ບໍລິສັດໄອແຄ ປະກອບສ່ວນສ້າງວຽກ ເຮັດງານທຳ ໃຫ້ປະຊາຊົນ 700 ກວ່າຄົນ

25/04/2024 13:16
Email Print 272
ຂປລ ຂປລ. ບໍລິສັດໄອແຄ ບໍລິການຈຳກັດ ເປັນບໍລິສັດໃຫ້ບໍລິການແມ່ບ້ານ, ເອື້ອຍລ້ຽງເດັກ ແລະ ຜະລິດນ້ຳຢາຖູພື້ນ, ນ້ຳຢາລ້າງຈານ (ຊັນໄລ) ເຊິ່ງເປັນຜະລິດຕະພັນຂອງຄົນລາວ 100% ສາມາດສ້າງວຽກເຮັດງານທຳ ໃຫ້ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 700 ກວ່າຄົນ ແລະ ຍັງມີຄວາມຕ້ອງການແຮງງານ ເພີ່ມຕື່ມ ເປັນຈຳນວນຫລາຍ.


ຂປລ. ບໍລິສັດໄອແຄ ບໍລິການຈຳກັດ ເປັນບໍລິສັດໃຫ້ບໍລິການແມ່ບ້ານ
, ເອື້ອຍລ້ຽງເດັກ ແລະ ຜະລິດນ້ຳຢາຖູພື້ນ, ນ້ຳຢາລ້າງຈານ (ຊັນໄລ) ເຊິ່ງເປັນຜະລິດຕະພັນຂອງຄົນລາວ 100% ສາມາດສ້າງວຽກເຮັດງານທຳ ໃຫ້ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 700 ກວ່າຄົນ ແລະ ຍັງມີຄວາມຕ້ອງການແຮງງານ ເພີ່ມຕື່ມ ເປັນຈຳນວນຫລາຍ.

ທ່ານນາງ ສົນ ດວງເພັດ ຄະນະບໍລິຫານຝ່າຍຄຸ້ມຄອງແຮງງານ ບໍລິສັດໄອແຄ ບໍລິການຈຳກັດ ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 24 ເມສາ 2024 ເນື່ອງໃນໂອກາດກະກຽມສະຫລອງວັນ ກຳມະກອນສາກົນ ຄົບຮອບ 138 ປີ ທີ່ຈະມາເຖິງນີ້ ໂດຍທ່ານ ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງ ວັນກຳມະກອນສາກົນ ເຊິ່ງ ເປັນວັນທີ່ ຄວາມສຳຄັນຫລາຍ, ເປັນວັນທີ່ຖືກສ້າງຕັ້ງຂຶ້ນມາເພື່ອສົ່ງເສີມ ແລະ ຊຸກຍູ້ ໃຫ້ທຸກຄົນເຫັນຄວາມສຳຄັນຂອງຜູ້ອອກແຮງງານ ວ່າພວກເຂົາຄືພາກສ່ວນຫລັກສຳຄັນໃນ ການສ້າງສາພັດທະນາປະເທດຊາດ ແລະ ເສດຖະກິດ; ວັນກຳມະ ກອນ ປຽບເໝືອນການສັນລະເສີນຄຸນງາມຄວາມດີ ຂອງຜູ້ອອກແຮງງານພາຍໃນຊາດ ແລະ ທຸກອາຊີບອອກແຮງງານ ບໍ່ວ່າຈະເປັນຜູ້ອອກແຮງງານຍິງ ຫລື ຊາຍ.



ໃນປີ 2023 ຜ່ານມາ, ບໍລິສັດໄອແຄ ສາມາດສ້າງວຽກເຮັດງານທຳໃຫ້ປະຊົນ ທັງຢູ່ ນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 700 ກວ່າແຮງງານ ໂດຍສະເພາະຜູ້ອອກແຮງງານແມ່ຍິງ ແລະ ໄວໜຸ່ມ ເຂົ້າໃນຂະແໜງການ ແມ່ບ້ານ
, ຄົນສວນ, ແມ່ຄົວ, ເອື້ອຍລ້ຽງເດັກ ໃຫ້ກັບສັງຄົມ ຢູ່ນະຄອນຫລວງວຽງຈັນ. ຢ່າງໃດກໍຕາມ ໃນເດືອນມິຖຸນາ 2024 ນີ້, ບໍລິສັດໄອແຄ ຈະຈັັດການແຂ່ງຂັນແມ່ບ້ານດີເດັ່ນ ປະຈຳປີ 2024 ແນໃສ່ໃຫ້ຄວາມສຳຄັນຮອບດ້ານ ໃຫ້ກັບແມ່ບ້ານ ເຊິ່ງຈະມີການເປີດຮັບສະໝັກ ແມ່ບ້ານອາຊີບ, ແມ່ບ້ານອິດສະລະ ຫລື ນັກສຶກສາ ອະຊີວະສຶກສາ ໃນຂະແໜງການແມ່ບ້ານ ເພື່ອເຂົ້າຮ່ວມການແຂ່ງຂັນ ເຊິ່ງຜູ້ຊະນະ ຈະໄດ້ຮັບລາງວັນ ເງິນສົດ ແລະ ສັນຍາເຮັດວຽກ ກັບບໍລິສັດໄອແຄ. ທັງນີ້, ກໍ​ເພື່ອແນໃສ່ເຮັດໃຫ້ສັງຄົມ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນ ຂອງຜູ້ອອກແຮງງານຢ່າງຈິງຈັງ.



ທ່ານນາງ ສົນ ດວງເພັດ ຍັງ​ໃຫ້​ຮູ້ອີກວ່າ: ການໃຫ້ຄວາມສຳຄັນ ແລະ ຍົກສູງ ວຽກງານການອອກແຮງງານ ຫລື ວຽກງານຂອງຜູ້ອອກແຮງງານຂັ້ນຕໍ່າທີ່ເປັນກຳລັງສຳຄັນ ໃນຫລາຍຂົງ​ເຂດວຽກງານ ສົມຄວນທີ່ຈະຖືກຍົກສູງ ​ແລະ ຖື​ສຳຄັນ​ຫລາຍ​ດ້ານ ​ເປັນ​ຕົ້ນ ອັດຕາຄ່າຈ້າງງານ
, ສະຫວັດດີການຄຸ້ມຄອງຈາກພາກລັດ, ສິດຂັ້ນພື້ນຖານຂອງການໃຊ້ແຮງງານ, ລວມເຖິງຫລາຍຫລາຍປັດໃຈທີ່ປິ່ນອ້ອມ ແລະ ຜູ້ອອກແຮງງານ ຕ້ອງໄດ້ຮັບການຄຸ້ມຄອງດູແລ ທີ່ສົມເຫດສົມຜົນ ໃນສິ່ງທີ່ພວກເຂົາຄວນໄດ້ຮັບ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top