ພາກພູມໃຈທີ່ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

02/12/2022 10:58
Email Print 960
ຂປລ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີນີ້, ມວນຊົນທຸກຊັ້ນຄົນ ລ້ວນແຕ່ສະແດງຄວາມ ພາກພູມ \ໃຈ ທີ່ມີພັກປະຊາຊົນ ປະຕິວັດລາວນຳພາ, ບໍ່ວ່າໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະສ້າງສາ ພັດທະນາປະເທດຊາດ ຈົນມາເຖິງປັດຈຸບັນນີ້,






ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີນີ້, ມວນຊົນທຸກຊັ້ນຄົນ ລ້ວນແຕ່ສະແດງຄວາມພາກພູມໃຈ ທີ່ມີພັກປະຊາຊົນ ປະຕິວັດລາວນຳພາ, ບໍ່ວ່າໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະສ້າງສາ ພັດທະນາປະເທດ
ຊາດ ຈົນມາເຖິງປັດຈຸບັນນີ້, ໂດຍສະເພາະໃນໄລຍະ ແຫ່ງການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ທີ່ມີປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົນລົບຮັກ ເປັນຜູ້ເລີ່ມຕົ້ນນຳພານັ້ນ ໄດ້ເຮັດໃຫ້ປະເທດລາວເຮົາ ໄດ້ຮັບການ ພັດທະນາ ບໍ່ຢຸດຢັ້ງຄື: ເສດຖະກິດຂະຫຍາຍຕົວ, ພື້ນຖານໂຄງລ່າງ, ຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ ໄດ້ຂະຫຍາຍໄປສູ່ ເຂດຫ່າງໄກສອກຫລີກ, ປະຊາຊົນຊົນນະບົດ ໄດ້ຮັບການປັບປຸງ ທາງດ້ານຊີວິດການເປັນຢູ່ ດີຂຶ້ນກ້າວສູ່ ການຫລຸດພົ້ນອອກຈາກ ຄວາມທຸກຍາກເປັນກ້າວໆ. 

ດັ່ງທີ່, ທ່ານ ນາງ ດາວວຽງ ພະຜົນໄຊ ປະທານ ບໍລິສັດ ໄອເທຣດດິ້ງ ເອເຊຍ ລາວ ຈຳກັດ ກ່ໍຄືໃນນາມເປັນ ຮອງປະທານຂອງສະມາຄົມ ນັກທຸລະກິດໝຸ່ມ ນະຄອນຫລວງວຽງຈັນ ໄດ້ສະແດງຄວາມຮູ້ສຶກ ແລະ ໃຫ້ທັດ ສະນະຕໍ່ສື່ມວນຊົນວ່າ: ໃນນາມເປັນຄົນລາວຜູ້ໜຶ່ງ ມີຄວາມຮູ້ສຶກພາກພູມໃຈຢ່າງຍິ່ງ ທີ່ໄດ້ເກີດເປັນຄົນລາວ ທີ່ມີມູນເຊື້ອອັນອົງອາດກ້າແກ່ນ, ບໍ່ຍອມຈໍານົນຕໍ່ຊາດອື່ນ ພວກເຮົາມີບັນພະບູລຸດ ແລະ ມີພັກປະຊາຊົນ ປະຕິວັດລາວ ນໍາ ພາຕໍ່ສູ້ກູ້ຊາດ ຈົນສາມາດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ແລະ ສະໝຸນບໍລິວານ ຂອງພວກເຂົາ ໄດ້ຢ່າງສົມບູນ ແລະ ສະຖາປະນາປະເທດຊາດ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງສະຫງ່າອົງອາດ ໃນວັນທີ 2 ທັນວາ ປີ 1975, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປວງຊົນລາວ ທັງຊາດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ອັນເຮັດໃຫ້ປະຊາຊົນ ມີຄວາມຢູ່ເຢັນເປັນສຸກ, ປະເທດ ຊາດ ມີຄວາມຈະເລີນມາເປັນກ້າວໆ ຈົນເທົ່າທຸກວັນນີ້ ແລະ ຕໍ່ໆໄປ.

ໃນຕະຫລອດ 47 ປີ ທີ່ຜ່ານມາ ໃນນາມ ນັກທຸລະກິດລາວຜູ້ໜຶ່ງ ດ້ວຍຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ໄດ້ບຸກບືນ ດ້ວຍຄວາມມຸ່ງມານະອົດທົນ ໂດຍເລີ່ມຕົ້ນຈາກ ການສະສົມບົດຮຽນ ປະສົບການ ມາດຳເນີນ ທຸ ລະກິດສ່ວນຕົວ ຕາມນະໂຍບາຍ ເປີດກວ້າງຂອງລັດຖະບານ ບົນພື້ນຖານລະບຽບ ກົດໝາຍຂອງບ້ານເມືອງ, ກໍໄດ້ພະຍາຍາມ ປຸກລະດົມຂົນຂວາຍ ເອົານັກລົງທຶນ ຈາກຕ່າງປະເທດ ມາຮ່ວມມື ໃນການພັດທະນາ ໂຄງກາ ໃຫ້ໄດ້ ຫລາຍຂຶ້ນ ຕາມຄວາມສາມາດ. ອັນເປັນການປະກອບສ່ວນ ສ້າງສາເສດຖະກິດແຫ່ງຊາດ, ໄດ້ປະຕິບັດພັນທະ ງົບປະມານຂອງລັດ ໂດຍສະເພາະທາງດ້ານ ພາສີ-ອາກອນໄດ້ຢ່າງເປັນປົກກະຕິ. ໄປຄ່ຽງຄູ່ກັນນີ້, ທາງບໍລິສັດ ພວກ ຂ້າພະເຈົ້າ ກໍໄດ້ປະກອບສ່ວນນຳພັກ-ລັດ ດ້ວຍຄວາມບໍລິສຸດໃຈ ຕາມເຫື່ອແຮງທີ່ມີ ເພື່ອບັນເທົາທຸກໄພພິບັດຕ່າງໆ ເຊັ່ນ: ນ້ຳຖ້ວມພາກເໜືອ-ພາກໃຕ້, ການແພ່ລະບາດ ຂອງພະຍາດໂຄວິດ-19 ແລະ ຍັງໄດ້ສົມທົບທຶນ ທາງສັງຄົມ ຕ່າງໆ ມາໂດຍຕະຫລອດ.

ໃນຕໍ່ໜ້ານີ້, ທາງບໍລິສັດພວກຂ້າພະເຈົ້າ ຍັງຈະສືບຕໍ່ຕັ້ງໜ້າປະກອບສ່ວນນໍາພັກ-ລັດ ໂດຍຜ່ານກາ ນດຳເນີນທຸລະກິດຂອງບໍລິສັດ ຈະໄດ້ປະກອບສ່ວນ ໃນການສ້າງສາພັດທະນາ ປະເທດຊາດຂອງພວກເຮົາ ໃຫ້ມີຄວາມ ຈະເລີນຮຸ່ງເຮືອງ ສີວິໄລ ແລະ ເຕີບໂຕເຂັ້ມແຂງ ຂຶ້ນໄປເລື້ອຍໆ. ເນື່ອງໃນໂອກາດ ວັນຊາດ ທີ 2 ທັນວາ ທີ່ໄດ້ໝູນວຽນມາ ບັນຈົບຄົບຮອບ 47 ປີນີ້, ຂ້າພະເຈົ້າ ຂໍອວຍໄຊໃຫ້ພອນ ມາຍັງການນໍາພັກ-ລັດ ຈົ່ງມີສຸຂະພາບ ພະລາ ນາໄມເຂັ້ມແຂງ ສືບຕໍ່ນໍາພາປະເທດຊາດ ໄປເຖິງຈຸດໝາຍ ແຫ່ງສັງຄົມນິຍົມ ຕາມເປົ້າໝາຍທີ່ຕັ້ງໄວ້. ຂໍອວຍພອນມາຍັງ ພະນັກງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຮ່ວມເຊື້ອຊາດລາວ ທຸກເຜົ່າຊົນ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ຮັກເຊື້ອແພງຊາດ ຈົ່ງປະສົບແຕ່ຄວາມສຸກກາຍ ສະບາຍໃຈ ອາຍຸໝັ້ນຂວັນຍືນ ຈະເລີນກ້າວໜ້າ ໃນການປະກອບອາຊີບ ຂອງແຕ່ລະທ່ານດ້ວຍຄວາມຜາສຸກ ສະບາຍດີຕະຫລອດໄປ.


KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top