47 ປີ ຂະແໜງສຶກສາ-ກິລາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

02/12/2022 11:05
Email Print 760
ຂປລ ພາຍໃຕ້ການນຳພາອັນສະຫລອງໃສ່ຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາເປັນກ້າວໆໃນທຸກດ້າ

ພາຍໃຕ້ການນຳພາອັນສະຫລອງໃສ່ຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ປະເທດຊາດ ໄດ້ຮັບການພັດທະນາ ເປັນກ້າວໆໃນທຸກດ້ານ ໂດຍສະເພາະ ໃນຂະແໜງການສຶກສາ ແລະ ກິລາ ກໍມີການຂະຫຍາຍຕົວ ທັງປະລິ ມານ ແລະ ຄຸນນະພາບ ເປັນຕົ້ນພື້ນຖານໂຄງລ່າງ ໄດ້ຮັບການປັບປຸງ ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ.

ດັ່ງທີ່, ທ່ານ ບີລໍ ຮອງອຳນວຍການໂຮງຮຽນປະສົມບູນບ້ານນ້ຳທວາຍ ເມືອງຮົ່ມ ແຂວງໄຊສົມບູນ ກໍໄດ້ໃຫ້ທັດສະນະວ່າ: ຕະຫລອດໄລຍະ 47 ປີມານີ້, ຍ້ອນມີພັກນຳພາ ຈຶ່ງເຮັດໃຫ້ບ້ານເມືອງ ມີການພັດທະນາ ດ້ານ ຕ່າງໆເວົ້າລວມ, ເວົ້າສະເພາະຂະແໜງສຶກສາ ແລະ ກິລາ ກໍໄດ້ຮັບການພັດທະນາດີຂຶ້ນ ເຊັ່ນວ່າ: ໃນເມື່ອກ່ອນໂຮງຮຽນ ບ້ານນ້ຳທວາຍ ແມ່ນເປັນໂຮງຮຽນທີ່ຊຸດໂຊມ, ມຸ້ງຫຍ້າຄາແອ້ມໄມ້ເຮ້ຍ, ມຸ້ງສັງກະສີ, ແອ້ມໄມ້ແປ້ນ, ແຕ່ມາ ຮອດປັດຈຸບັນ ກໍໄດ້ຮັບການພັດທະນາ ກໍ່ສ້າງເປັນໂຮງຮຽນ ປະຖົມສົມບູນ ມີຫ້ອງ ປກຽມ ຮອດ ປ5, ເຮັດໃຫ້ລູກຫລານ ປະຊາຊົນພາຍໃນບ້ານ ໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ ຊຶ່ງປັດຈຸບັນໂຮງຮຽນ ມີນັບຮຽນທັງໝົດ 130 ກວ່າຄົນ.​

ເຖິງວ່າບ້ານນ້ຳທວາຍເປັນບ້ານໜຶ່ງທີ່ຢູ່ຫ່າງໄກ ຈາກຕົວເມືອງປະມານ 60 ກິໂລແມັດ, ແຕ່ພັກ-ລັດຖະບານ ກໍໄດ້ທະລຸເສັ້ນທາງເຂົ້າຫາບ້ານ, ມີໄຟຟ້າໃຊ້, ມີສ້າງລະບົບນ້ຳລິນ, ມີລະບົບຊົນລະປະທານ, ມີໂທລະຄົມ, ມີສັນ ຍານໂທລະສັບ ແລະ ອື່ນໆ. ໂດຍລວມແລ້ວ ມາຮອດປັດຈຸບັນນີ້,ບ້ານນ້ຳທວາຍ ແມ່ນໄດ້ຮັບການພັດທະນາດີຂຶ້ນ ເມື່ອທຽບໃສ່ປີ 2010 ຄືນຫລັງ. ທັງໝົດນີ້ ແມ່ນຍ້ອນມີພັກ-ລັດ ທີ່ຍາມໃດກໍໄດ້ເອົາໃຈໃສ່ ສຸມທຶນຮອນ ເຂົ້າໃນການພັດ ທະນາດ້ານຕ່າງໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການດຳລົງຊີວິດ ກໍຄືການແກ້ໄຂຄວາມທຸກຍາກ ໃຫ້ນັບມື້ຫລຸດລົງເທື່ອລະກ້າວ./.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top