທີ່ເສຍຊີວິດຢູ່ ສປປ ລາວ ເປັນສັນຍາລັກ
, ນໍ້າໃຈໄມຕີຈິດມິດຕະພາບ, ຄວາມເຄົາລົບຮັກຂອງລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ນັກບິນທະຫານອາດີດສະຫະພາບໂຊວຽດ   ທີເສຍສະຫລະຊີວິດໃນການປະຕິບັດພັນທະສາກົນ. ລັດຖະບານແຫ່ງ ສປປ ລາວ ພ້ອມດ້ວຍປວງຊົນລາວທັງຊາດ ມີຄວາມພາກພູມໃຈ ແລະ ປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມ ທີ່ມີມາແຕ່ຍາວນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານນັບມື້ຫລາຍຂຶ້ນ ເປັນຕົ້ນແມ່ນ ໃນ​ໄລ ຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ. ສປປ ລາວ ​ແລະ ສ ຣັດ​ເຊຍ ໄດ້​ສືບຕໍ່​ພົວພັນ​ຮ່ວມ​ມື​ກັນ​​ເລິກ​ເຊິ່ງຍິ່ງ​ຂຶ້ນ, ສ ລັດ​ເຊຍ​ ໄດ້​ເພີ່ມ​ທະວີ​ການ​ສະໜັບສະໜູນ​ຊ່ວຍ​ເຫລືອ ສປປ ລາວ ​ໃນ​ທຸກ​ດ້ານ: ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ສຶກສາ, ສາທາ​ລະນະ​ສຸກ, ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ; ອັນ​ພົ້ນ​​ເດັ່ນ​ແມ່ນ​ໄດ້​ສ້າງ​ຊັບພະຍາກອນ​ມະນຸດ, ສ້າງ​ພື້ນຖານ​ໂຄງ​ລ່າງ​ວັດຖຸ​ເຕັກນິກ​ໃຫ້​ແກ່ ສປປ ລາວ. ບັນດາ​ກິດຈະກຳ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ ​ມັນ​​ໄດ້​ກາຍ​ເປັນ​ສັນຍາ​ລັກ ການ​ຊ່ວຍ​ເຫລືອ​ຂອງ ສ ຣັດ​ເຊຍ ຕໍ່ ສປປ ລາວ. ​
    
ສະເພາະກອງທັບປະຊາຊົນລາວ ແລະ ກອງທັບ ສະຫະພັນຣັດເຊຍ ໄດ້ມີການພົວພັນສະໜິດແໜ້ນນຳກັນນັບແຕ່ດົນນານ
, ປັດຈຸບັນ ການພົວພັນຂອງທັງສອງກອງທັບລາວ ແລະ ຣັດເຊຍ ຍິ່ງໄດ້ກ້າວສູ່ລວງເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ໄລຍະທີ່ຜ່ານມາ ນອກຈາກການຮ່ວມມືທາງດ້ານການແລກ ປ່ຽນຄະນະຜູ້ແທນນຳກັນເປັນປະຈໍາແລ້ວ ກໍຍັງໄດ້ມີການພົວພັນທາງດ້ານການກໍ່ສ້າງບຸກຄະລະກອນ, ການຊ້ອມຮົບຮ່ວມກັນ, ການຊ່ວຍເຫລືອດ້ານເຕັກນິກການທະຫານ, ການຊ່ວຍເຫລືອດ້ານມະນຸດສະທຳ ແລະ ການສະໜອງອຸປະກອນເຕັກນິກການທະຫານ. ສອງກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ໄດ້ມີສັນຍາຮ່ວມກັນຫລາຍລະດັບ ທັງຂັ້ນລັດຖະບານ, ຂັ້ນກະຊວງປ້ອງກັນປະເທດດ້ວຍກັນ, ທັງນີ້ກໍເພື່ອແນໃສ່ຮັດແໜ້ນຄວາມສາມັກຄີຊ່ວຍເຫລືອກັນ ລະຫວ່າງສອງລັດຖະບານ, ສອງກະຊວງປ້ອງກັນປະເທດລາວ-ຣັດເຊຍ, ເປັນການຍົກລະດັບຄວາມສາມາດຂອງກອງທັບປະຊາຊົນລາວ ໃນການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.

ຂ່າວ: ກິດຕາ

ພາບ: ຄຕພ

KPL

ຂ່າວອື່ນໆ

ads
ads

Top